ສັງເກດເບິ່ງວ່າ ຖ້າມີອາການທ້ອງໃສ້ປັ່ນປ່ວນ, ເຈັບທ້ອງ, ຖອກຖທ້ອງ, ປວດຮາກ, ຮາກ ຈົນເຖິງອາການເຈັບຫົວ, ປວດເມື່ອຕາມຕົນໂຕ ບາງຄົນອາດມີອາການເປັນໄຂ້ໄດ້ພ້ອມ ແລ້ວກ່ອນນີ້ໄດ້ໄປກິນອາຫານນອກບ້ານ ຫຼື ບໍ່ໄດ້ປຸງແຕ່ງດ້ວຍຕົນເອງ, ບໍ່ໝັນໃຈວ່າອາຫານນັ້ນສະອາດຫຼືບໍ່ ອາດສົງໃສໄດ້ວ່າເກີດພາວະອາຫານເປັນພິດນໍາຕົນເອງໄດ້ແລ້ວ
1. ສາເຫດຂອງອາຫານເປັນພິດ ແມ່ນມາຈາກໃສແດ່?
ສາເຫດຂອງອາຫານເປັນພິດ ແມ່ນມາຈາກການກິນອາການທີ່ມີສານພິດປົນເປື້ອນ, ບໍ່ສະອາດເຂົ້າໄປ ເຊິ່ງມາຈາກ:
- ອາຫານທີ່ມີເຊື້ອພະຍາດ
- ປົນເປື້ອນສານເຄມີ.
- ພືດທີ່ເປັນພິດ ຫຼື ພືດທີ່ມີສານຂ້າແມງໄມ້ຕົກຄ້າງ.
- ອາຫານທີ່ເຮັດຈາກຊີ້ນສັດ ທີ່ປຸງສຸກໆ-ດິບໆ, ຊີ້ນສັດທີ່ປົນເປື້ອນເຊື້ອພະຍາດ
- ອາຫານກະປ໋ອງ
- ອາຫານທະເລ
- ອາຫານຄ້າງຄືນທີ່ບໍ່ໄດ້ອຸ່ນ, ອາຫານບູດເນົ່າ.

2. ຜົນສະທ້ອນຕໍ່ຮ່າງກາຍຂອງຄົນເຮົາຈາກອາຫານເປັນພິດ ມີຄືແນວໃດ?
ຖ້າເຮົາຖອກທ້ອງຫຼາຍຈາກອາຫານເປັນພິດ ຈະເຮັດໃຫ້ຮ່າງກາຍເຮົາມີອາການຂາດນໍ້າ ແລະ ເກືອແຮ່, ບາງຄົນອາດມີອາການຮຸນແຮງຫຼາຍ ເນື່ອງຈາກຕິດເຊື້ອພະຍາດ ແລະ ເກີດອາການອັກເສບທີ່ອະໄວຍະວະຕ່າງໆຂອງຮ່າງກາຍ ແລະ ບາງຄັ້ງເຊື້ອພະຍາດດັ່ງກ່າວອາດເຂົ້າໄປສູ່ກະແສເລືອດ ເຊິ່ງຖ້າເຂົ້າໄປໃນກະແສເລືອດແລ້ວກໍ່ອາດເຮັດໃຫ້ເລືອດເປັນພິດໄດ້. ຖ້າພິດນັ້ນແມ່ນມາຈາກ ສານເຄມີ ຫຼື ພືດຜັກທີ່ມີສານຕົກຄ້າງຈາກສານພິດບາງຊະນິດ ເຊັ່ນຢາຂ້າແມງໄມ້ ອາດຈະສົ່ງຜົນຕໍ່ລະບົບປະສາດ ເຊັ່ນ: ເຮັດໃຫ້ຂາດສະຕິ, ຮ້າຍແຮງອາດເຖິງຂັ້ນເສຍຊີວິດ.

ຂອບໃຈຂໍ້ມູນຈາກ: http://health.kapook.com/view31279.html
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617
#ຮັກມີແຜນ #ຖາມເອື້ອຍໄດ້