6 ວິທີແກ້ປັນຫາຕາລ້າ

ທຸກມື້ນີ້ປະຕິເສດບໍ່ໄດ້ເລີຍວ່າເຮົາຕ້ອງພະເຊີນກັບແສງຂອງໜ້າຈໍ ບໍ່ວ່າຈະເປັນ ຈໍຄອມ, ຈໍໂທລະສັບ ເຊິ່ງການທີ່ຕ້ອງເບິ່ງໜ້າຈໍແບບນີ້ເປັນເວລາດົນໆ ຈະເຮັດໃຫ້ເຮົາມີອາການເມື່ອຍສາຍຕາແນ່ນອນ. ມື້ນີ້ເຮົາມີ 6 ວິທີແກ້ປັນຫາຕາເມື່ອຍລ້າມາຝາກ.

  1. ການພັກສາຍຕາ.

ຄວນລະສາຍຕາຈາກໜ້າຄອມ ທຸກໆ 30-40ນາທີ ໂດຍອາດຈະຫັນໄປເບິ່ງສິ່ງອື່ນໆໃກໆ ຫຼື ຫຼັບຕາປະມານ 5-10ນາທີ ເພື່ອໃຫ້ກ້າມເນື້ອຕາໄດ້ຄາຍຄວາມເມື່ອຍລ້າ.

  • ບໍລິຫານຕາ.

ການບໍລິຫານງ່າຍໆຄື ເຮັດໜ້າຕັ້ງ ຄໍຕົງ ຄ່ອຍໆ ຫຼຽວຕາເປັນວົງມົນຕາມເຂັມໂມງ ແລະ ວົນກັບຄືນ ເຮັດຊ່ຳໆແບບນີ້ ປະມານ 1-2 ຊມ ເພື່ອຊ່ວຍລົດຄວາມຕຶງຄຽດຂອງຕາ.

  • ກະພິບຕາຖີ່ຂຶ້ນເລັກນ້ອຍ

ສ່ວນໃຫຍ່ອາການຕາລ້າຍ້ອນເຮົາກຶ້ງຕາເກີນໄປ ບໍ່ຄ່ອຍໄດ້ກະພິບ, ເຮົາຈຶ່ງຄວນກະພິບຕາໃຫ້ດຸກວ່າປົກກະຕິ ໂດຍສະເພາະເວລາທີ່ເຮົາຕ້ອງຈ້ອງ ຈໍຄອມ ຫຼທ ຈໍມືຖື ເພື່ອໃຫ້ຕາເຮົາມີນ້ຳລໍ່ລ້ຽງຢູ່ຕະຫຼອດເວລາ.

  • ການປະຄົບໜ່ວຍຕາ

ຈາກການທີ່ເຮົາໃຊ້ຄອມ ຫຼື ໂທລະສັບດົນໆ ເຮົາສາມາດນຳເອົາຜ້າຊຸບນ້ຳ ເຢັນ ຫຼື ອຸ່ນມາປະຄົບທີ່ຕາຂອງເຮົາໄດ້ ປະມານ 30 ວິນາທີ, ວິທີນີ້ເຮັດໃຫ້ບໍລິເວນກາມເນື່ອຕາມີ ຄວາມຜ່ອນຄາຍ ລົດຄວາມເມື່ອຍລ້າລົງໄດ້

  • ພັບໜ້າຈໍແລ້ວຍ່າງອອກໄປທາງດ້ານນອກແດ່ຈັກເລັກນ້ອຍ

ຫາຈັງວ່ະ ຫຼື ເວລາ ຍ່າງອອກຫ່າງຈາກໜ້າຈໍຄອມແດ່ຈັກເລັກນ້ອຍ, ໂດຍການຍ່າງອອກໄປດ້ານນອກ ສດອາການ ແລະ ໃຊ້ສາຍຕາແນມໄປບ່ອນຕ່າງໆແບບໄກໆ ໂດຍທີ່ບໍ່ຕ້ອງຈ້ອງ, ເພາະອາການເມື່ອຍຕາສ່ວນໃຫຍ່ເກີດມາຈາກທີ່ເຮົາຈ້ອງ ໜ້າຈໍດົນໆ

  • ເຕີມສານອາຫານໃຫ້ກັບຕາໂດຍອາຫານທີ່ມີປະໂຫຍດ

ໝາກໄມ້ບຳລຸງສາຍຕາ ໄດດ້ແກ່ຕະກູນ ເບີຣີ່ ທີ່ມີສານຕ້ານອານຸມູນອິດສະຫຼະ ທັງຍັງຊ່ວຍບຳລຸງສາຍຕາໂດຍຕົງ ເຊິ່ງໄດ້ແກ່ ຜັກໃບຂຽວ, ຫົວກະຫຼົດ, ໝາກອາໂວກາໂດ້, ໝາກອຶ, ຜັກບົ້ງ ແລະ ອື່ນໆອີກຫຼາຍຢ່າງ.