ຖືພາຕອນອາຍຸຍັງນ້ອຍ, ບໍ່ພ້ອມ, ມີຜົນກະທົບຫຼາຍດ້ານ, ດ້ານຮ່າງກາຍ ດ້ານຈິດໃຈ ແລະ ດ້ານເສດຖະກິດ-ສັງຄົມ!! ເດັກນ້ອຍທີ່ເກີດຈາກແມ່ທີ່ຖືພາແຕ່ອາຍຸຍັງນ້ອຍສ່ວນຫຼາຍຈະເຮັດໃຫ້ເດັກໄດ້ຮັບຜົນກະທົບຕ່າງໆ ເປັນຕົ້ນເຊັ່ນ: ເກີດກ່ອນກໍານົດ (preterm) ຊື່ງມີຜົນຕໍ່ການມີຊິວີດລອດຂອງເດັກ ນ້ຳໜັກຂອງເດັກຕໍ່າ (low birth-weight babies). ອັດຕາການຕາຍຂອງເດັກນ້ອຍຕັ້ງແຕ່ເກີດຈົນເຖິງໃຫຍ່ແມ່ນສູງ. ເດັກທີ່ເກີດຈາກແມ່ທີ່ເປັນໄວໜຸ່ມ ອາດຈະໄດ້ຮັບໂພສະນາການທີ່ບໍ່ເໝາະສົມ ລວມໄປເຖີງ ການເບິ່ງແຍງທາງດ້ານສຸຂະພາບ, ການກະຕຸ້ນທາງດ້ານສະໝອງ ແລະ ທາງສັງຄົມ, ມີຄວາມສ່ຽງຫຼາຍຂື້ນທີ່ຈະຖືກການລ່ວງລະເມີດ ແລະ ການປ່ອຍປະລະເລີຍ ເດັກຊາຍທີ່ເກີດຈາກແມ່ໄວໜຸ່ມ 13% ຈະຖືກກັກຂັງ ແລະ 22% ຂອງເດັກຍິງຈະກາຍເປັນແມ່ໃນໄວໜຸ່ມ ເດັກທີ່ເກີດມາ ມີຄວາມສ່ຽງຕໍ່ການພັດທະນາການຂອງອະໄວຍະວະຕ່າງໆບໍ່ສົມບູນ ແລະ ຮ້າຍແຮງໄປກວ່ານັ້ນເຮັດໃຫ້ມີເລືອດໄຫຼໃນສະໝອງ, ພະຍາດທາງເດີນຫາຍໃຈ ແລະ ພະຍາດທາງເດີນອາຫານ ຕໍ່ແມ່ ແລະ ລູກ: ຄວາມສ່ຽງຂອງການເສຍຊີວິດໃນເວລາເກີດລູກແມ່ນ 2 ເທົ່າໃນກຸ່ມອາຍຸ 15-20 ປີ ແລະ 5 ເທົ່າທີ່ສູງຂື້ນສຳລັບເດັກຍິງຜູ້ທີ່ຖືພາອາຍຸຕຳ່ກວ່າ 15 ປີ ສ່ຽງຕໍ່ການກຽມຊັກກະຕຸກ (ບວມ,ຊັກກະຕຸກ) […]
ຂ່າວ
4 ວິທີ ການເຮັດວຽກໃຫ້ແລ້ວໄວ ໃນແຕ່ລະມື້
ໄດ້ຖືກສ້າງຂື້ນວັນທີການເຮັດວຽກໃຫ້ໄວໃນແຕ່ລະມື້ມີຫຍັງແດ່ມາເບິ່ງນຳກັນເລີຍ!!! 1. ວາງແຜນກັບວຽກທີ່ໄດ້ຮັບມອບໝາຍ ກ່ອນອື່ນເມື່ອເຮົາໄດ້ຮັບວຽກມາແລ້ວ ລອງນຳໂຈດວຽກທີ່ໄດ້ຮັບມານັ່ງວິເຄາະ ແລ້ວວາງແຜນວ່າຈະຕ້ອງປະຕິບັດແນວໃດແດ່? ຫາກວຽກຍາກຕ້ອງຫາຂໍ້ມູນໃນການເຮັດວຽກຫຼາຍຂຶ້ນ ແລະ ກໍຕັ້ງໃຈຫາຂໍ້ມູນໂດຍລະອຽດ ມາອ່ານຢ່າງເຂົ້າໃຈ ແລະ ວາງແຜນການດຳເນີນໃນແຕ່ລະຂັ້ນຕອນ, ອາດຈະກຳນົດໄລຍະເວລາຂອງແຕ່ລະຂັ້ນຕອນວ່າໃຊ້ຈັກຊົ່ວໂມງ ເຊິ່ງຈະເຮັດໃຫ້ເຮົາມີສະຕິ ແລະ ເຮັດຕາມເປົ້າໝາຍໄດ້ໄວຂຶ້ນ. 2. ລົງມືເຮັດຕາມແຜນແຕ່ລະຂັ້ນຕອນ ຫຼັງຈາກທີ່ເຮົາໄດ້ກຳນົດການວາງແຜນການເຮັດວຽກຢ່າງເຄັ່ງຄັດເອົາໄວ້ແລ້ວ, ເຮົາຕ້ອງລົງມື້ເຮັດວຽກ ໃນແຕ່ລະແຜນທີ່ວາງໄວ້ທັນທີ ເລີ່ມຕັ້ງແຕ່ແຜນທີ 1, 2 ແລະ 3 ຈົນໝົດທຸກແຜນງານທີ່ວາງໄວ້. ຂໍ້ດີຂອງການເຮັດວຽກຕາມແຜນທີ່ວາງໄວ້ແບບນີ້ ຈະເຮັດໃຫ້ເຮົາສາມາດເຮັດວຽກໄດ້ໄວ ແລະປະສົບຜົນສຳເລັດກັບວຽກໃນແຕ່ລະມື້ໄດ້ຢ່າງໄວວາຂຶ້ນ. 3. ທຸ່ມເທກັບວຽກດ້ວຍຄວາມຕັ້ງໃຈ ໃນຕອນທີ່ເຮົານັ່ງເຮັດວຽກຢູ່ນັ້ນ ຈົ່ງຕັ້ງໃຈທຸ່ມເທກັບວຽກໃຫ້ຫຼາຍທີ່ສຸດ ຫາກເປັນວຽກທີ່ຕ້ອງໃຊ້ສະໝອງ ຈົ່ງປ່ອຍວາງໃຫ້ອາລົມ ແລະ ສະພາບຈິດເບົາສະບາຍ, ບໍ່ຕຶງຄຽດ ແລະ ບໍ່ຄິດເຖິງເລື່ອງອື່ນ ຈົນເສຍເວລາເຮັດວຽກ, ໃຫ້ອົດທົນໃຈຈົດໃຈຈໍ່ກັບວຽກຕົນເອງໃຫ້ດີທີ່ສຸດ, ຫາກມີຄົນຊວນລົມ ຫຼືມີສິ່ງໃດມາລົບກວນການເຮັດວຽກຂອງເຮົາໃຫ້ພະຍາຍາມຫຼີກລ້ຽງ, ປິດຈາກສື່ອິນເຕີເນັດທີ່ນອກເໜືອຈາກວຽກງານ ເພື່ອມຸ່ງໜ້າເຮັດວຽກຢ່າງດຽວ. 4. ຜ່ອນຄາຍໃນລະຫວ່າງເຮັດວຽກ ແມ່ນຢູ່ວ່າການທຸ່ມເທເຮັດວຽກຢ່າງດຽວ ອາດຈະເຮັດໃຫ້ເຮົາເຮັດວຽກແລ້ວໄວຂຶ້ນ, ແຕ່ຢ່າລືມໄປວ່າ ຄົນເຮົາຈະຕ້ອງມີເວລາພັກຜ່ອນ ເພາະການພັກຜ່ອນຈາກກອງເອກະສານ ຫຼືໜ້າຈໍຄອມຈະເຮັດໃຫ້ເຮົາສະບາຍຂຶ້ນ […]
ອາການທີ່ສະແດງອອກທີ່ເປັນອັນຕະລາຍຕໍ່ການຖືພາ
ໄດ້ຖືກສ້າງຂື້ນວັນທີບັນດາສັນຍານທີ່ອາດເປັນອັນຕະລາຍຕໍ່ໄວໜຸ່ມທີ່ກຳລັງຖືພາມີດັ່ງນີ້ ເລືອດໄຫຼອອກມາທາງຊ່ອງຄອດ ເປັນໄຂ້, ໜາວສັ່ນ (ຄີງຮ້ອນ ອຸນຫະພຸມໃນຮ່າງກາຍສູງ) ເຈັບຫົວຢ່າງຮຸນແຮງ ວິນຫົວປວດຮາກ ຫຼື ຮາກຫຼາຍ ຮຸນແຮງຜິດປົກກະຕິ ມີອາການໂຕເຫຼືອງ ຄວາມດັນເລືອດສູງ ແນມເຫັນບໍ່ແຈ້ງ (ຕາລາຍ, ຕາມົວ) ນ້ຳໜັກຂຶ້ນໄວຜິດປົກກະຕິ: ໂຕບວມ, ໜ້າຕາ, ແຂນຂາບວມ ມີອາການຊັກ ລູກໃນທ້ອງບໍ່ມີການເໜັງຕີງ ຍ່ຽວແສບ ຫຼື ເຈັບທ້ອງນ້ອຍຢ່າງຮຸນແຮງ. ຫາກມີບັນດາອາການທີ່ເວົ້າມາຂ້າງເທິງຄວນຕື່ນຕົວ ແລະ ຮີບໄປປຶກສາແພດຜູ້ຊ່ຽວຊານໂດຍໄວທີ່ສຸດ ເນື່ອງຈາກອາການຕ່າງໆທີ່ເວົ້າມາ ເປັນສັນຍານທີ່ເປັນອັນຕະລາຍ ເຊິ່ງສົ່ງຜົນກະທົບຕໍ່ແມ່ ຫຼື ລູກນ້ອຍໃນທ້ອງໄດ້. ທີ່ມາ: ປຶ້ມຄູ່ມື ແນວທາງການສອນເພດວິຖີສຶກສາຢ່າງບູລະນາການສຳລັບຄູ ກະຊວງສຶກສາທິການ _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617 #Hukmiplan#ຮັກມີແຜນ#ຖາມເອື້ອຍ
ຄວາມສຸກ ທີ່ຫາໄດ້ຈາກການເປັນໂສດ!
ໄດ້ຖືກສ້າງຂື້ນວັນທີຄວາມສຸກທີ່ຫາໄດ້ຈາກການເປັນ “ໂສດ” ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ສາວໂສດທີ່ອາຍຸເລີ່ມຫຼາຍຂຶ້ນ ຄົງຈະເຄີຍໄດ້ຍິນຄົນອື່ນເວົ້າ ແລະ ຕົວເອງກໍເຊື່ອວ່າ ຄວາມໂສດເປັນເລື່ອງໜ້າອາຍ, ເປັນເລື່ອງເສົ້າ ຫຼືແມ່ຍິງທີ່ໂສດມາດົນແລ້ວນັ້ນແປວ່າບໍ່ມີໃຜຢາກໄດ້ ຫຼືເວົ້າງ່າຍໆວ່າບໍ່ມີໃຜເອົາແລ້ວ ແລະ ອີກສາລະພັດແງ່ລົບ ທີ່ທໍາຮ້າຍຈິດໃຈສາວໂສດເປັນທີ່ສຸດ ແຖມຍັງເວລາທີ່ຕ້ອງອອກໄປໃສມາໃສແລ້ວເຫັນຄົນມີຄູ່ຍ່າງຈັບມືກັນ ເມື່ອເຂົ້າໄປເບິ່ງໃນໂຊຊ່ຽວກໍຍັງຫຼີກບໍ່ໄດ້ ເຫັນໝູ່ ເຫັນຄົນຮູ້ຈັກໂພສຮູບຄູ່ກັນລົວໆ ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້ ແຕ່ສາວໆຢ່າວຟ້າວນ້ອຍເນື້ອຕໍ່າໃຈໄປ ຫຼືໄປຕັດສິນຕາມຄົນອື່ນໄປ ສາວໆລອງມາເບິ່ງໃນຄວາມແຕກຕ່າງ ແລະ ກົງກັນຂ້າມແລ້ວສາວໆຈະຮູ້ວ່າ ຂໍ້ດີບໍ່ແມ່ນແຕ່ການມີຄູ່ພຽງຢ່າງດຽວ ຄົນໂສດກໍມີຂໍ້ດີອີກຫຼາຍຢ່າງທີ່ຄົນມີຄູ່ບໍ່ມີຄືກັນ ແຖມຍັງສາມາດມີຄວາມສຸກໄດ້ນໍາອີກ ເພາະເມື່ອໃດກໍຕາມທີ່ເຈົ້າຍັງມີໝູ່ເພື່ອນ, ມີຄອບຄົວ ຫຼືຍາດພີ່ນ້ອງ ເຈົ້າສາມາດພົບຄວາມສຸກເຫຼົ່ານັ້ນໄດ້ຈາກໃນເຮືອນ ແລະ ອ້ອມຕົວນັ້ນແຫຼະ ເພາະຄວາມສຸກບໍ່ແມ່ນການທີ່ໄດ້ຮັບການເບິ່ງແຍງ ເອົາໃຈໃສ່ຈາກຄົນຮັກ ຫຼືຄູ່ຄອງສະເໝີໄປ ເປັນຫຍັງຕ້ອງເອົາຄວາມຮູ້ສຶກຂອງເຮົາໄປແຂວນໄວ້ກັບຄົນອື່ນ ໃນເມື່ອເຈົ້າກໍສາມາດຊອກຄວາມສຸກໃສ່ຕົວເອງໄດ້ ຄວາມຮັກຈາກຄອບຄົວ ແລະ ໝູ່ເພື່ອນເຊື່ອວ່າຈະບໍ່ເຮັດໃຫ້ເຈັບ ຫຼືຜິດຫວັງຢ່າງແນ່ນອນ ເປັນສາວໂສດກໍມີຄວາມສຸກໄດ້ ແຖມຍັງເປັນອິດສະຫຼະຢ່າງເຕັມຕົວ ບໍ່ຕ້ອງໄປຢ້ານວ່າເຮັດຫຍັງໄປແລ້ວຈະໄປທໍາຮ້າຍໃຈໃຜນໍາອີກ. ທີ່ມາ: Kuanjai _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ […]
ເທຣນຄິ້ວ 2022 ອັບເດດການແຕ້ມຄິ້ວສຸດ Hot
ໄດ້ຖືກສ້າງຂື້ນວັນທີເພາະຄິ້ວຄືມົງກຸດຂອງໜ້າ ຄິ້ວງາມກໍເພີ່ມສະເໜ່ໃຫ້ສາວໆໄດ້ແລ້ວ ມື້ນີ້ຈະມາອັບເດດ ເທຣນຄິ້ວ 2022 ພ້ອມຕິດຕາມເທັກນິກຂຽນຄິ້ວໃຫ້ປັງໆດ້ວຍໂຕເອງກັນເລີຍ!!! ນອກຈາກການປ່ຽນລຸກບໍ່ວ່າຈະເປັນປ່ຽນຊົງຜົມ ປ່ຽນການແຕ່ງໂຕ ຫຼືການແຕ່ງໜ້າແລ້ວ ຄິ້ວ ຄືອີກສິ່ງສໍາຄັນທີ່ສາວໆຫຼາຍຄົນໃຫ້ຄວາມສໍາຄັນຫຼາຍ ມື້ໃດທີ່ບໍ່ໄດ້ແຕ້ມຄິ້ວພໍຢາກວ່າບໍ່ກ້າອອກເຮືອນເລີຍລະ!!! ເຮົາຈະພາໄປອັບເດດເທຣນຄິ້ວປີ 2022 ວ່າຊົງຄິ້ວແບບໃດທີ່ມາແຮງກັນແນ່. ເທຣນຄິ້ວປີ 2022 ເທຣນປີນີ້ ການແຕ້ມຄິ້ວຊົງທໍາມະຊາດໄດ້ມາແຮງຊ່ວງໜຶ່ງແລ້ວ ແລະ ຍັງມາແຮງຕໍ່ເນື່ອງ ເພາະສາວໆແຕ້ມແລ້ວຈະເຮັດໃຫ້ໜ້າເດັກລົງ ເບິ່ງບໍ່ຈິງຈັງເກີນໄປ ວິທີແຕ້ມຄິ້ວແບບທໍາມະຊາດໃຫ້ປັງຕະຫຼອດປີ ອັນດັບທໍາອິດຕ້ອງມີຄືອຸປະກອນທີ່ດີ ສິ່ງທີ່ຂາດບໍ່ໄດ້ເພື່ອຄິ້ວທີ່ງາມທໍາອິດເລີຍຄື 1 ສໍແຕ້ມຄິ້ວ ຖືກຫຼືແພງໄດ້ໝົດ ບໍ່ຈໍາເປັນຕ້ອງເລືອກຂອງທີ່ແພງທີ່ສຸດເພາະຄິດວ່າຈະເປັນຂອງດີທີ່ສຸດ ແນະນໍາເລື່ອງເທດເຈີ້ຕ້ອງເບິ່ງເທດເຈີ້ເປັນອັນດັບທໍາອິດ ວິທີກວດສອບຄືຄວນຂີດໃສ່ຫຼັງມື ລູບເບິ່ງວ່າເນື້ອມັນເປັນແນວໃດຄວນເລືອກໂຕທີ່ເນື້ອຊຶມເຂົ້າຜິວທີ່ສຸດ ແລ້ວສາວໆເລືອກກ້ານນັ້ນເລີຍ. 2 ອາຍແຊໂດ້ຄິ້ວ ສໍາລັບສາວໆທີ່ຕ້ອງການເພີ່ມຄວາມເຂັ້ມຂຶ້ນມາອີກລະດັບໜຶ່ງແນ່ນອນກໍຕ້ອງງາມຂຶ້ນອີກຂັ້ນ ແນະນໍາເປັນອາຍແຊໂດ້ຄິ້ວ ພະຍາຍາມເລືອກໃຫ້ສີໃກ້ຄຽງກັບສີຂອງສໍແຕ້ມຄິ້ວທີ່ເຮົາເລືອກ. 3 ມາສຄາຣ້າຄິ້ວ ຄວາມຈິງສາມາດນໍາເອົາມາສຄາຣ້າຂົນຕາມາປັດໄດ້ ແຕ່ມັນຈະມີຄວາມເຂັ້ມເກີນໄປ ແຕ່ຖາມວ່າໃຊ້ແທນກັນໄດ້ບໍ່ ໃຊ້ແທນກັນໄດ້ແຕ່ຈະໃຫ້ເປະຕ້ອງມາສຄາຣ້າຄິ້ວ ແລະ ເມື່ອມີຄົບທັງສາມຢ່າງແລ້ວ ກໍຄ່ອຍໆເລີ່ມຂຽນຕາມຮູບຄິ້ວໄດ້. ຂໍ້ມູນຈາກ: Kuanjai Magazine _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: […]
5 ວິທີເບິ່ງແຍງສຸຂະພາບຮ່າງກາຍ ແລະ ຈິດໃຈໃຫ້ຊີວິດສົດໃສ
ໄດ້ຖືກສ້າງຂື້ນວັນທີຫຼາຍຄົນອາດຈະຄິດວ່າຄວາມຮັ່ງມີແມ່ນແຫຼ່ງຄວາມສຸກ ແຕ່ເຈົ້າຈະມີຄວາມສຸກກັບເງິນທີ່ເຈົ້າຫາມາໄດ້ແນວໃດ? ຖ້າສຸຂະພາບບໍ່ເອື້ອອຳນວຍຕ້ອງໄປໂຮງເພື່ອໄປຫາຫຼາຍກວ່າການເດີນທາງໄປສະຖານທີ່ທ່ອງທ່ຽວ ສຸຂະພາບເປັນເລື່ອງທີ່ພວກເຮົາຕ້ອງເອົາໃຈໃສ່ທັງສຸຂະພາບທາງກາຍ ແລະ ສຸຂະພາບຈິດ. ເຊິ່ງສາມາດເຮັດໄດ້ດັ່ງນີ້: 1. ກິນອາຫານໃຫ້ຄົບ 5 ໝູ່ ແລະ ກິນໃຫ້ຕົງເວລາ ໃນທຸກໆຄາບອາຫານ, ພະຍາຍາມກິນອາຫານໃຫ້ຄົບທັງ 5 ໝູ່ໃຫ້ພຽງພໍຕາມຄວາມຕ້ອງການຂອງຮ່າງກາຍ ແລະ ຄວນກິນອາຫານໃຫ້ຕົງເວລາທຸກໆມື້. ອາຫານເຊົ້າຖືວ່າເປັນອາຫານທີ່ສຳຄັນທີ່ສຸດ, ສະນັ້ນ, ຈຶ່ງບໍ່ຄວນທີ່ຈະອົດ. ສຳລັບອາຫານຕອນແລງບໍ່ຄວນກິນຫຼັງຈາກ 6 ໂມງແລງເພາະວ່າຖ້າເຈົ້າກິນຊ້າເກີນໄປ, ໃກ້ຈະຮອດເວລານອນແລ້ວ. ອາດຈະເຮັດໃຫ້ຮ່າງກາຍບໍ່ໄດ້ພັກຜ່ອນເຕັມທີ່. 2. ດື່ມນໍ້າໃຫ້ພຽງພໍ ພະຍາຍາມດື່ມນໍ້າໃຫ້ໄດ້ຢ່າງໜ້ອຍມື້ລະ 8 ຈອກ, ເພາະວ່າການດື່ມນໍ້າໃຫ້ພຽງພໍມີປະໂຫຍດຫຼາຍຢ່າງຕໍ່ສຸຂະພາບ. ທັງດ້ານສຸຂະພາບ ແລະ ຄວາມງາມ ເພາະວ່າມັນຈະຊ່ວຍໃຫ້ລະບົບການໄຫຼວຽນຂອງເລືອດເປັນປົກກະຕິ ຊ່ວຍເຜົາຜານໄຂມັນໃນຮ່າງກາຍ ຊ່ວຍໃຫ້ຜິວມີຄວາມຊຸ່ມຊື່ນເບິ່ງສົດໃສ 3. ອອກກຳລັງກາຍເປັນປະຈຳ ເຈົ້າຄວນຫາເວລາອອກກຳລັງກາຍຢ່າງໜ້ອຍ 3-4 ເທື່ອຕໍ່ອາທິດປະມານ 30 ນາທີໃນແຕ່ລະຄັ້ງ. ເພາະຈະຊ່ວຍໃຫ້ກ້າມຊີ້ນແຂງແຮງ, ຊ່ວຍໃຫ້ປອດ ແລະ ຫົວໃຈເຮັດວຽກໄດ້ດີ, ຊ່ວຍທຳລາຍໄຂມັນ ແລະ ກໍຍັງຊ່ວຍຫຼຸດຄວາມຕຸ້ຍໄດ້ນໍາອີກ 4. ພັກຜ່ອນໃຫ້ພຽງພໍ […]
ຄຸນປະໂຫຍດ ແລະ ໂທດຂອງນົມງົວທີ່ເຈົ້າອາດຍັງບໍ່ຮູ້
ໄດ້ຖືກສ້າງຂື້ນວັນທີນົມງົວທີ່ເຮົາດື່ມທຸກມື້ນີ້ອຸດົມໄປດ້ວຍຄຸນປະໂຫຍດຫຼາຍຢ່າງ ຫຼັກໆແມ່ນແຄນແຊ້ມທີ່ຊ່ວຍເລື່ອງກະດູກ ແຕ່ໜ້ອຍຄົນທີີ່ອາດຈະຮູ້ວ່ານົມງົວກໍມີຂໍ້ເສຍຄືກັນ ເຮົາເລີຍຮວບຮວມທັງປະໂຫຍດ ແລະ ຂໍ້ເສຍຂອງນົມງົວມາຝາກ ປະໂຫຍດຂອງນົມງົວ 1 ຊ່ວຍເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ 2 ຊ່ວຍລົດຄວາມຢາກອາຫານ 3 ຊ່ວຍປ້ອງກັນໂລກຫົວໃຈ ແລະ ຫຼອດເລືອດ 4 ຊ່ວຍປ້ອງກັນໂລກເບົາຫວານ 5 ຫຼຸດການອັກເສບ 6 ຊ່ວຍໃນການຈະເລີນເຕີບໂຕ 7 ອຸດົມໄປດ້ວຍວິຕາວິນຫຼາກຫຼາຍເຊັ່ນ ວິຕາມິນ D, B2,B12, ຟົດສະຟໍລັສ, ແຄນແຊ້ມ, ຊີລີນຽມ ແລະ ໂພແທສຊຽມ ຜົນເສຍຂອງນົມງົວ 1 ເຮັດໃຫ້ເກີດສິວ ເພາະມັນຈະໄປກະຕຸ້ນຕ່ອມໄຂມັນໃຫ້ເຮັດວຽກຫຼາຍຂຶ້ນ ສົ່ງຜົນໃຫ້ເກີດອອາການໜ້າມັນ ແລະ ເປັນສິວ 2 ເຈັບທ້ອງ ດື່ມແລ້ວອາດເຮັດໃຫ້ມີລົມໃນລໍາໄສ້ຫຼາຍ, ຍື່ງທ້ອງ, ປວດຮາກ ແລະ ບາງຄົນອາດຈະເຖິງຂັ້ນເຈັບທ້ອງນໍາ. 3 ພະຍາດຂອງຄົນແພ້ນົມງົວ ແມ່ນພົບໄດ້ທັງເດັກອ່ອນ ແລະ ຜູ້ໃຫຍ່ ອາການແພ້ນົມງົວໃນເດັກອ່ອນອາດຮຸນແຮງໄປເຖິງ ເຈັບທ້ອງ, ຮາກ, […]
ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້!!!
ໄດ້ຖືກສ້າງຂື້ນວັນທີຄວາມສຸກທີ່ຫາໄດ້ຈາກການເປັນ “ໂສດ” ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ສາວໂສດທີ່ອາຍຸເລີ່ມຫຼາຍຂຶ້ນ ຄົງຈະເຄີຍໄດ້ຍິນຄົນອື່ນເວົ້າ ແລະ ຕົວເອງກໍເຊື່ອວ່າ ຄວາມໂສດເປັນເລື່ອງໜ້າອາຍ, ເປັນເລື່ອງເສົ້າ ຫຼືແມ່ຍິງທີ່ໂສດມາດົນແລ້ວນັ້ນແປວ່າບໍ່ມີໃຜຢາກໄດ້ ຫຼືເວົ້າງ່າຍໆວ່າບໍ່ມີໃຜເອົາແລ້ວ ແລະ ອີກສາລະພັດແງ່ລົບ ທີ່ທໍາຮ້າຍຈິດໃຈສາວໂສດເປັນທີ່ສຸດ ແຖມຍັງເວລາທີ່ຕ້ອງອອກໄປໃສມາໃສແລ້ວເຫັນຄົນມີຄູ່ຍ່າງຈັບມືກັນ ເມື່ອເຂົ້າໄປເບິ່ງໃນໂຊຊ່ຽວກໍຍັງຫຼີກບໍ່ໄດ້ ເຫັນໝູ່ ເຫັນຄົນຮູ້ຈັກໂພສຮູບຄູ່ກັນລົວໆ ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້ ແຕ່ສາວໆຢ່າວຟ້າວນ້ອຍເນື້ອຕໍ່າໃຈໄປ ຫຼືໄປຕັດສິນຕາມຄົນອື່ນໄປ ສາວໆລອງມາເບິ່ງໃນຄວາມແຕກຕ່າງ ແລະ ກົງກັນຂ້າມແລ້ວສາວໆຈະຮູ້ວ່າ ຂໍ້ດີບໍ່ແມ່ນແຕ່ການມີຄູ່ພຽງຢ່າງດຽວ ຄົນໂສດກໍມີຂໍ້ດີອີກຫຼາຍຢ່າງທີ່ຄົນມີຄູ່ບໍ່ມີຄືກັນ ແຖມຍັງສາມາດມີຄວາມສຸກໄດ້ນໍາອີກ ເພາະເມື່ອໃດກໍຕາມທີ່ເຈົ້າຍັງມີໝູ່ເພື່ອນ, ມີຄອບຄົວ ຫຼືຍາດພີ່ນ້ອງ ເຈົ້າສາມາດພົບຄວາມສຸກເຫຼົ່ານັ້ນໄດ້ຈາກໃນເຮືອນ ແລະ ອ້ອມຕົວນັ້ນແຫຼະ ເພາະຄວາມສຸກບໍ່ແມ່ນການທີ່ໄດ້ຮັບການເບິ່ງແຍງ ເອົາໃຈໃສ່ຈາກຄົນຮັກ ຫຼືຄູ່ຄອງສະເໝີໄປ ເປັນຫຍັງຕ້ອງເອົາຄວາມຮູ້ສຶກຂອງເຮົາໄປແຂວນໄວ້ກັບຄົນອື່ນ ໃນເມື່ອເຈົ້າກໍສາມາດຊອກຄວາມສຸກໃສ່ຕົວເອງໄດ້ ຄວາມຮັກຈາກຄອບຄົວ ແລະ ໝູ່ເພື່ອນເຊື່ອວ່າຈະບໍ່ເຮັດໃຫ້ເຈັບ ຫຼືຜິດຫວັງຢ່າງແນ່ນອນ ເປັນສາວໂສດກໍມີຄວາມສຸກໄດ້ ແຖມຍັງເປັນອິດສະຫຼະຢ່າງເຕັມຕົວ ບໍ່ຕ້ອງໄປຢ້ານວ່າເຮັດຫຍັງໄປແລ້ວຈະໄປທໍາຮ້າຍໃຈໃຜນໍາອີກ. ທີ່ມາ: ວາລະສານ ຂວັນໃຈ ___ ຂໍ້ມູນເພີ່ມຕື່ມ:ຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: […]
ແມ່ຍິງຖືພາ ສາມາດສັກວັກຊີນໄດ້ບໍ່???
ໄດ້ຖືກສ້າງຂື້ນວັນທີອີງຕາມຂໍ້ມູນແນະນຳຫຼ້າສຸດ (ກັນຍາ 2021), ກະຊວງສາທາລະນະສຸກ ແນະນຳໃຫ້ແມ່ຍິງທີ່ກຳລັງຖືພາ ຫຼື ວາງແຜນທີ່ຈະເອົາລູກ ສາມາດສັກວັກຊີນໄດ້ ໂດຍສະເພາະແມ່ນແມ່ຍິງທີ່ມີອາຍຸການຖືພາ 12 ອາທິດຂຶ້ນໄປ. ສຳລັບແມ່ຍິງຖືພາທີ່ອາຍຸການພືຖາຍັງບໍ່ຮອດ 12 ອາທິດ, ຖ້າມີຄວາມຕ້ອງການສະໝັກໃຈຢາກສັກແມ່ນສາມາດສັກໃຫ້ໄດ້ ແລະ ແມ່ຫລັງເກີດກໍ່ສາມາດເລືອກທີ່ຈະສັກວັກຊີນໄດ້ເຊັ່ນກັນ. ທຸກໆວັກຊີນທີ່ຖືກຮັບຮອງ EUL ຈາກ ອົງການອະນາໄມໂລກແມ່ນສາມາດສັກໃຫ້ແມ່ຍິງຖືພາໄດ້ ຂອບໃຈຂໍ້ມູນຈາກ: (1) ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health | Facebook ___ ຂໍ້ມູນເພີ່ມຕື່ມ:ຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້
ຄວນຮູ້! ສາວໆຈະມີສິດຮຽກຮ້ອງຫຍັງໄດ້ແດ່ ຖ້າມີເພດສຳພັນກັບແຟນກ່ອນການເປັນຜົວເມຍ?
ໄດ້ຖືກສ້າງຂື້ນວັນທີສາວໆຂວັນໃຈຮູ້ບໍ່ວ່າ ການຮ່ວມປະເວນີກັນກ່ອນການເປັນຜົວເມັຍ ໃນຍຸກປະຈຸບັນ ສຳລັບຄົນລຸ່ນໃໝ່ ອາດເບິ່ງເປັນເລື່ອງທຳມະດາ ແຕ່ສາວໆຢ່າລືມວ່າ ສຳລັບຜູ້ໃຫຍ່ບ້ານເຮົາແລ້ວ ມັນກໍຍັງຖືວ່າຜິດຮີດຄອງປະເພນີຢູ່ ໂດຍສະເພາະແມ່ຍິງເຮົາ ຍາມໃດກໍຕົກເປັນຝ່າຍເສຍປຽບ ສະນັ້ນ, ກ່ອນຈະມີຄວາມສຳພັນເລິກເຊິ່ງກັບໃຜ ສາວໆຄວນພິຈາລະນາໃຫ້ດີໆ ຫາກເກີດບັນຫາ ຫຼືຝ່າຍຊາຍບໍ່ຮັບຜິດຊອບ ເຮົາຈະຮັບມືແນວໃດ? ສາວໆຍັງໂຊກດີທີ່ມີນິຕິກຳຄຸ້ມຄອງສິດທິ ແລະກຽດສັກສີ ໂດຍສະເພາະໃນ ກົດໝາຍວ່າດ້ວຍຄອບຄົວ (ສະບັບປັບປຸງ) ປີ 2008 ມາດຕາ 8 ໄດ້ເວົ້າກ່ຽວກັບ ການຮ່ວມປະເວນີກັນກ່ອນການເເປັນຜົວເມັຍ ໄວ້ວ່າ: “ເມື່ອຊູ້ສາວ ໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມັຍ ຖ້າຫາກຊາຍຊູ້ ບໍ່ເອົາຍິງຊູ້ເປັນເມັຍແລ້ວ ຊາຍຊູ້ນັ້ນກໍຈະໄດ້ເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນຍິງຊູ້ ຫຼືຄອບຄົວຂອງຍິງຊູ້ ຕາມຮີດຄອງປະເພນີ. ໃນກໍລະນີທີ່ຍິງຊູ້ ຫາກບໍ່ເອົາຊາຍເປັນຜົວ ກໍຈະບໍ່ມີການເສັຍຄ່າປົວແປງຈິດໃຈ, ຄ່າທຳຂວັນນັ້ນ ແຕ່ຢ່າງໃດ. ໃນກໍລະນີທີ່ມີການຖືພາ ນອກຈາກຈະໄດ້ເສຍຄ່າທຳຂວັນແລ້ວ ຊາຍຊູ້ຍັງຕ້ອງເສັຍຄ່າອອກລູກ ຄ່າຢູ່ກຳ ແລະຄ່າໃຊ້ຈ່າຍອື່ນຕື່ມອີກ ບໍ່ວ່າໃນກໍລະນີໃດກໍຕາມ ຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມານັ້ນ ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ” ຂໍ້ມູນຈາກ: ວາລະສານ ຂວັນໃຈ ___ ຂໍ້ມູນເພີ່ມຕື່ມ:ຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ […]