4 ວິທີ ທີ່ຄູ່ຮັກຄວນຊອກຫາເພື່ອປັບປຸງ

4 ວິທີ ທີ່ຄູ່ຮັກຄວນຊອກຫາເພື່ອປັບປຸງ1, ຕ່າງຄົນຕ່າງມີຄຸນຄ່າໃນຕົວເອງ ທ່ານຕ້ອງຊອກມັນໃຫ້ເຫັນຕ້ອງເລີ່ມຈາການປ່ຽນຄວາມຄິດຂອງຕົວທ່ານກ່ອນ ແຕ່ຖ້າບໍ່ຮູ້ຈະເລີ່ມບ່ອນໃດ ກໍລອງປຶກສາເພື່ອນສະນິດ ເພາະບາງຄັ້ງສາຍຕາຈາກຄົນທີ່ເບິ່ງເຮົາ ກໍອາດບົ່ງບອກໄດ້ດີກວ່າທີ່ເຮົາເບິ່ງຕົວເຮົາເອງ2, ຈົ່ງຍີ້ມຮັບກັບທຸກບັນຫາ ແລະ ສູ້ມັນຢ່າຍອມທໍ້ເມື່ອຮອດມື້ ທີ່ທ່ານຜ່ານບັນຫາໃດໜຶ່ງໄດ້ແລ້ວ ທ່ານຈະພູມໃຈ ແລະ ໝັ້ນໃຈໃນຕົວເອງຫຼາຍຂຶ້ນຢ່າງແນ່ນອນ ແລະ ບັນຫາເຫຼົ່ານັ້ນຈະຊ່ວຍພັດທະນາທ່ານ ແລະ ເຮັດໃຫ້ທ່ານເປີດຄວາມຄິດໃຫ້ກວ້າງອອກ ແລະ ທ່ານຈະສາມາດເບິ່ງໂລກໃນມຸມມອງໃໝ່ໆທີ່ບໍ່ເຄີຍເຫັນມາກ່ອນ3, ລອງເຮັດສິ່ງໃໝ່ໆ ເພື່ອຄົ້ນຫາຕົວເອງໃຫ້ຫຼາຍຂຶ້ນເມື່ອທ່ານກ້າທີ່ຈະອອກໄປສຳພັດກັບສິ່ງໃໝ່ໆ ທີ່ທ່ານບໍ່ເຄີຍພົບມາກ່ອນ ຈົງເກັບຄວາມຍ້ານໄວ້ໃນບ່ອນທີ່ເໝາະສົມ ແລະ ຈົ່ງດຶງເອົາຄວາມກ້າອອກມາລອງເຮັດໃນສິ່ງທີ່ຕ້ອງການ ເພື່ອຄົ້ນພົບຕົວຕົນ ຂອງທ່ານໃຫ້ຫຼາຍຂຶ້ນ ແລ້ວທ່ານຈະພົບວ່າຕົວທ່ານຍັງສາມາດເຮັດໄດ້ອີກຫຼາຍໆຢ່າງ.4, ຈົ່ງໃຊ້ຊີວິດຢ່າງຄຸ້ມຄ່າທີ່ສຸດໂດຍການຮຽນຮູ້ຈາກສິ່ງທີ່ບໍ່ແມ່ນ ຈົນຊອກຫາສິ່ງທີ່ແມ່ນສຳລັບທ່ານ ແລ້ວມີຄວາມສຸກກັບມັນໃຫ້ເຖິງທີ່ສຸດ ຢ່າໃຫ້ຮອດຕອນທີ່ບໍ່ເຫຼືອເວລາແລ້ວທ່ານ ຈະຮູ້ສຶກເສຍໃຈໃນສິ່ງ ທີ່ຍັງບໍ່ໄດ້ລົງມືເຮັດຫຍັງເທື່ອ ທຸກຄົນລ້ວນມີທາງເລືອກສະເໝີ ຢູ່ທີ່ວ່າຈະເລືອກທາງເດີນທາງໃດເທົ່ານັ້ນເອງ.

Cr: Kuanjai

_____

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18

#Hukmiplan#ຮັກມີແຜນ#ຖາມເອື້ອຍ