ສສຊ ສະເໜີໃຫ້ລັດຖະບານເຂັ້ມງວດ ແກ້ໄຂບັນຫາສໍ້ລາດບັງຫຼວງ ແລະ ປູກຈິດສໍານຶກໃຫ້ເລິກເຊິ່ງແກ່ທຸກພາກສ່ວນໃນສັງຄົມ.

ໃນວັນທີ 23 ທັນວາ 2022, ທ່ານ ພອນສານ ວິໄລເມັ້ງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ສະເຫນີ ຫລາຍບັນຫາໃນກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ XI ຕໍ່ ບົດລາຍງານວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດວ່າ:.1. ການປູກຈິດສໍານຶກໃຫ້ເລິກເຊິ່ງແກ່ພະນັກງານ, ນັກທຸລະກິດ, ປະຊາຊົນໃຫ້ທົ່ວເຖິງ ເພາະວ່າປັດຈຸບັນເຫັນປະຊາຊົນ, ນັກທຸລະກິດ ບໍ່ທັນມີສະຕິໃນການແກ້ໄຂບັນຫາການສໍ້ລາດບັງຫລວງໄດ້ຢ່າງເຕັມທີ່ ເປັນຕົ້ນແມ່ນ ພະນັກງານໄປຂໍບິນເປົ່ານໍາພະນັກງານມາຂຽນເອງແລ້ວໄປສະເຫນີເອົາເງິນ ນີ້ກໍເປັນສາເຫດຫນຶ່ງທີ່ເຮັດໃຫ້ມີການສໍ້ລາດບັງຫລວງເພີ່ມຂຶ້ນ.2. ຖ້າຊີວິດການເປັນຢູ່ຂອງພະນັກງານມີຢູ່ມີກິນກໍຈະມີການສໍ້ລາດບັງຫລວງຫລຸດຫນ້ອຍ ຖອຍລົງ3. ປັດຈຸບັນພວກເຮົາກວດເຫັນແລ້ວຈໍານວນງົບປະມານວ່າພາກສ່ວນໃດລະເມີດ ພວກເຮົາຮັບຮູ້ ແຕ່ການແກ້ໄຂດັ່ງກ່າວຍັງບໍ່ທັນເຂັ້ມງວດ ຢາກໃຫ້ທັງສອງອົງການ ລວມທັງລັດຖະບານຕ້ອງສືບຕໍ່ເດັດດ່ຽວໃນການແກ້ໄຂບັນຫາດັ່ງກ່າວ.4. ການສ້າງຄວາມເຂັ້ມແຂງໃຫ້ແກ່ທັງສອງອົງການນີ້ ລວມທັງຂອດງົບປະມານ ຍົກສູງພາລະ ບົດບາດສິດ ແລະ ຫນ້າທີ່ໃຫ້ທັງສອງອົງການນີ້ຕື່ມ, ບັນດາຫົວຫນ່ວຍການກໍ່ສ້າງ ເປັນຕົ້ນແມ່ນຂົວທາງ, ເຄຫະສະຖານ ຊົນລະປະທານ ແລະ ການກໍ່ສ້າງອື່ນໆໃຫ້ກໍານົດແຜນຢ່າງລະອຽດແລ້ວຂຶ້ນຜ່ານສະພາເພື່ອເປັນລາຄາກາງໃຫ້ສັງຄົມໄດ້ຮັບຮູ້.

ທີ່ມາ: ລາວພັດທະນາ

_____

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18

#Hukmiplan#ຮັກມີແຜນ#ຖາມເອື້ອຍ