CNN ຍົກໃຫ້ ນະຄອນປາກເຊ ເປັນສະຖານທີ່ທ່ອງທ່ຽວໜ້າຕື່ນຕາຕື່ນໃຈທີ່ສຸດຂອງອາຊີ

ສໍານັກຂ່າວ CNN ຈັດອັນດັບ 18 of Asia’s most underrated places ຈາກທັງໝົດຫຼາຍກ່ວາ 40 ປະເທດ ເຊິ່ງໃນນັ້ນໄດ້ມີ ນະຄອນປາກເຊ ເມືອງທີ່ຢູ່ພາກໃຕ້ ຂອງ ລາວ ຕິດ 1 ໃນ 18 ອັນດັບດັ່ງກ່າວ..ສາເຫດທີ່ເຮັດໃຫ້ ນະຄອນປາກເຊ ຕິດອັນດັບ ຍ້ອນນັກທ່ອງທ່ຽວສາມາດສໍາພັດປະສົບການທີ່ແຕກຕ່າງ ເປັນສະຖານທີ່ທີ່ມີແມ່ນໍ້າສອງສາຍມາພົບກັນ, ປາກເຊ ຍັງມີຄວາມຫຼາກຫຼາຍ ທີ່ໜ້າຕື່ນເຕັ້ນ ແລະ ທັນສະໄຫມ. ນອກນັ້ນ, ຍັງມີຕຶກເກົ່າ ບູຮານ, ອາຫານທີ່ມາຈາກຫຼາກຫຼາຍວັດທະນະທຳ..ໃນຕົວເມືອງນະຄອນປາກເຊ ທ່ານສາມາດ ໄປນະມັດສະການພະພຸດທະຮູບໃຫຍ່ ຢູ່ວັດພູສະເຫຼົາ, ນັ່ງເບິ່ງຕາເວັນຕົກດິນ ຢູ່ແຄມແມ່ນໍ້າຂອງ ຈາກນັ້ນສາມາດໄປຕໍ່ທີ່ພູພຽງບໍລະເວນ ແລະ ເຂົ້າໄປທ່ຽວຊົມໃນປ່າດົງທີ່ຕຶບໜາ.

ທີ່ມາ: https://amp.cnn.com/…/asia-underrated…/index.html…

_____

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18

#Hukmiplan#ຮັກມີແຜນ#ຖາມເອື້ອຍ