ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄົນໃໝ່!

ສະພາແຫ່ງຊາດຮັບຮອງ ທ່ານ ສອນໄຊ ສີພັນດອນເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ຂປລ. ໃນກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 30 ທັນວາ 2022 ເປັນມື້ສຸດທ້າຍຂອງການດຳເນີນກອງປະຊຸມ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໃນພາກບ່າຍຂອງກປະຊຸມດັ່ງກ່າວ ໄດ້ມີວາລະພິເສດ ໂດຍມີທ່ານ ທອງລຸນ ສີສຸລິດ ປະທານປະເທດ, ພ້ອມດ້ວຍການນຳພັກ-ລັດຂັ້ນສູງ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ. ທ່ານນາງ ສູນທອນ ໄຊຍະຈັກຮອງປະທານສະພາແຫ່ງຊາດ ໄດ້ອ່ານໜັງສືສະເໜີຂອງປະທານປະເທດແຫ່ງ ສປປ ລາວ ກ່ຽວກັບການຂໍພັກການອອກຮັບອຸດຫໜູນບໍານານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນ ຕີແຫ່ງ ສປປ ລາວ (ຍ້ອນບັນຫາສຸຂະພາບ) ແລະ ຜ່ານໜັງສືສະເໜີຂອງ ທ່ານປະທານປະເທດ ກ່ຽວກັບການສະເໜີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຂຶ້ນເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ໃໝ່ ໂດຍໄດ້ຮັບການສະໜັບສະໜູນ ແລະ ເຫັນດີເປັນເອກະພາບ ຈາກບັນດາສະມາຊິກສະພາແຫ່ງຊາດ ແລະ ຮັບຮອງເອົາ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ໃໝ່ ດ້ວຍຄະແນນສ່ຽງເຫັນດີເປັນສ່ວນຫລາຍ.ໂອກາດນີ້ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນມີຄຳເຫັນກ່າວຮັບໜ້າທີ່ ເຊິ່ງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ.ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ

_____

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18

#Hukmiplan#ຮັກມີແຜນ#ຖາມເອື້ອຍ