ຖືພາຕອນອາຍຸຍັງນ້ອຍ, ບໍ່ພ້ອມ, ມີຜົນກະທົບຫຼາຍດ້ານ!

ຖືພາຕອນອາຍຸຍັງນ້ອຍ, ບໍ່ພ້ອມ, ມີຜົນກະທົບຫຼາຍດ້ານ, ດ້ານຮ່າງກາຍ ດ້ານຈິດໃຈ ແລະ  ດ້ານເສດຖະກິດ-ສັງຄົມ!!

ເດັກນ້ອຍທີ່ເກີດຈາກແມ່ທີ່ຖືພາແຕ່ອາຍຸຍັງນ້ອຍສ່ວນຫຼາຍຈະເຮັດໃຫ້ເດັກໄດ້ຮັບຜົນກະທົບຕ່າງໆ ເປັນຕົ້ນເຊັ່ນ:

  •  ເກີດກ່ອນກໍານົດ (preterm) ຊື່ງມີຜົນຕໍ່ການມີຊິວີດລອດຂອງເດັກ
  •  ນ້ຳໜັກຂອງເດັກຕໍ່າ (low birth-weight babies).
  •  ອັດຕາການຕາຍຂອງເດັກນ້ອຍຕັ້ງແຕ່ເກີດຈົນເຖິງໃຫຍ່ແມ່ນສູງ.
  •  ເດັກທີ່ເກີດຈາກແມ່ທີ່ເປັນໄວໜຸ່ມ ອາດຈະໄດ້ຮັບໂພສະນາການທີ່ບໍ່ເໝາະສົມ ລວມໄປເຖີງ ການເບິ່ງແຍງທາງດ້ານສຸຂະພາບ, ການກະຕຸ້ນທາງດ້ານສະໝອງ ແລະ ທາງສັງຄົມ, ມີຄວາມສ່ຽງຫຼາຍຂື້ນທີ່ຈະຖືກການລ່ວງລະເມີດ ແລະ ການປ່ອຍປະລະເລີຍ
  • ເດັກຊາຍທີ່ເກີດຈາກແມ່ໄວໜຸ່ມ 13% ຈະຖືກກັກຂັງ ແລະ 22% ຂອງເດັກຍິງຈະກາຍເປັນແມ່ໃນໄວໜຸ່ມ
  • ເດັກທີ່ເກີດມາ ມີຄວາມສ່ຽງຕໍ່ການພັດທະນາການຂອງອະໄວຍະວະຕ່າງໆບໍ່ສົມບູນ ແລະ ຮ້າຍແຮງໄປກວ່ານັ້ນເຮັດໃຫ້ມີເລືອດໄຫຼໃນສະໝອງ, ພະຍາດທາງເດີນຫາຍໃຈ ແລະ ພະຍາດທາງເດີນອາຫານ

ຕໍ່ແມ່ ແລະ ລູກ:

  • ຄວາມສ່ຽງຂອງການເສຍຊີວິດໃນເວລາເກີດລູກແມ່ນ 2 ເທົ່າໃນກຸ່ມອາຍຸ 15-20 ປີ ແລະ 5 ເທົ່າທີ່ສູງຂື້ນສຳລັບເດັກຍິງຜູ້ທີ່ຖືພາອາຍຸຕຳ່ກວ່າ 15 ປີ
  • ສ່ຽງຕໍ່ການກຽມຊັກກະຕຸກ (ບວມ,ຊັກກະຕຸກ)
  • ເສຍເລືອດຫຼາຍ
  • ແມ່ຈະມີອາການຊືມເສົ້າໃນໄລຍະ 4 ປ
  • ພະຍາດເລືອດຈາງ
  • ສ່ຽງຕໍ່ການລຸລູກ/ ເກີດກ່ອນກຳນົດ/ເດັກເກີດມານໍ້າໜັກຕໍ່າ/ການພັດທະນາການຊັກຊ້າ ທາງດ້ານຮ່າງກາຍ ແລະ  ສະໜອງ

ຜົນກະທົບດ້ານຈິດໃຈ

See the source image
  • ໂທດຕົວເອງ, ຜິດຫວັງ ແລະ ເສຍໃຈກັບບັນຫາທີ່ເກີດຂຶ້ນ
  • ຂາດຄວາມໝັ້ນໃຈ ແລະ ຄິດວ່າໂຕເອງເສຍສັກສີ
  • ອາດຈະໄດ້ແຕ່ງດອງກັບຄົນທີ່ຕົນເອງບໍ່ໄດ້ຮັກແທ້ (ເພາະຍັງບໍ່ທັນຜ່ານເວລາຫຼາຍ)
  • ຖືກໂຈະການຮຽນ ຫຼື ບໍ່ກ້າໄປຮຽນ
  • ອາດຖືກສັງຄົມ ແລະ ບຸກຄົນເວົ້າໃສ່ ຫຼື ການກະທຳທີ່ສະແດງທ່າທາງລັງກຽດ.
  • ອາຊີບບໍ່ໝັ້ນຄົງ
  • ມີບັນຫາໃນການລ້ຽງລູກ (​ສັບສົນບໍ່ຮູ້ວິທີ)
  • ມີອາການຊຶມເສົ້າ, ບໍ່ມີທາງອອກ, ຢາກຂ້າຕົວຕາຍ
  • ອາຍ ແລະ ຢ້ານທີ່ຈະປຶກສາ, ໂອ້ລົມ ກັບຄົນໃນຄອບຄົວ ຫຼື ເຂົ້າຮັບການບໍລິການຕ່າງໆ.

ຜົນກະທົບດ້ານເສດຖະກິດ – ສັງຄົມ

Visual search query image
  • ຂາດເງິນຄຳທີ່ຈະໃຊ້ຈ່າຍ ບໍລິການຕ່າງໆ ທັງໃນເວລາຖືພາ, ຕອນເກີດ ແລະ ຫຼັງເກີດເພື່ອລ້ຽງດູລູກ
  • ອາດບໍ່ສາມາດທົນກັບສະພາບຄວາມກົດດັນຈາກສັງຄົມ ຈົ່ມຂວັນນິນທາໄດ້
  • ອາດຖືກສັງຄົມລັງກຽດ ( ກໍລະນີເປັນ ແມ່ຖືພາ ແລະ ລ້ຽງລູກຄົນດຽວ )
  • ບໍ່ມີອາຊີບ ຫຼື ອາຊີບບໍ່ໝັ້ນຄົງ ( ເນື່ອງຈາກຕ້ອງໄດ້ເບິ່ງແຍງລູກ ແລະ ອາດຮຽນບໍ່ຈົບ )
  • ມີຄວາມສ່ຽງຕໍ່ການຢ່າຮ້າງ ( ເນື່ອງຈາກແຕ່ງດອງກັນໄວ ແລະ ຍັງບໍ່ໄດ້ຮຽນຮຸ້ຊີວິດຄອບຄົວມາກ່ອນ )
  • ຄຸນນະພາບຊີວິດຕົກຕໍ່າ.

ທີ່ມາ: ປຶ້ມຄູ່ມື ແນວທາງການສອນເພດວິຖີສຶກສາຢ່າງບູລະນາການສຳລັບຄູ ກະຊວງສຶກສາທິການ

_____

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617

#Hukmiplan#ຮັກມີແຜນ#ຖາມເອື້ອຍ