//hukmiplan.com/wp-content/uploads/2022/08/HMP_Header-Title_SectionSafe-Sex.png

ເພດສຳພັນທີ່ປອດໄພ

ສິ່ງທີ່ດີທີ່ສຸດເພື່ອຮັບປະກັນວ່າທ່ານມີຄວາມປອດໄພຈາກການຮ່ວມເພດຄືການສຶກສາວິທີຄຸມກໍາເນີດແຕ່ລະວິທີ ວ່າວິທີໃດເໝາະສົມກັບກໍລະນີໃດເຊັ່ນວ່າ: ກໍລະນີສຸກເສີນ, ວິທີການປ້ອງກັນ ແລະ ອື່ນໆ. ສໍາລັບກໍລະນີນີ້ທ່ານສາມາດເຮັດໄດ້ດ້ວຍຕົວທ່ານເອງຄືການຄົ້ນຫາຂໍ້ມູນ,ລົມກັບໝູ່ຄູ່, ກັບຄູ່ຮັກ ຫລື ກັບຄົນທີ່ທ່ານຮູ້ສຶກອົບອຸ່ນໃຈເວລາສົນທະນາ ນອກຈາກນີ້ທ່ານຍັງສາມາດປຶກສາກັບທ່ານໝໍທີ່ຢູ່ໃກ້ທ່ານ ຫລື ຕິດຕໍ່ກັບພວກເຮົາໄດ້

ພະຍາດຕິດຕໍ່ທາງເພດສຳພັນ

ພະຍາດຕິດຕໍ່ທາງເພດສໍາພັນເກີດຂຶ້ນຈາກການຮ່ວມເພດທີ່ບໍ່ໄດ້ປ້ອງກັນເຊິ່ງຜ່ານທາງ ປາກ, ຊ່ອງຄອດຍິງ ແລະ ຮູທະວານ. ພະຍາດຕິດຕໍ່ທາງເພດສໍາພັນແມ່ນມີຫລາຍຊະນິດ ແລະ ອາການຫຼາຍຢ່າງແຕກຕ່າງກັນໄປ.
ຈື່ໄວ້ວ່າ ຖ້າຫາກມີການຮ່ວມເພດຕ້ອງມີການປ້ອງກັນ ສະນັ້ນ ທຸກຄັ້ງທີ່ມີການຮ່ວມເພດຄວນໃສ່ຖົງຢາງອະນາໄມເພື່ອປ້ອງກັນພະຍາດ ຕິດຕໍ່ທາງເພດສໍາພັນ ຫຼື ພຕພ.
ມີຫຼາຍຊ່ອງທາງທີ່ສາມາດປ້ອງກັນການຕິດເຊື້ອທາງເພດສຳພັນ:
• ມີຄູ່ນອນພຽງຄົນດຽວ ແລະ ຮູ້ຈັກກັບຄູ່ນອນຂອງເຮົາດີ
• ຫຼີກລ່ຽງການປະຕິບັດທາງເພດທີ່ມີຄວາມສ່ຽງ ເຊັ່ນ ການຮ່ວມເພດທີ່ເຮັດໃຫ້ມີການຈີກຂາດ ຫຼື ມີບາດແຜ.
• ໃສ່ ຖົງຢາງອະນາໄມ ເພື່ອປ້ອງກັນການມີເພດສຳພັນທີ່ບໍ່ປອດໄພ
• ການສັກຢາວັກຊີນເພື່ອປ້ອງກັນພະຍາດໄວຣັດຕັບບີ ແລະ ຊີ ແລະ ເຊື້ອຫອນໄກ່/HPV ການສັກຢາວັກຊີນປ້ອງກັນ ເຊື້ອຫອນໄກ່/HPV ທັ້ງຍິງແລະຊາຍ.
ທ່ານສາມາດເຂົ້າເຖິງສະຖານທີ່ບໍລິການສຸຂະພາບຈະເລີນພັນ, ຂໍ້ມູນກ່ຽວກັບພະຍາດຕິດຕໍ່ທາງເພດສຳພັນ ແລະ ການກວດ, ປິ່ນປົວ ແລະ ໃຫ້ຄຳປຶກສາ ໄດ້ທີ່ໂຮງໝໍລັດໃກ້ເຮືອນຂອງທ່ານທ່ານສາມາດຖາມ ຫຼື ຂໍຄຳປຶກສາເພື່ອໄຂຂໍ້ຂ້ອງໃຈທຸກຢ່າງກ່ຽວກັບເພດ, ການຄຸມກຳເນີດ, ການປິ່ນປົວ ແລະ ຄຳແນະນຳດີໆຈາກທ່ານໝໍ ໂດຍການບໍລິການທີ່ເປັນກັນເອງ, ເປັນສ່ວນຕົວ ແລະ ຮັບປະກັນຄວາມລັບຂອງທ່ານທີສຸດ.

ພະຍາດ HIV

HIV ເປັນເຊື້ອໄວຣັສທີ່ຕິດຕໍ່ກັນຜ່ານການຮ່ວມເພດ ເຊິ່ງເປັນເຊື້ອພະຍາດທີ່ບໍ່ສາມາດປິ່ນປົວໄດ້ ແຕ່ນີ້ກໍ່ບໍ່ໄດ້ຫມາຍຄວາມວ່າມັນຈະບໍ່ມີທາງຮັກສາ ແລະ ທ່ານຍັງສາມາດໃຊ້ຊີວິດຢູ່ໄດ້ເຖິງແມ່ນວ່າທ່ານຈະຖືເຊື້ອຢູ່ກໍ່ຕາມ. HIV ເປັນພະຍາດຕິດຕໍ່ທາງເພດສໍາພັນທີ່ເຮັດໃຫ້ລະບົບພູມຄຸ້ມກັນຂອງມະນຸດນັ້ນຕໍ່າລົງ ແລະ ຮ່າງກາຍກໍ່ບໍ່ສາມາດຕໍ່ສູ້ກັບພະຍາດຮຸກຮານອ່ື່ນໄດ້ເຊິ່ງອາດນໍາພາໄປເຖິງການເສຍຊີວິດ. ເພື່ອຫຼີກລ່ຽງຈາກໂລກເອດເຮົາຄວນມີການກວດເລືອດຫາເຊື້ອ ແລະ ທ່ານໝໍຍັງສາມາດຮັກສາເພື່ອຍັບຍັງໂລກເອດບໍ່ໃຫ້ມີການພັດທະນາການຂອງເຊື້ອໄວຣັສ, ເສັ້ນທາງໃນການຕິດຕໍ່ກັບເຊື້ອພະຍາດດັ່ງກ່າວ ມີຢູ່ 3 ເສັ້ນທາງຄື: ຜ່ານເລືອດ, ຜ່ານແມ່ສູ່ລູກ ແລະ ຜ່ານຂອງແຫຼວທາງຊ່ອງຄອດ. ວິທີທີ່ການປ້ອງກັນທີ່ດີທີ່ສຸດໃນການປ້ອງກັນໂລກເອດຄື ການໃສ່ຖົງຢາງອະນາໄມທຸກຄັ້ງທີ່ມີການຮ່ວມເພດ. ທ່ານບໍ່ສາມາດບອກໄດ້ວ່າຄົນໃດຄົນໜຶ່ງຖືເຊື້ອ HIV ເພາະເຊື້ອພະຍາດດັ່ງກ່າວມັນໃຊ້ເວລາດົນໃນການສະແດງອາການ ມີພຽງວິທີການດຽວເທົ່ານັ້ນທີ່ຈະສາມາດລະບຸໄດ້ວ່າຄົນໆນັ້ນມີເຊື້ອແທ້ຄື ການກວດເລືອດ. ການກວດເລືອດແມ່ນໄວ, ໄດ້ຜົນກວດຖືກຕ້ອງ ແລະ ມັນຍັງເປັນວິທີການດຽວທີ່ຈະບອກວ່າເຮົານັ້ນປອດໄພ. ຖ້າຫາກວ່າແມ່ຍິງມີເຊື້ອໂລກເອດແລ້ວ ຕໍ່ມາໄດ້ມີການຖືພາ, ລູກທີ່ເກີດອອກມາໃຫມ່ກໍ່ອາດຖືເຊື້ອໂລກເອດອອກມາເຊັ່ນກັນ. ການກວດເລືອດອາດຈະເຮັດໃຫ້ເຮົານັ້ນຢ້ານ ສະນັ້ນ ຄວນແນະນໍາໃຫ້ໝູ່, ຄົນຮັກ ມາເປັນຄູ່ ຫຼື ເຊີນຊວນກັນມາເພື່ອກວດຫາເຊື້ອຫມົດທຸກຄົນ ເຖິງວ່າ HIV ຈະຮັກສາບໍ່ຫາຍຂາດ ແຕ່ ເຮົາສາມາດໃຊ້ຊີວິດໄດ້ຢ່າງປົກກະຕິ ແລະ ຮ່ວມເພດໄດ້ ແຕ່ຄວນລະມັດລະວັງ ແລະ ປະຕິບັດຕາມຄໍາແນະນໍາຂອງທ່ານໝໍ

//hukmiplan.com/wp-content/uploads/2022/08/0d9585a5ca6f4cd786a4969e203294e1-1.png

 

ວິທີການຄຸມກຳເນີດ

ຖ້ານທ່ານບໍ່ພ້ອມທີ່ຈະຖືພາ ຫຼື ຕ້ອງການຮຽນຮູ້ ກ່ຽວກັບວິທີການປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ ທ່ານສາມາດຮຽນຮູ້ ກັບພວກເຮົາໄດ້

ຄົ້ນຫາຜູ້ໃຫ້ບໍລິການ: