ວິທີປ້ອງກັນຕົນເອງ ໃນໄລຍະທີ່ດິນຟ້າອາກາດປ່ຽນແປງ ດຽວຮ້ອນ-ດຽວເຢັນ.

  • ເລືອກເຄື່ອງນຸ່ງທີ່ເໝາະສົມກັບສະພາບອາກາດ.

ຖ້າອາກາດເຢັນຄວນນຸ່ງເຄື່ອງທີ່ອົບອຸ່ນຢ່າງ, ແຕ່ຖ້າອາກາດຮ້ອນໃຫ້ນຸ່ງເຄື່ອງທີ່ລະບາຍອາກາດໄດ້ດີບໍ່ອຶດອັດເກີນໄປ.

  • ນອນໃຫ້ພຽງພໍ.

ການນອນສາມາດຊ່ວຍສ້າງລະບົບພູມຕ້ານທານໃຫ້ຮ່າງກາຍ ແລະ ສ້ອມແປງສ່ວນຕ່າງໆໃນຮ່າງກາຍໃຫ້ພ້ອມໃຊ້ງານໃນແຕ່ລະມື້, ທີ່ສຳຄັນຢ່າລືມນອນຫົ່ມຜ້າເພື່ອໃຫ້ຮ່າງກາຍອົບອຸ່ນຕະຫຼອດເວລາ.

  • ປ່ອຍວາງ.

ພະຍາຍາມຢ່າຄຽດ, ຢ່າກັງວົນຫຼາຍ ເພາະຄວາມຄຽດຈະເຮັດໃຫ້ລະບົບພູມຄຸ້ມກັນຫຼຸດລົງ ເຮັດໃຫ້ຮ່າງກາຍຂອງເຮົາເຈັບປ່ວຍງ່າຍ.

  • ດື່ມນ້ຳດື່ມໃຫ້ພຽງພໍ.

ໂດຍດື່ມໃນປະລິມານ 8 ຈອກຕໍ່ມື້ດ້ວຍນໍ້າອຸນຫະພູມປົກກະຕິ. ພະຍາຍາມບໍ່ດື່ມນ້ຳເຢັນ ແລະ ການກິນນໍ້າກ້ອນທີ່ບໍ່ສະອາດ ເຊິ່ງມີໂອກາດປົນເປື້ອນດ້ວຍເຊື້ອພະຍາດ.

  • ກິນອາຫານໃຫ້ຄົບ 5 ໝວດ.

ຫຼີກລ່ຽງອາຫານດິບ ແລະ ປຸງແຕ່ງບໍ່ສຳເລັດຮູບ ເພື່ອປ້ອງກັນອາຫານເປັນພິດ ແລະ ຖອກທ້ອງ.

  • ອອກກຳລັງກາຍເປັນປະຈຳ.

ການອອກກຳລັງກາຍຊ່ວຍເສີມສ້າງລະບົບພູມຄຸ້ມກັນໄດ້ດີ ບໍ່ວ່າຈະເປັນການຍ່າງ, ແກວ່ງແຂນ, ແລ່ນ ຫຼື ເຕັ້ນແອໂຣບິກ ແລະ ການເວດເທນນິ້ງກໍນັບໄດ້ວ່າເປັນທາງເລືອກທີ່ດີ.

ພຽງເທົ່ານີ້ເຮົາກໍຈະມີສຸຂະພາບທີ່ດີ ແລະ ແຂງແຮງ ເພື່ອພ້ອມທີ່ຈະຮັບທຸກສະພາບການປ່ຽນແປງຂອງດິນຟ້າອາກາດໄດ້ແລ້ວ.

————————-

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18

#Hukmiplan#ຮັກມີແຜນ#ຖາມເອື້ອຍ