ສປປ ລາວ ໃຫ້ຄວາມສຳຄັນໃນການຝຶກຊ້ອມເຫດການຈຳລອງ ເພື່ອກຽມຮັບມືຕອບໂຕ້ COVID -19 !!!

ກອງປະຊຸມຝຶກຊ້ອມເຫດການຈໍາລອງ ເພື່ອກະກຽມຄວາມໃນການຕອບໂຕ້ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່(Covid-2019) ໃນວັນທີ 13 ມີນາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນໂດຍມີຜູ້ເຂົ້າຮ່ວມຄື: ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວມຄຸມພະຍາດຕິດຕໍ່, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ, ອົງການອະນາໄມໂລກ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ.

ນອກນັ້ນ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ໄດ້ປະກາດເພີ່ມທຶນຊ່ວຍເຫລືອເກືອບ 2 ລ້ານໂດລາ ສະຫະລັດຜ່ານອົງການພັດທະນາສາກົນປະເທດສະຫະລັດ ຫລື USAID ໃຫ້ແກ່ ສປປ ລາວເພື່ອຮັບມືກັບພະຍາດໂຄວິດ-19.

ຂອບໃຈຂ່າວຈາກ: Lao Youth Radio FM 90.0 Mhz

ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617 
#ຮັກມີແຜນ
#ຖາມເອື້ອຍໄດ້