ຄົນທີ່ເປັນໄບໂພລ່າຈະມີອາລົມແປປວນສະລັບກັນລະຫວ່າງ ອາລົມດີແດ່ ອາລົມຮ້າຍແດ່ ເຊິ່ງອາການເຫຼົ່ານີ້ ບໍ່ຈຳເປັນຕ້ອງມີສະຖານະການໃດເລີຍ ຢູ່ດີໆອາການກໍ່ກຳເລີບເອງ, ຄົນທີ່ເປັນໂລກນີ້ມັກມີອາການ ເບິ່ງໂລກໃນແງ່ລົບ ໂດຍທີ່ອາການຫຼັກໆມີດັ່ງນີ້
- ມັກຮູ້ສຶກວ່າໂຕເອງມີຄວາມສຳຄັນ ຫຼື ຄວາມສາມາດຫຼາຍ
- ບໍ່ມັກນອນ ຕື່ນໝົດຄືນກໍບໍ່ເມື່ອ ແຖມຍັງລຸກໄປເຮັດວຽກໄດ້ຕໍ່ແບບສະບາຍ
- ເວົ້າໄວ ເວົ້າຫຼາຍ
- ມີຄວາມຄິດ ໂນ້ນນີ້ນັ້ນເຂົ້າມາໃນຫົວຕະຫຼອດເວລາ
- ສະມາທິສັ້ນ ປ່ຽນເລື່ອງທີ່ໂຕເອງກຳລັງເວົ້າ ໄປເປັນເລື່ອງອື່ນແບບກະທັນຫັນ ຈົນຜູ້ຟັງ ນຳບໍ່ທັນ
- ເຮັດກິດຈະກຳ ຫຼາຍກວ່າຄົນທົ່ວໄປ ວາງແຜນດົນ ເລ່ນກິລາດົນ ນັ່ງດົນນິ່ງໆດົນໆ.
- ມັກພິດພາດກັບການຕັດສິນໃຈ ໂດຍສະເພາະການໃຊ້ເງິນ ຫຼື ການບໍລິຫານຄວາມສ່ຽງ ປຸບໆປັບໆ ແມ່ນຈົກຈ່າຍໂລດ.
ນອກຈາກນີ້ບາງຄົນທີ່ອາການກຳເລີບແຮງ ກໍມັກຫງຸດຫງິດ ເຖິງຂັ້ນທຳຮ້າຍຄົນອື່ນ, ເຊິ່ງອາການ ຂຶ້ນໆ ລົງໆນັ້ນບໍ່ມີຮູບແບບຕາຍຕົວແນ່ນອນ ອາດເປັນພາຍໃນໜຶ່ງມື້, ທິດໜຶ່ງ ເປັນເດືອນ ເປັນປີກໍ່ມີ
ອ້າງອີງຈາກ: https://www.bumrungrad.com/th/conditions/bipolar-disorder
ຮຽບຮຽງ: Mask
_____
ຂໍ້ມູນເພີ່ມຕື່ມ:
ເວັບໄຊທ: hukmiplan.com
ຂໍ້ຄວາມ: ຮັກມີແຜນ
ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18