3 ຂໍ້ທີ່ສາວໆ ຄວນຮູ້ກ່ອນຄິດຈະມີຄວາມຮັກອີກຄັ້ງ!

  1. ຕ້ອງຮູ້ຈັກຮັບຟັງຄົນຮັກແດ່

ຫລາຍຄົນທີ່ໃຊ້ຊີວິດຢູ່ ຕົວຄົນດຽວມາດົນ ຈົນອາດສົ່ງຜົນໃຫ້ກາຍເປັນຄົນບໍ່ຮັບຟັງໃຜນອກຈາກຕົວເອງແລະຕາມໃຈແຕ່ຕົວເອງຫຼາຍກວ່າທີ່ຈະຮັບຟັງຄວາມຄິດເຫັນຂອງຄົນອື່ນໆແດ່ ເຊິ່ງຟັງເບິ່ງແລ້ວກໍ່ບໍ່ຄ່ອຍດີເລີຍແມ່ນບໍ່ລະ ນີ້ຈຶ່ງເປັນສິ່ງທີ່ສາວໆ ບາງຄົນຄວນຕ້ອງປັບຕົວ ກ່ອນຄິດຈະເລີ່ມຕົ້ນຄວາມສຳພັນຄັ້ງໃຫ່ ເພາະເຮົາຈະຕ້ອງບໍ່ລືມວ່າ ຕໍ່ໄປໃນອະນາຄົດເຮົາອາດຈະບໍ່ໄດ້ໃຊ້ຊີວິດຢູ່ຕົວຄົນດຽວຄືເກົ່າແລ້ວ ການຫັດທຳຄວາມເຂົ້າໃຈໃນສິ່ງທີ່ຄົນຮັກຂອງເຮົາຕ້ອງການ ກໍ່ຖືເປັນອີກຫນຶ່ງວິທີທີ່ຈະຊ່ວຍຮັກສາ ຄວາມສຳພັນໃຫ້ຄົງຢູ່ໄດ້ຢ່າງຍາວນານ ແລະ ຍັງຖືເປັນການເອົາໃຈໃສ່ໃນຄວາມສຳພັນທີ່ບໍ່ໄດ້ປ່ອຍໃຫ້ອີກຝ່າຍຕ້ອພະຍາຍາມ ຢູ່ຄົນດຽວອີກດ້ວຍ.

See the source image
  1. ຮູ້ຂໍ້ບົກພ່ອງຂອງຕົວເອງ ແລະ ແກ້ໄຂ

ປະຕິເສດບໍ່ໄດ້ວ່າຄວາມຮັກ ຄັ້ງທີ່ຜ່ານໆມາ ໃຜຫລາຍຄົນເອງຕ່າງກໍ່ມີສ່ວນທີ່ເຮັດໃຫ້ເກີດຄວາມຜິດພາດຈົນບໍ່ສາມາດຍ່າງຫນ້າໄປຕໍ່ໄດ້ ເຊິ່ງສຸດທ້າຍແລ້ວ ຄວາມສຳພັນກໍ່ຕ້ອງປິດສາກລົງ ຫລາຍຕໍ່ຫລາຍຄັ້ງ ແລະ ກໍ່ໃຫ້ເກີດເປັນຄວາມເຈັບປວດທັ້ງຕໍ່ຕົວເຮົາເອງ ແລະ ອີກຝ່າຍ ຢ່າງຫລີກລ່ຽງບໍ່ໄດ້ຕາມມາ ເພາະສະນັ້ນການຮູ້ໃຫ້ທັນຂໍ້ບົກພ່ອງຂອງຕົວເອງແລະພະຍາຍາມຍັບຍັ້ງບໍ່ໃຫ້ມັນເກີດຂຶ້ນອີກ ກໍ່ເປັນສິ່ງທີ່ສາມາດຊ່ວຍປະຄັບປະຄອງຄວາມສຳພັນບໍ່ໃຫ້ຕ້ອງເກີດຈຸດຈົບຢ່າງທີ່ເຄີຍເປັນຂຶ້ນໄດ້

  1. ຍອມຮັບວ່າທຸກສິ່ງປ່ຽນແປງໄດ້ສະເຫມີ

ຄວາມປ່ຽນແປງ ເປັນເລື່ອງທີ່ສາມາດເກີດຂຶ້ນໄດ້ຕະຫລອດເວລາ ບໍ່ເວັ້ນແມ້ກະທັ້ງ ຄວາມຮັກ ທີ່ບໍ່ວ່າຈະປ່ຽນໄປໃນດ້ານຄວາມຮູ້ສຶກລຶກໆ ຫລື ພຶດຕິກຳ ຂອງຕົວບຸກຄົນເອງ ນັ້ນກໍ່ລ້ວນເປັນຄວາມປ່ຽນແປງດ້ວຍກັນທັ້ງສິ້ນ ການຍອມຮັບຄຳວ່າ ປ່ຽນ ໃຫ້ໄດ້ ຈຶ່ງຖືເປັນເລື່ອງ ຈຳເປັນສຳຫລັບທຸກໆ ເລື່ອງ ທີ່ຈະຊ່ວຍເຮັດໃຫ້ຫຍັງຕໍ່ຫຍັງຫລາຍໆຢ່າງງ່າຍດາຍຍິ່ງຂຶ້ນກວ່າເກົ່າໂດຍສະເພາະ ຖ້າຫາກມື້ໃດມື້ຫນຶ່ງ ຄວາມສຳພັນອັນສວຍງາມເຫລົ່ານີ້ຕ້ອງຈົບລົງ ເຮົາຢາກໃຫ້ເຈົ້າຍອມຮັບໃຫ້ໄດ້ວ່າທຸກສິ່ງບົນໂລກໃບນີ້ ບໍ່ມີຫຍັງທີ່ບໍ່ປ່ຽນ ການປະເຊີນຫນ້າຍອມຮັບຄວາມເປັນຈິງໃຫ້ໄດ້ຢ່າງ ເຂັ້ມແຂງ ແລະ ບໍ່ຕ້ອງຮູ້ສຶກຢ້ານຕ່າງຫາກທີ່ເປັນສິ່ງທີ່ຄວາມເຮັດຫຼາຍກວ່າການນັ່ງຮ້ອງໄຫ້ຟູມຟາຍ ເມື່ອຕ້ອງເກີດການສູນເສຍ.

See the source image

ຂໍ້ມູນ: Kuanjai

_____

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617

#Hukmiplan#ຮັກມີແຜນ#ຖາມເອື້ອຍ