ຄຸນປະໂຫຍດ ແລະ ໂທດຂອງນົມງົວທີ່ເຈົ້າອາດຍັງບໍ່ຮູ້

ນົມງົວທີ່ເຮົາດື່ມທຸກມື້ນີ້ອຸດົມໄປດ້ວຍຄຸນປະໂຫຍດຫຼາຍຢ່າງ ຫຼັກໆແມ່ນແຄນແຊ້ມທີ່ຊ່ວຍເລື່ອງກະດູກ ແຕ່ໜ້ອຍຄົນທີີ່ອາດຈະຮູ້ວ່ານົມງົວກໍມີຂໍ້ເສຍຄືກັນ ເຮົາເລີຍຮວບຮວມທັງປະໂຫຍດ ແລະ ຂໍ້ເສຍຂອງນົມງົວມາຝາກ

ປະໂຫຍດຂອງນົມງົວ

1 ຊ່ວຍເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ

2 ຊ່ວຍລົດຄວາມຢາກອາຫານ

3 ຊ່ວຍປ້ອງກັນໂລກຫົວໃຈ ແລະ ຫຼອດເລືອດ

4 ຊ່ວຍປ້ອງກັນໂລກເບົາຫວານ

5 ຫຼຸດການອັກເສບ

6 ຊ່ວຍໃນການຈະເລີນເຕີບໂຕ

7 ອຸດົມໄປດ້ວຍວິຕາວິນຫຼາກຫຼາຍເຊັ່ນ ວິຕາມິນ D, B2,B12, ຟົດສະຟໍລັສ, ແຄນແຊ້ມ, ຊີລີນຽມ ແລະ ໂພແທສຊຽມ

ຜົນເສຍຂອງນົມງົວ

1 ເຮັດໃຫ້ເກີດສິວ ເພາະມັນຈະໄປກະຕຸ້ນຕ່ອມໄຂມັນໃຫ້ເຮັດວຽກຫຼາຍຂຶ້ນ ສົ່ງຜົນໃຫ້ເກີດອອາການໜ້າມັນ ແລະ ເປັນສິວ

2 ເຈັບທ້ອງ ດື່ມແລ້ວອາດເຮັດໃຫ້ມີລົມໃນລໍາໄສ້ຫຼາຍ, ຍື່ງທ້ອງ, ປວດຮາກ ແລະ ບາງຄົນອາດຈະເຖິງຂັ້ນເຈັບທ້ອງນໍາ.

3 ພະຍາດຂອງຄົນແພ້ນົມງົວ ແມ່ນພົບໄດ້ທັງເດັກອ່ອນ ແລະ ຜູ້ໃຫຍ່

ອາການແພ້ນົມງົວໃນເດັກອ່ອນອາດຮຸນແຮງໄປເຖິງ ເຈັບທ້ອງ, ຮາກ, ມີຜື່ນລົມພິດ, ຜື່ນຄັນຕາມຜິວໜັງ, ຫາຍໃຈລໍາບາກ, ໜ້າບວມ ແລະ ອາດມີອາການເຈັບທ້ອງມີເລືອດອອກຊ່ອງທະວານໜັກ.

ຜູ້ໃຫຍ່ອາດຈະມີອາການຫາຍໃຈດັງ ຫຼືປວດຮາກ, ເປັນຜື່ນຄັນ ພົບຫຼາຍໃນບໍລິເວນຮອບປາກ.

ສໍາລັບຜູ້ທີ່ແພ້ນົມງົວກໍສາມາດກິນນົມປະເພດອື່ນທົດແທນກໍໄດ້ ເຊັ່ນ ນົມທົ່ວເຫຼືອງ, ນົມແອວມ້ອນ ຫຼືນໍ້ານົມເຂົ້າ ເພາະຄຸນຄ່າທາງສານອາຫານມີປະໂຫຍດ ແລະ ມີວິຕາມິນແທນນົມງົວໄດ້ຄືກັນ.

ຂໍ້ມູນຈາກ: kuanjai Magazine

ສະໜັບສະໜຸນໂດຍ: Ace Miso

_____

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617

#Hukmiplan#ຮັກມີແຜນ#ຖາມເອື້ອຍ