ວີທີດັບຮ້ອນແບບງ່າຍ ແບບບໍ່ງໍ້ແອ

ພຽງແຕ່ເປີດພັດລົມລະລ້າກໍເຢັນໄດ້ຄືກັນ

ໃນຊ້ວງອາກາດຮ້ອນແບບນີ້ແຮງເຮົາເປິດແອຫຼາຍກໍແຮ່ງເປືອງໄຟຊໍ່າຫັ້ນ ມື້ນີ້ຮັກມີແຜນເຮົາມີວີທີທີ່ຈະຊ່ວຍໃຫ້ບ້ານເຢັນຂື້ນໄດ້ງ່າຍໆດ້ວຍພັດລົມ ເຊີ່ງມີຫຍັງແດ່ນັ້ນມາເບີ່ງນຳກັນເລີຍ

  1. ເອົາລົມຮ້ອນອອກຕອນເວັນກໍຄືຊ່້ວງທີ່ມີແດດນັ້ນເຮົາຄວນປິດທຸກຊ່ອງທາງທີ່ເຮັດໃຫ້ລົມ ແລະ ແດດເຂົ້າມາໃນບ້ານ ພໍຮອດຕອນແລງໃຫ້ເປີດທຸກຊ່ອງທາງເພື່ອເອົາອາກາດຮ້ອນອອກໄປ ແລະ ໃຫ້ໃຊ້ພັດລົມ 1 ອັນເປົ່າລົມເຢັນເຂົ້າມາໃນຫ້ອງ
  2. ໃຊ້ຖັງນໍ້າກ້ອນວາງໄວ້ໜ່້າພັດລົມ, ເຮົາຈະໄດ້ຄວາມເຢັນຈາກອາຍຂອງນໍ້າກ້ອນເຮັດໃຫ້ອາກາດເຢັນຂື້ນ
  3. ເອົານໍ້າໃສ່ຕຸກນໍ້າ 1 ລິດແລ້ວແຊ່ແຂງ ຈາກນັ້ນນຳມາວາງເທີງຖາດ, ເອົາຜ້າຊຸ່ມໆມາປົກ ແລ້ວເອົາໄປວາງໄວ້ໜ້າພັດລົມເພື່ອໃຫພັດອາຍເຢັນໄປທົ່ວຫ້ອງ
  4. ແຂວນຜ້າປຽກໄວ້ໃກ້ພັດລົມ ເວລາທີ່ເປີດພັດລົມ ນໍ້າຈະລະເຫີຍອອກແລ້ວເຮັດໃຫ້ອຸນຫະພູມລົດລົງໄດ້
  5. ໃຊ້ພັດລົມ 2 ອັນ, ອັນໜື່ງວາງໄວ້ບໍລິເວນປ່ອງຢ້ຽມເພື່ອເປົ່າເອົາລົມຮ້ອນອອກ ແລະ ອີກອັນໜື່ງແມ່ນເອົາໄວ້ໜ້າປະຕູເພື່ອໃຫ້ມີລົມໝູນວຽນໃນຫ້ອງ ຊ່ວຍໃຫ້ອາກາດເຢັນໄວຂື້ນ

ເທົ່ານີ້ກໍສາມາດທີ່ຈະເຮັດໃຫ້ອາກາດໃນຫ້ອງນັ້ນເຢັນຂື້ນມາໄດ້ແລ້ວ