ສໍານັກຂ່າວ CNN ຈັດອັນດັບ 18 of Asia’s most underrated places ຈາກທັງໝົດຫຼາຍກ່ວາ 40 ປະເທດ ເຊິ່ງໃນນັ້ນໄດ້ມີ ນະຄອນປາກເຊ ເມືອງທີ່ຢູ່ພາກໃຕ້ ຂອງ ລາວ ຕິດ 1 ໃນ 18 ອັນດັບດັ່ງກ່າວ..ສາເຫດທີ່ເຮັດໃຫ້ ນະຄອນປາກເຊ ຕິດອັນດັບ ຍ້ອນນັກທ່ອງທ່ຽວສາມາດສໍາພັດປະສົບການທີ່ແຕກຕ່າງ ເປັນສະຖານທີ່ທີ່ມີແມ່ນໍ້າສອງສາຍມາພົບກັນ, ປາກເຊ ຍັງມີຄວາມຫຼາກຫຼາຍ ທີ່ໜ້າຕື່ນເຕັ້ນ ແລະ ທັນສະໄຫມ. ນອກນັ້ນ, ຍັງມີຕຶກເກົ່າ ບູຮານ, ອາຫານທີ່ມາຈາກຫຼາກຫຼາຍວັດທະນະທຳ..ໃນຕົວເມືອງນະຄອນປາກເຊ ທ່ານສາມາດ ໄປນະມັດສະການພະພຸດທະຮູບໃຫຍ່ ຢູ່ວັດພູສະເຫຼົາ, ນັ່ງເບິ່ງຕາເວັນຕົກດິນ ຢູ່ແຄມແມ່ນໍ້າຂອງ ຈາກນັ້ນສາມາດໄປຕໍ່ທີ່ພູພຽງບໍລະເວນ ແລະ ເຂົ້າໄປທ່ຽວຊົມໃນປ່າດົງທີ່ຕຶບໜາ. ທີ່ມາ: https://amp.cnn.com/…/asia-underrated…/index.html… _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 […]
ຂ່າວ
ອົງການກວດສອບ ພົບເຫັນລາຍຮັບ ທີ່ບໍ່ມອບເຂົ້າງົບປະມານຫລາຍຕື້ກີບ
ໄດ້ຖືກສ້າງຂື້ນວັນທີຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ທັນວາ 2022 ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການເຄື່ອນ ໄຫວວຽກງານປະຈຳປີ 2022 ແລະ ທິດທາງປະຈຳປີ 2023 ຂອງອົງການກວດສອບແຫ່ງລັດ ເຊິ່ງຜົນການກວດສອບຄືນ ການແກ້ໄຂຜົນການກວດສອບ ແລະ ຜົນການກວດສອບບົດສະຫລຸບຂາດຕົວ ການ ຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2021; ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຫລາຍເຂດເລືອກຕັ້ງ ກໍໄດ້ປະກອຄຳເຫັນໃສ່ຮ່າງບົດລາຍງານດັ່ງກ່າວ.ທ່ານ ວຽງທະວີສອນ ເທບພະຈັນ ລາຍງານໃຫ້ຮູ້ວ່າ: ຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈໍາປີ 2021, ຜ່ານການກວດສອບຕາມຫລັກວິຊາການບົດສະ ຫລຸບຂາດຕົວການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດ ປະກອບມີລາຍຮັບຕາມແຜນການ 27.629 ຕື້ກວ່າກີບ ປະຕິບັດໄດ້ 28.905 ຕື້ກວ່າກີບ ເທົ່າກັບ 104,62% ຂອງແຜນການ; ລາຍຈ່າຍຕາມແຜນ […]
ກະຊວງການເງິນ ບໍ່ອະນຸຍາດໃຫ້ເກັບລາຍຮັບ ໄປໃຊ້ຈ່າຍນອກແຜນ ເດັດຂາດ.
ໄດ້ຖືກສ້າງຂື້ນວັນທີກະຊວງການເງິນ ບໍ່ອະນຸຍາດໃຫ້ເກັບລາຍຮັບ ໄປໃຊ້ຈ່າຍນອກແຜນ ເດັດຂາດ.—————–ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ ກ່າວໃນກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນປະຈຳປີ 2022 ເມື່ອວັນທີ 20 ທັນວາ ຜ່ານມາ ວ່າ: ການສະກັດກັ້ນ, ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານຍັງຊັກຊ້າ ແລະ ຍັງບໍ່ທັນກວມລວມເອົາໃນທຸກຂົງເຂດທີ່ມີຖານລາຍຮັບ; ການຈັດເກັບພາສີທີ່ດິນ ໃນທົ່ວປະເທດ ຍັງຂາດຂໍ້ມູນເນື້ອທີ່ດິນ ແລະ ປະເພດທີ່ດິນ. ຂະນະດຽວກັນ, ການເກັບອາກອນລາຍໄດ້ ຈາກການໂອນສິດນຳໃຊ້ ຍັງບໍ່ທັນຖືກຕາມຄວາມເປັນຈິງ, ເຮັດໃຫ້ການເກັບລາຍຮັບບໍ່ບັນລຸໄດ້ຕາມແຜນການ. ສ່ວນການເກັບຄ່າທຳນຽມນຳໃຊ້ພາຫະນະປະຈຳປີ ຍັງບໍ່ທັນຄົບຖ້ວນທັນຕາມກຳນົດເວລາ. ພ້ອມກັນນີ້, ການບັງຄັບໃຊ້ກົດໝາຍຂອງຂະແໜງການເງິນ ຍັງເຮັດບໍ່ທັນໄດ້ທົ່ວເຖິງທຸກເປົ້າໝາຍ ແລະ ເດັດຂາດ; ການນຳໃຊ້ມາດຕະການຕ່າງໆຍັງບໍ່ທັນໄດ້ດີ, ການຫຼົບຫລີກເຊື່ອງອໍາພັນທະ ແລະ ການລັກລອບຫຼົບຫຼີກພາສີ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ.ສໍາລັບດ້ານລາຍຈ່າຍ: ການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ ຍັງບໍ່ທັນເປັນຮູບປະທຳເທົ່າທີ່ຄວນ; ຊຶ່ງສະແດງອອກໃນທ້າຍປີ 2022 ເຫັນວ່າ: ມີຫລາຍພາກສ່ວນສະເໜີຂໍເພີ່ມງົບປະມານບໍລິຫານປົກກະຕິ ເປັນຈຳນວນຫລາຍ; ພ້ອມດຽວກັນນັ້ນ, ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ເຫັນວ່າ […]
ຂ່າວດີ ! ສປປ ລາວຕິດ #Top 8 ຈຸດໝາຍປາຍທາງ ການທ່ອງທ່ຽວລາຄາບໍ່ແພງ ຂອງໂລກ
ໄດ້ຖືກສ້າງຂື້ນວັນທີຂ່າວດີ ! ສປປ ລາວຕິດ #Top 8 ຈຸດໝາຍປາຍທາງ ການທ່ອງທ່ຽວລາຄາບໍ່ແພງ ຂອງໂລກ ຈັດໂດຍ Travel Off Path ຊຶ່ງເປັນ ແພລັດຟອມ ທາງດ້ານການທ່ອງທ່ຽວ ທີ່ມີຊື່ສຽງຂອງໂລກ ໄດ້ຈັດ ສປປ ລາວ ເປັນໜຶ່ງໃນ 8 ປະເທດ ທີ່ມີ ຈຸດໝາຍປາຍທາງ ການທ່ອງທ່ຽວລາຄາບໍ່ແພງ ໃນ ປີ 2023 ໂດຍ ລວມມີ ສປປ ລາວ, ໄທ, ກໍາປູເຈຍ, Albania, Bulgaria, Georgia, Türkiye, ແລະ Argentina.ເຫດຜົນ ທີ່ລາວຕິດໃນອັນດັບ Top 8 ແມ່ນຍ້ອນ ສປປ ລາວ ເປັນສູນກາງ ຂອງຂົງເຂດ ທີ່ສາມາດສໍາພັດໄດ້ ປະສົບການທາງທໍາມະຊາດ, ມີແມ່ນໍ້າຂອງໄຫຼຜ່ານ, ມີພູຜາ ທີ່ມີທິວທັດສວຍງາມ, ຊຶ່ງເປັນຕົວດຶງດູດ […]
ລະວັງ!! ກິນຊີ້ນດາດຄວນແຍກ “ໄມ້ທູ” ຄີບຊີ້ນສຸກ ແລະ ຊີ້ນດີບ ຫຼີກລ້ຽງພະຍາດຫູດັບ
ໄດ້ຖືກສ້າງຂື້ນວັນທີລະວັງ!!!! ກິນຊີ້ນດາດຄວນແຍກ “ໄມ້ທູ” ຄີບຊີ້ນສຸກ ແລະ ຊີ້ນດີບ ຫຼີກລ້ຽງພະຍາດຫູດັບ ຊີ້ນດາດ ເມນູຍອດນິຍົມຂອງຄົນລາວ ແຮງຊ່ວງທີ່ອາກາດເຢັນໆແບບນີ້ ຫຼາຍໆຄົນກໍຄົງຢາກຈະໄປນັ່ງອ້ອມເຕົາໄຟ ແລະ ເອົາຊີ້ນມາດາດ ບາງເທື່ອກະດາດຈົນແຫ້ງ ແຕ່ບາງເທື່ອກະດາດສຸກໆດິບໆ ແຕ່ຮູ້ບໍ່ວ່າການກິນຊີ້ນໝູດິບ ບໍ່ສະອາດ ສຸກໆດິບໆ ເປັນ ທີ່ມາຂອງ “ພະຍາດຫູດັບ” ແລ້ວພະຍາດນີ້ມີອາການແນວໃດ ມີຜົນເສຍຕໍ່ຮ່າງກາຍຫຼາຍໜ້ອຍປານໃດ ແລະ ເຮັດໃຫ້ເສຍຊີວິດໄດ້ ຫຼື ບໍ່ ພະຍາດນີ້, ເກິດຈາກເຊື້ອແບກທີເລຍຈາກການກິນຊີ້ນໝູ, ເຄື່ອງໃນໝູ, ເລືອດໝູ, ທີ່ບໍ່ຜ່ານການປຸງສຸກ ຜູ້ທີ່ໄດ້ຮັບເຊື້ອ ພະຍາດນີ້ ຈະມີອາການດັ່ງນີ້: ມີອາການໄຂ້ສູງ, ເຈັບຫົວ ຮຸນແຮງ, ປວດຕາມກ້າມເນື້ອ, ຖ່າຍເປັນນໍ້າ ຮ່ວມກັບອາການ ສະແດງສະເພາະພະຍາດ ເຊັ່ນ: ຊືມ, ຄໍແຂງ, ຮາກ, ຊ໋ອກ, ຫົວໃຈ ລົ້ມເຫຼວ ແລະ ເຖິງຂັ້ນເສຍຊີວິດໄດ້ \ _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com […]
ທະນາຄານພັດທະນາອາຊີ ຫຼື ADB ຄາດການວ່າ ອັດຕາເງິນເຟີ້ ຢູ່ ສປປ ລາວ ຈະສະເລ່ຍ ຢູ່ທີ 23% ໃນປີ 2022 ກ່ອນ ຈະຫຼຸດລົງ ຢ່າງໄວ ມາຢູ່ທີ່ 10% ໃນປີ 2023.
ໄດ້ຖືກສ້າງຂື້ນວັນທີທະນາຄານພັດທະນາອາຊີ ຫຼື ADB ຄາດການວ່າ ອັດຕາເງິນເຟີ້ ຢູ່ ສປປ ລາວ ຈະສະເລ່ຍ ຢູ່ທີ 23% ໃນປີ 2022 ກ່ອນ ຈະຫຼຸດລົງ ຢ່າງໄວ ມາຢູ່ທີ່ 10% ໃນປີ 2023. ອີງຕາມບົດລາຍງານຂອງ Asian Development Outlook (ADO) 2022 ທີ່ເຜີຍແຜ່ອອກມາ ໃນວັນທີ 14 ທັນວາ 2022, ເງິນເຟີ້ ຈະສືບຕໍ່ ເພີ່ມຂຶ້ນ ຢູ່ເສດຖະກິດ ຂອງຫຼາຍປະເທດ ໃນເຂດອາຊີ ປາຊີຟິກ ເຮັດໃຫ້ລາຄາອາຫານ ແລະ ພະລັງງານສູງຂຶ້ນ ເນື່ອງຈາກ ຂໍ້ຂັດແຍ່ງ ລະຫວ່າງ ຣັດເຊຍ-ອູແກຣນ, ສ່ວນ ລາຄານໍ້າມັນ ແລະ ອາຍແກ໊ສ ໃນຕະຫຼາດໂລກ ຈະຫຼຸດລົງ ຈາກຈຸດສູງສຸດ ໃນປີນີ້. ADB ຍັງຄາດການວ່າ […]
ຄວາມຮັກເປັນສິ່ງທີ່ງົດງາມ ສົ່ງຜົນດີຕໍ່ຮ່າງກາຍ
ໄດ້ຖືກສ້າງຂື້ນວັນທີບໍ່ວ່າໃຜທີ່ມີຄວາມຮັກ ສັງເກດເບິ່ງວ່າ ໜ້າຕາຈະສົດໃສ ເບີກບານ ເບິ່ງຄືເປັນ ເດັກນ້ອຍລົງອາດຈະເປັນຍ້ອນຄວາມຮັກ ທີ່ມັນສາມາດສົ່ງຜົນຕໍ່ຮ່າງກາຍ ຂອງທ່ານໄດ້ເປັນຢ່າງດີ ເຊັ່ນ ຄວາມຮັກຊ່ວຍເບິ່ງແຍງ ຕື່ມຄວາມສຸກໃຫ້ກັບຫົວໃຈທ່ານໄດ້ ຍ້ອນການສະແດງຄວາມຮັກອອກທາງການກະທຳຕ່າງໆ ມັນສາມາດຊ່ວຍເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈ ຢູ່ໃນລະດັບທີ່ເໝາະສົມ ເຊິ່ງຈະຊ່ວຍຫຼຸດຄວາມຄຽດ ແລະ ຄວາມສຽງຂອງພະຍາດຕ່າງໆໄດ້ ນອກນັ້ນຍັງ ຊ່ວຍໃຫ້ທ່ານນອນລັບສະບາຍ ເພາະຈະຊ່ວຍຫຼຸດຄວາມຄຽດໃຫ້ທ່ານ ແລະ ເຮັດໃຫ້ທ່ານພັກຜ່ອນໄດ້ຢ່າງສະບາຍ, ຢາກເຊົາເຫຼົ້າ ເຊົາສູບຢາ ຄວາມຮັກຊ່ວຍໃຫ້ທ່ານຮູ້ສຶກພໍໃຈ ໃນຄວາມສຸກທີ່ມີຫຼາຍທີ່ສຸດ ເຊັ່ນດຽວກັບ ຄວາມຫຼົງໄຫຼ ແລະ ຄວາມຮັກ ເມື່ອຄວາມຫຼົງໄຫຼ ແລະ ຄວາມຮັກ ທັງສອງສິ່ງນີ້ ລວມເຂົ້າກັນ ກໍຈະສາມາດຕໍ່ສູ້ກັບອາການຕິດເຫຼົ້າ ສູບຢາໄດ້ ແລະ ຍັງສາມາດບໍາບັດຈິດໃຈໄດ້ອີກດ້ວຍ ທີ່ມາ: Kuanjai _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18 #Hukmiplan#ຮັກມີແຜນ#ຖາມເອື້ອຍ
4 ວິທີ ທີ່ຄູ່ຮັກຄວນຊອກຫາເພື່ອປັບປຸງ
ໄດ້ຖືກສ້າງຂື້ນວັນທີ4 ວິທີ ທີ່ຄູ່ຮັກຄວນຊອກຫາເພື່ອປັບປຸງ1, ຕ່າງຄົນຕ່າງມີຄຸນຄ່າໃນຕົວເອງ ທ່ານຕ້ອງຊອກມັນໃຫ້ເຫັນຕ້ອງເລີ່ມຈາການປ່ຽນຄວາມຄິດຂອງຕົວທ່ານກ່ອນ ແຕ່ຖ້າບໍ່ຮູ້ຈະເລີ່ມບ່ອນໃດ ກໍລອງປຶກສາເພື່ອນສະນິດ ເພາະບາງຄັ້ງສາຍຕາຈາກຄົນທີ່ເບິ່ງເຮົາ ກໍອາດບົ່ງບອກໄດ້ດີກວ່າທີ່ເຮົາເບິ່ງຕົວເຮົາເອງ2, ຈົ່ງຍີ້ມຮັບກັບທຸກບັນຫາ ແລະ ສູ້ມັນຢ່າຍອມທໍ້ເມື່ອຮອດມື້ ທີ່ທ່ານຜ່ານບັນຫາໃດໜຶ່ງໄດ້ແລ້ວ ທ່ານຈະພູມໃຈ ແລະ ໝັ້ນໃຈໃນຕົວເອງຫຼາຍຂຶ້ນຢ່າງແນ່ນອນ ແລະ ບັນຫາເຫຼົ່ານັ້ນຈະຊ່ວຍພັດທະນາທ່ານ ແລະ ເຮັດໃຫ້ທ່ານເປີດຄວາມຄິດໃຫ້ກວ້າງອອກ ແລະ ທ່ານຈະສາມາດເບິ່ງໂລກໃນມຸມມອງໃໝ່ໆທີ່ບໍ່ເຄີຍເຫັນມາກ່ອນ3, ລອງເຮັດສິ່ງໃໝ່ໆ ເພື່ອຄົ້ນຫາຕົວເອງໃຫ້ຫຼາຍຂຶ້ນເມື່ອທ່ານກ້າທີ່ຈະອອກໄປສຳພັດກັບສິ່ງໃໝ່ໆ ທີ່ທ່ານບໍ່ເຄີຍພົບມາກ່ອນ ຈົງເກັບຄວາມຍ້ານໄວ້ໃນບ່ອນທີ່ເໝາະສົມ ແລະ ຈົ່ງດຶງເອົາຄວາມກ້າອອກມາລອງເຮັດໃນສິ່ງທີ່ຕ້ອງການ ເພື່ອຄົ້ນພົບຕົວຕົນ ຂອງທ່ານໃຫ້ຫຼາຍຂຶ້ນ ແລ້ວທ່ານຈະພົບວ່າຕົວທ່ານຍັງສາມາດເຮັດໄດ້ອີກຫຼາຍໆຢ່າງ.4, ຈົ່ງໃຊ້ຊີວິດຢ່າງຄຸ້ມຄ່າທີ່ສຸດໂດຍການຮຽນຮູ້ຈາກສິ່ງທີ່ບໍ່ແມ່ນ ຈົນຊອກຫາສິ່ງທີ່ແມ່ນສຳລັບທ່ານ ແລ້ວມີຄວາມສຸກກັບມັນໃຫ້ເຖິງທີ່ສຸດ ຢ່າໃຫ້ຮອດຕອນທີ່ບໍ່ເຫຼືອເວລາແລ້ວທ່ານ ຈະຮູ້ສຶກເສຍໃຈໃນສິ່ງ ທີ່ຍັງບໍ່ໄດ້ລົງມືເຮັດຫຍັງເທື່ອ ທຸກຄົນລ້ວນມີທາງເລືອກສະເໝີ ຢູ່ທີ່ວ່າຈະເລືອກທາງເດີນທາງໃດເທົ່ານັ້ນເອງ. Cr: Kuanjai _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18 #Hukmiplan#ຮັກມີແຜນ#ຖາມເອື້ອຍ
ການຖອນຫາຍໃຈ ມີຜົນເຮັດໃຫ້ສຸຂະພາບຈິດອ່ອນແອລົງ
ໄດ້ຖືກສ້າງຂື້ນວັນທີການຖອນຫາຍໃຈ ມີຜົນເຮັດໃຫ້ສຸຂະພາບຈິດອ່ອນແອລົງ1. ການຖອນຫາຍໃຈເຮັດໃຫ້ເມື່ອຍເວລາຫາຍໃຈເປັນພຶດຕິກຳຂອງຄົນເຮົາ ທີ່ສູດລົມຫາຍໃຈເຂົ້າເລິກໆ ແລ້ວປ່ອຍອອກມາເຕັມທີ່ເວລາທີ່ເຈິປັນຫາ ຫຼື ສິ່ງທີ່ບໍ່ຖືກໃຈ, ຄິດອີກແບບກໍ່ຄ້າຍໆເປັນການລະບາຍຄວາມຄຼຽດ ຟັງເບິ່ງຄືຈະດີແຕ່ກໍ່ບໍ່ດີເລີຍຕໍ່ຫຼອດລົມ ເພາະມັນເປັນການໃຊ້ກ້າມເນື້ອທີ່ຫຼາຍກວ່າປົກກະຕິນັ່ນເອງ.2. ເປັນການຄືເຮັດໃຫ້ຮ່າງກາຍຖືກກົດໂຕຕ່ຳລົງໂດຍທຳມະຊາດ ເວລາທີ່ຄົນເຮົາຖອນຫາຍໃຈ ມັກມີພຶດຕິກຳກົ້ມໜ້າ ດ້ວຍຄວາມຮູ້ສຶກທີ່ໝົດຫວັງ ໝົດກຳລັງໃຈຕົກເປັນເຍື່ອຂອງປັຍຫາ ເຊິ່ງມັນສົ່ງຜົນຕໍ່ສຸຂະພາບຈິດໃນໄລຍະຍາວ, ສັງເກດໄດ້ເລີຍວ່າບໍ່ຄ້ອຍມີຝຜເງີຍໜ້າຖອນຫາຍໃຈດອກ ນອກສະຈາກຕອນທີ່ສາມາດຜ່ານພົ້ນປັນຫາໄປໄດ້ແລ້ວເທົ່ານັ້ນ.3. ການຖອນຫາຍໃຈສ້າງອາການຮ້ອນກາຍເພາະເຮົາຈະເຮັດພຶດຕິກຳນີ້ໃນຍາມທີ່ເຮົາຮູເສຶກທຸກໃຈ ຫຼື ເມື່ອຍກັບປັນຫາທີ່ເຈິແຮງແລ້ວ, ເຊິ່ງເປັນຫານສ້າງອຸນຫະພູມໃນຮ່າງກາຍໃຫ້ສູງຂຶ້ນແບບບໍ່ຮູ້ໂຕ, ເຮັດໃຫ້ຕອນສູດລົມຫາຍໃຈເຂົ້າ ແລ້ວປ່ອຍອາກາດອອກມານັ້ນ ມີຄວາມຮ້ອນກວ່າປົກກະຕິ ແນ່ນອນວ່າຈະເຮັດໃຫ້ເຮົານັ້ນຮູ້ສຶກອຶດອັດ ສ້າງພາລະໃຫ້ກັບຮ່າງກາຍນັ້ນເອງ. ຮຽບຮຽງ: Mask _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18 #Hukmiplan#ຮັກມີແຜນ#ຖາມເອື້ອຍ
5 ເຄັດບໍ່ລັບ ຊົດເຊີຍຮ່າງກາຍ ຫາກນອນບໍ່ພໍ ຫຼື ນອນໜ້ອຍ
ໄດ້ຖືກສ້າງຂື້ນວັນທີປາສະຈາກບໍ່ໄດ້ທີ່ຄົນຍຸກປະຈຸບັນ ໃຊ້ເວລາໃນຕອນຕື່ນຫຼາຍກວ່າເວລາຕອນນອນ ຈົນບາງຄັ້ງອາດເຮັດໃຫ້ນອນບໍ່ພໍ ເຮົາມາເບິ່ງ 5 ວິທີຊົດເຊີຍອາການນອນບໍ່ພໍໃຫ້ຮ່າງກາຍນຳກັນ:1. ເຕີ່ມຄວາມສົດໃສ ສົດຊື່ນຈາກ ວິຕາມິນ ຊີ ຫຼື ນ້ຳໝາກໄມ້2. ຕັ້ງໝັ້ນ ຫາມື້ນອນພັກຜ່ອນໃຫ້ພຽງພໍ 2-3 ມື້ ຕິດຕໍ່ກັນ3. ດື່ມນ້ຳອຸຫະພູມປົກກະຕິ ຍິ່ງດື່ມຫຼາຍຍິ່ງດີຕໍ່ຮ່າງກາຍ.4. ຫາເວລາ ງີບລະຫວ່າງມື້ 15-20 ນາທີ ໃຫ້ໄດ້ ເພື່ອເພີ່ມການພັກຜ່ອນໃຫ້ສະໝອງ ແລະ ສ້າງຄວາມສົດຊື່ນຫຼັງຕື່ນ.5. ການນອນຊົດເຊີຍໂດຍການຕື່ນສວຍໆ ໃນມື້ພັກບໍ່ໄດ້ຊ່ວຍ ເພາະການນອນໃຫ້ຖືກຕາມໂມງເວລາສຳຄັນ ແລະ ມີປະສິດທິພາບກວ່າ ຮຽບຮຽງ: Mask _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18 #Hukmiplan#ຮັກມີແຜນ#ຖາມເອື້ອຍ