ກະຊວງການເງິນ ບໍ່ອະນຸຍາດໃຫ້ເກັບລາຍຮັບ ໄປໃຊ້ຈ່າຍນອກແຜນ ເດັດຂາດ.

ກະຊວງການເງິນ ບໍ່ອະນຸຍາດໃຫ້ເກັບລາຍຮັບ ໄປໃຊ້ຈ່າຍນອກແຜນ ເດັດຂາດ.—————–ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ ກ່າວໃນກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນປະຈຳປີ 2022 ເມື່ອວັນທີ 20 ທັນວາ ຜ່ານມາ ວ່າ: ການສະກັດກັ້ນ, ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານຍັງຊັກຊ້າ ແລະ ຍັງບໍ່ທັນກວມລວມເອົາໃນທຸກຂົງເຂດທີ່ມີຖານລາຍຮັບ; ການຈັດເກັບພາສີທີ່ດິນ ໃນທົ່ວປະເທດ ຍັງຂາດຂໍ້ມູນເນື້ອທີ່ດິນ ແລະ ປະເພດທີ່ດິນ. ຂະນະດຽວກັນ, ການເກັບອາກອນລາຍໄດ້ ຈາກການໂອນສິດນຳໃຊ້ ຍັງບໍ່ທັນຖືກຕາມຄວາມເປັນຈິງ, ເຮັດໃຫ້ການເກັບລາຍຮັບບໍ່ບັນລຸໄດ້ຕາມແຜນການ. ສ່ວນການເກັບຄ່າທຳນຽມນຳໃຊ້ພາຫະນະປະຈຳປີ ຍັງບໍ່ທັນຄົບຖ້ວນທັນຕາມກຳນົດເວລາ. ພ້ອມກັນນີ້, ການບັງຄັບໃຊ້ກົດໝາຍຂອງຂະແໜງການເງິນ ຍັງເຮັດບໍ່ທັນໄດ້ທົ່ວເຖິງທຸກເປົ້າໝາຍ ແລະ ເດັດຂາດ; ການນຳໃຊ້ມາດຕະການຕ່າງໆຍັງບໍ່ທັນໄດ້ດີ, ການຫຼົບຫລີກເຊື່ອງອໍາພັນທະ ແລະ ການລັກລອບຫຼົບຫຼີກພາສີ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ.ສໍາລັບດ້ານລາຍຈ່າຍ: ການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ ຍັງບໍ່ທັນເປັນຮູບປະທຳເທົ່າທີ່ຄວນ; ຊຶ່ງສະແດງອອກໃນທ້າຍປີ 2022 ເຫັນວ່າ: ມີຫລາຍພາກສ່ວນສະເໜີຂໍເພີ່ມງົບປະມານບໍລິຫານປົກກະຕິ ເປັນຈຳນວນຫລາຍ; ພ້ອມດຽວກັນນັ້ນ, ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ເຫັນວ່າ ຫລາຍຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນໃຫ້ຄວາມຮ່ວມມືເທົ່າທີ່ຄວນໃນການຂຶ້ນບັນຊີລົດລັດ ເພື່ອມາດັດສົມຄືນ; ຍິ່ງໄປກວ່ານັ້ນ, ຍັງມີບາງພາກສ່ວນສະເໜີຊື້ພາຫະນະໃໝ່. ສ່ວນການແກ້ໄຂຜົນການກວດສອບ ແລະ ການເກັບກູ້ເງິນເຂົ້າງົບປະມານແຫ່ງລັດຍັງຊັກຊ້າ ເນື່ອງຈາກຂໍ້ມູນຍັງເປັນຕົວເລກລວມ ແລະ ຂໍ້ມູນຂອງບາງຫົວໜ່ວຍເປົ້າໝາຍຕົວຈິງ ຍັງບໍ່ທັນລະອຽດຊັດເຈນ.ທ່ານກ່າວຕື່ມວ່າ: ຕໍ່ກັບບັນຫາດັ່ງກ່າວ, ກະຊວງການເງິນ ໄດ້ວາງທິດທາງການສ້າງແຜນງົບປະມານແຫ່ງລັດປີ 2023 ເພື່ອຮັບປະກັນການເກັບລາຍຮັບຈາກຖານທີ່ມີໃນປັດຈຸບັນ ແລະ ທ້ອງຖິ່ນ ຕ້ອງເປັນເຈົ້າການໃນການຮັບຜິດຊອບ ບໍ່ອະນຸຍາດໃຫ້ເກັບລາຍຮັບ ໄປໃຊ້ຈ່າຍນອກລະບົບງົບປະມານເດັດຂາດ; ສຳລັບລາຍຈ່າຍງົບປະມານແຫ່ງລັດ ແມ່ນຮັບປະກັນຕາມທິດປະຢັດ ແລະ ຕ້ານການຟູມເຟືອຍ ຕາມດຳລັດ ສະບັບເລກທີ205/ລບ ຢ່າງເປັນຮູບປະທຳ.ນອກນັ້ນ, ຈະໄດ້ໂຈະການລົງທຶນໃໝ່ ແລະ ໂຄງການທີ່ບໍ່ມີປະສິດທິຜົນໄປກ່ອນ ເພື່ອຮັບປະກັນໃຫ້ມີການສະສົມ ດ້ວຍການປະຢັດ, ຮັກສາລາຍຮັບພາຍໃນໄວ້ ເພື່ອຮອງຮັບລາຍຈ່າຍທີ່ຈຳເປັນຂອງລັດຖະບານ ແລະ ຊຳລະໜີ້ສິນສາທາລະນະ ເພື່ອຫລຸດຜ່ອນການກູ້ຢືມໃໝ່ໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ໂປ່ງໃສ.ພ້ອມທັງ, ຮັບປະກັນຮັກສາສະຖຽນລະພາບ ການບໍລິຫານໜີ້ສິນສາທາລະນະໃຫ້ສາມາດປະຄັບປະຄອງ ເພື່ອບໍ່ໃຫ້ປະເທດຕົກຢູ່ໃນປະເທດທີ່ບໍ່ສາມາດຊຳລະໜີ້ສິນໄດ້ ດ້ວຍຮູບການປັບໂຄງສາງໜີ້ສິນສາທາລະນະຄືນໃໝ່ ແຕ່ນີ້ຮອດປີ 2027 ແລະ ຫລັງປີ 2027 ຮອດປີ 2035 ໃຫ້ເປັນແຜນລະອຽດ ມີລາຍຮັບຮອງຮັບໃນການຊຳລະໜີ້ສິນ ແຕ່ລະຂໍ້ຜູກພັນສັນຍາ

ຂ່າວ: ຂປລ

_____

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18

#Hukmiplan#ຮັກມີແຜນ#ຖາມເອື້ອຍ