ນ້ຳອະສຸຈິກິນແລ້ວດີ ?

ອາດຈະບໍ່ເຖິງຂັ້ນວ່າມີປະໂຫຍດຕໍ່ສຸຂະພາບຂະໜານນັ້ນ ເພາະສານອາຫານໃນນ້ຳອະສຸຈິນັ້ນເຖິງຈະມີຫຼາຍຢ່າງທີ່ເປັນປະໂຫຍດຕໍ່ຮ່າງກາຍ ແຕ່ປະລິມານກໍບໍ່ໄດ້ຫຼາຍພໍທີ່ຈະເຮັດໃຫ້ຮ່າງກາຍແຂງແຮງ. ແຕ່ເຖິງຢ່າງນັ້ນກໍຍັງມີການວິໄຈຈາກຫຼາຍອັນເຫັນວ່າ ໃນນ້ຳອະສຸຈິມີສານກ່ອມປະສາດທີ່ດີປະປົນຢູ່ໂດຍສະເພາະແມ່ນສານເອັນໂດຟິນ ເຊິ່ງຈະຊ່ວຍກະຕຸ່ນອາລົມເຮັດໃຫ້ອາລົມດີນັ້ນເອງ. 

ການກິນນ້ຳອະສຸຈິບໍ່ໄດ້ສົ່ງຜົນຮ້າຍແຮງຈົນເຖິງຂັ້ນວ່າຫ້າມກິນ, ແຕ່ກໍບໍ່ໄດ້ໝາຍຄວາມວ່າມັນຈະບໍ່ມີອັນຕະລາຍເລີຍ. ການກິນນ້ຳອະສຸຈິມີຄວາມສ່ຽງທີ່ຈະຕິດໂລກຕິດຕໍ່ທາງເພດສຳພັນ ໂດຍສະເພາະຖ້າເຈົ້າຂອງນ້ຳອະສຸຈິນັ້ນມີປັນຫາໂລກຕິດຕໍ່ທາງເພດສຳພັນຢູ່ແລ້ວ ກໍຈະສ່ຽງທີ່ຜູ້ກິນຈະໄດ້ຮັບເຊື້ອນັ້ນມານຳ.ດັ່ງນັ້ນກ່ອນຈະກິນຕ້ອງໝັ້ນໃນວ່າຈະບໍ່ໄດ້ຮັບຂອງແຖມມານຳເດີ້. 

Ref: https://www.enfababy.com/swallowing-semen#answer-the-question-about-swallow-semen-with-enfa-smart-club