ຂ່າວດີ ! ສປປ ລາວຕິດ #Top 8 ຈຸດໝາຍປາຍທາງ ການທ່ອງທ່ຽວລາຄາບໍ່ແພງ ຂອງໂລກ

ຂ່າວດີ ! ສປປ ລາວຕິດ #Top 8 ຈຸດໝາຍປາຍທາງ ການທ່ອງທ່ຽວລາຄາບໍ່ແພງ ຂອງໂລກ ຈັດໂດຍ Travel Off Path ຊຶ່ງເປັນ ແພລັດຟອມ ທາງດ້ານການທ່ອງທ່ຽວ ທີ່ມີຊື່ສຽງຂອງໂລກ ໄດ້ຈັດ ສປປ ລາວ ເປັນໜຶ່ງໃນ 8 ປະເທດ ທີ່ມີ ຈຸດໝາຍປາຍທາງ ການທ່ອງທ່ຽວລາຄາບໍ່ແພງ ໃນ ປີ 2023 ໂດຍ ລວມມີ ສປປ ລາວ, ໄທ, ກໍາປູເຈຍ, Albania, Bulgaria, Georgia, Türkiye, ແລະ Argentina.ເຫດຜົນ ທີ່ລາວຕິດໃນອັນດັບ Top 8 ແມ່ນຍ້ອນ ສປປ ລາວ ເປັນສູນກາງ ຂອງຂົງເຂດ ທີ່ສາມາດສໍາພັດໄດ້ ປະສົບການທາງທໍາມະຊາດ, ມີແມ່ນໍ້າຂອງໄຫຼຜ່ານ, ມີພູຜາ ທີ່ມີທິວທັດສວຍງາມ, ຊຶ່ງເປັນຕົວດຶງດູດ ນັກທ່ອງທ່ຽວພະຈົນໄພ ຈາກທົ່ວໂລກ ທີ່ມີຄວາມຝັນ ຢາກລົບຫຼີກ ຄວາມວຸ້ນວາຍ ຈາກໂລກທີ່ທັນສະໄຫມ ທີ່ຍັງບໍ່ທັນຖືກທໍາລາຍຫຼາຍ ຈາກການທ່ອງທ່ຽວ. ລາຄາອາຫານ ສໍາຫຼັບ 1 ຄົນ ຢູ່ທີ່ຮ້ານອາຫານບໍ່ແພງຫຼາຍ ຢູ່ລາວແມ່ນ ມີລາຄາປະມານ 2.72 ໂດລ້າ, ຊຶ່ງຖືວ່າບໍ່ແພງ ສໍາຫຼັບນັກທ່ອງທ່ຽວ ຕ່າງປະເທດ ທີ່ມີລາຍໄດ້ສະເລ່ຍຕໍ່ເດືອນທີ່ 3.470 ໂດລ້າສະຫະລັດ. ທ່ານສາມາດ ອ່ານລາຍລະອຽດເພີ່ມຕື່ມ ຢູ່ລິ້ງກ້ອງຄອມເມັ້ນ

_____

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18

#Hukmiplan#ຮັກມີແຜນ#ຖາມເອື້ອຍ