ຄວາມເກງໃຈທີ່ດີຄືມີຄວາມເກງໃຈຕໍ່ຜູ້ອື່ນຢ່າງເໝາະສົມ ແລະ ສົມດູນກັບຄວາມເກງໃຈຕໍ່ໂຕເອງຢ່າງພໍດີ

ຄວາມເກງໃຈເປັນຄຸນສົມບັດຢ່າງໜຶ່ງທີ່ທຸກຄົນຄວນມີ ແລະ ຕ້ອງໄດ້ຝຶກຝົນ ບາງຄົນບໍ່ມີຄວາມເກງໃຈຕໍ່ຜູ້ອື່ນເລີຍ ອັນນີ້ກໍເປັນເລື່ອງຍາກທີ່ຈະຖືກຍອມຮັບ ເພາະມັນເປັນການເສຍມາລະຍາດ ແລະ ບໍ່ເຄົາລົບບໍ່ໃຫ້ກຽດຄົນອື່ນ ແຕ່ໃນຂະນະດຽວກັນຄວາມເກງໃຈກໍເປັນສາເຫດທີ່ເຮັດໃຫ້ເຮົາຖືກເອົາປຽບ “ຖ້າມີຫຼາຍເກີນໄປ”

See the source image

ເຈົ້າເຄີຍບໍ່? ຖືກຄົນອື່ນເອົາປຽບພຽງເພາະເຈົ້າເປັນຄົນຂີ້ເກງໃຈ. ຖືກຄົນອື່ນໃຊ້ໃຫ້ເຮັດວຽກແທນທັງທີ່ຄວາມຈິງເຮົາບໍ່ເຮັດກໍໄດ້ເພາະມັນບໍ່ແມ່ນໜ້າທີ່ຂອງເຮົາ. ໃນບາງຄັ້ງຕໍ່ຄິວຊື້ເຄື່ອງດົນໆແຕ່ຢູ່ໆກໍຖືກຄົນອື່ນລັດຄິວ ທັງທີ່ບໍ່ພໍໃຈແຕ່ກໍບໍ່ກ້າຮ້າຍເພາະເກງໃຈ ແລະ ຍັງມີອີກຫຼາຍໆເລື່ອງທີ່ເຮົາຖືກເອົາປຽບຈາກຄວາມເກງໃຈ ສະນັ້ນຈຶ່ງເວົ້າໄດ້ວ່າ:

ຄວາມເກງໃຈມີຫຼາຍໄປກໍບໍ່ດີມີໜ້ອຍໄປກໍບໍ່ດີ ມີຢ່າງພໍດີຈຶ່ງເປັນເລື່ອງດີ ເພາະເກງໃຈຄົນອື່ນຫຼາຍເກີນໄປກໍຈະເຮັດໃຫ້ລືມເຄົາລົບໂຕເອງ ແຕ່ເກງໃຈໜ້ອຍເກີນໄປກໍຈະກາຍເປັັນຄົນທີ່ເຫັນແກ່ໂຕບໍ່ເຄົາລົບຄົນອື່ນ ສະນັ້ນຈຶ່ງຄວນເຝິກຝົນໃຫ້ຄວາມເກງໃຈຂອງເຮົາເປັນທັງການເຄົາລົບຕົນເອງ ແລະ ເຄົາລົບຄົນອື່ນພ້ອມ.

ຂໍ້ມູນ: Kuanjai

_____

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617

#Hukmiplan#ຮັກມີແຜນ#ຖາມເອື້ອຍ