ງາມຢ່າງດຽວບໍ່ພໍ!!! 5 ລັກສະນະນິໄສທີ່ແມ່ຍິງຍຸກໃໝ່ຕ້ອງມີ ເພື່ອຄວາມງາມ-ເກັ່ງ-ສະຫຼາດຮູ້ເທົ່າທັນຄົນ

ຄວາມງາມເປັນສິ່ງທີ່ຢູ່ຄູ່ກັບແມ່ຍິງເຮົາມາທຸກຍຸກທຸກສະໄໝ ຈົນມີຫຼາຍຄົນມັກເວົ້າວ່າ ເປັນແມ່ຍິງຢ່າຫຍຸດງາມ ແຕ່ໂລກເຮົານັບມື້ນັບໝູນໄປໄວ ຍິ່ງຍຸກນີ້ແລ້ວເຮັດໃຫ້ຮູ້ເລີຍວ່າຄວາມງາມຢ່າງດຽວບໍ່ພໍ ແມ່ຍິງເຮົາຕ້ອງມີຫຍັງຫຼາຍກວ່ານັ້ນ!!! ນີ້ຄື 5 ລັກສະນະນິໄສ ທີ່ແມ່ຍິງຍຸກໃໝ່ຕ້ອງມີ ເພື່ອຄວາມງາມ ເກັ່ງ ສະຫຼາດທັນຄົນ ຈະໄດ້ງາມແບບຄົບເຄື່ອງ ຈຶ່ງບໍ່ຖືກໃຜເອົາປຽບໄດ້ງ່າຍໆ ບໍ່ວ່າຈະໃນຄວາມສໍາພັນ ການຮຽນ ຫຼືການເຮັດວຽກ…

ງາມ ເກັ່ງ ສະຫຼາດທັນຄົນ ຕ້ອງຮູ້ຈັກ Check ກ່ອນ Share

ລັກສະນະນິໄສສໍາຄັນຂອງສາວຍຸກໃໝ່ຄືເຮົາ ຄືການບໍ່ສົ່ງຕໍ່ຂ່າວປອມ ຫຼືຂໍ້ມູນທີ່ບໍ່ມີແຫຼ່ງທີ່ມາຊັດເຈນ ເພາະໂລກ Social ໃຫ້ທັງຜົນດີ ແລະ ຮ້າຍໃນເວລາດຽວກັນ ສະນັ້ນ ກ່ອນຈະ Share ຫຍັງ ເວົ້າຫຍັງເທິງ Social ຕ້ອງອ່ານ-ຄິດ ແລະ ພິຈາລະນາໃຫ້ລະອຽດກ່ອນຈັກ 2-3 ຮອບຈຶ່ງ Share ; ເພາະບໍ່ແມ່ນຂໍ້ມູນຜິດໆເທົ່ານັ້ນທີ່ເປັນອັນຕະລາຍ ແຕ່ການ Share ໂດຍບໍ່ຮູ້ຈັກທີ່ໄປທີ່ມານັ້ນ ເຮັດໃຫ້ເຮົາເບິ່ງຄືຄົນບໍ່ທັນໂລກ ບໍ່ທັນເຫດການ ແລະ ຂາດຄວາມໜ້າເຊື່ອຖືຢ່າງແຮງ!!!

7 นิสัย ของผู้หญิงเก่ง สวยอย่างเดียวไม่พอ ต้องสตรองด้วย!

ງາມ ເກັ່ງ ສະຫຼາດ ທັງການຮຽນ ແລະ ເຮັດວຽກ ຕ້ອງຮູ້ຈັກແບ່ງເວລາ

Skill ຫຼືລັກສະນະນິໄສອີກອັນໜຶ່ງທີ່ໂລກຍຸກໃໝ່ຕ້ອງການ ຄືການບໍລິຫານຈັດການເວລາເດີ້ສາວໆ ເຮົາກໍຄົງເຫັນແລ້ວວ່າຄົນດຽວນີ້ເຮັດວຽກຫຼາຍຢ່າງເພີ່ມຂຶ້ນ ເຖິງວ່າເວລາຂອງແຕ່ລະຄົນຈະເທົ່າກັນ ແຕ່ຖ້າເຮົາບໍລະຫານຈັດການເວລາເປັນ ບໍ່ວ່າອົງກອນໃດກໍຕ້ອງດຶງຕົວໄປຮ່ວມວຽກນໍາແນ່ນອນ; ການມີຄວາມສໍາພັນກັບຄົນໃກ້ຕົວທີ່ດີກໍເປັນເລື່ອງທີ່ດີ ເພາະຈະເຮັດໃຫ້ເຮົາເຮັດວຽກໄດ້ມີປະສິດທິພາບຫຼາຍຂຶ້ນນັ້ນເອງ.

6 เหตุผล ทำไม ผู้หญิงเก่งหลายคนถึงเลือก เป็นโสด - Lisaguru เพื่อน ...

ງາມ ເກັ່ງ ສະຫຼາດທັນທຸກຄວາມສໍາພັນ ຕ້ອງເປັນຄົນຂີ້ສົງໄສ

ບໍ່ພຽງແຕ່ໂລກ Online ເທົ່ານັ້ນ ແຕ່ໃນສັງຄົມມະນຸດທຸກຄົນຄວນມີຄວາມເຊື່ອອັນແຂງແກ່ນເປັນຂອງຕົວເອງ ຖ້າທຸກຄົນເປັນຕົວຂອງຕົວເອງຫຼາຍ ຈະງ່າຍທີ່ເຮົາຈະໄດ້ຮັບຂໍ້ມູນຄວາມຈິງທີ່ມາຈາກຄວາມຄິດເຫັນຂອງອີກຝ່າຍ ດັ່ງນັ້ນ ສາວຍຸກໃໝ່ຖ້າຈະງາມໃຫ້ທັນຄົນອື່ນ ຕ້ອງເປັນຄົນຊ່າງຖາມ ຊ່າງສົງໄສ ບໍ່ແມ່ນໃຜເວົ້າຫຍັງມາກໍເຊື່ອໝົດ; ລອງຖາມເຂົາກັບເບິ່ງວ່າເປັນຫຍັງເຂົາຈຶ່ງຄິດແບບນັ້ນ ເປັນຫຍັງເຂົາຈຶ່ງເຊື່ອແບບນັ້ນ ຢ່າງໜ້ອຍຂໍ້ມູນ ຫຼືສິ່ງທີ່ເຂົາເວົ້າ ເຮົາກໍຈະໄດ້ຮູ້ວ່າເຂົາເຂົ້າໃຈສິ່ງນັ້ນໆຫຼາຍປານໃດ ຫຼືອາດຈະຕັ້ງຄໍາຖາມໄປຈົນສາມາດຊອກຂໍ້ມູນເພື່ອຄວາມໝັ້ນໃຈຈະເປັນການດີ.

25 วิ ธี ทำแล้วดูเด็กลง อายุมากก็ทำได้ - น่ารักดี

າມ ເກັ່ງ ສະຫຼາດ ຕ້ອງອອກກໍາລັງກາຍໃຫ້ເປັນນິໄສ

ໃຜຈະຮູ້ວ່າລັກສະນະການອອກກໍາລັງກາຍເປັນປະຈໍາ ບໍ່ພຽງແຕ່ເຮັດໃຫ້ເຮົາຫຸ່ນດີ ຜິວພັນງາມຂຶ້ນ ສຸຂະພາບດີຂຶ້ນເທົ່ານັ້ນ ແຕ່ມີຜົນການວິໄຈອອກມາລະບຸວ່າ ຄົນທີ່ອອກກໍາລັງກາຍເປັນປະຈໍາຈະມີສະມາທິດີກວ່າ ອົດທົນໄດ້ຫຼາຍກວ່າ ແລະ ມີລັກສະນະນິໄສທີ່ມີວິໄນຕໍ່ຮ່າງກາຍຕົວເອງ ຈະເຮັດໃຫ້ເຮົາສາມາດນໍາໄປປັບໃຊ້ກັບການເຮັດວຽກງານອັນອື່ນໃຫ້ປະສົບຄວາມສໍາເລັດໄດ້.

5 Reasons To Be A Strong Woman | Thought Catalog

ງາມ ເກັ່ງສະຫຼາດ ຕ້ອງຮູ້ຈັກຮຽນຮູ້ສິ່ງໃໝ່ໆຢູ່ຕະຫຼອດເວລາ

ເມື່ອໂລກໝູນໄປທຸກມື້ ແຖມເຕັກໂນໂລຊີກໍໄປໄວຂຶ້ນເລື້ອຍໆ ຖ້າເຮົາງາມຢ່າງດຽວຄົງຈະບໍ່ພໍ ແລະ ການທີ່ເຮົາຮຽນຈົບກໍບໍ່ແມ່ນສິ່ງທີ່ກາລັນຕີວ່າເຮົາຈະສະຫຼາດທັນຄົນ ທັນໂລກໄດ້ ດັ່ງນັ້ນ ນິໃສສໍາຄັນທີ່ຈະເຮັດໃຫ້ເຮົາບໍ່ຢຸດນິ່ງຢູ່ກັບທີ່ກໍຄືການຮຽນຮູ້ສິ່ງໃໝ່ໆຢູ່ຕະຫຼອດ ບໍ່ວ່າຈະເປັນພາສາໃໝ່ໆ ວັດທະນະທໍາໃໝ່ໆ ພາຕົວເອງອອກໄປທ່ອງທ່ຽວສະຖານທີ່ໃໝ່ໆ ການເຫັນໂລກທີ່ກວ້າງຂຶ້ນ ຫຼືການເບິ່ງໂລກໃນມຸມທີ່ຕ່າງອອກໄປ ຈະເຮັດໃຫ້ເຮົາງາມ ເກັ່ງ ສະຫຼາດທັນຄົນ ບໍ່ວ່າໂລກຈະໝູນໄປໄວເທົ່າໃດກໍຕາມ

Verbs followed by '-ing' or by 'to' + infinitive 1 | Grammar - 初 ...

ສາວໆ ລັກສະນະນິໄສ ທີ່ກ່າວມາຂ້າງເທິງນັ້ນ ຫຼາຍຄົນອາດຈະເປັນສິ່ງເລັກນ້ອຍ ແຕ່ເຮົາຄວນປະຕິບັດຢ່າງສະໝໍ່າສະເໝີ ທໍາອິດເຮົາອາດຈະຍັງບໍ່ເຫັນພາບວ່າ ເຮົາເຮັດສິ່ງເຫຼົ່ານັ້ນໄປເພື່ອຫຍັງ ແຕ່ຖ້າເຮົາເຮັດໄປຈົນກາຍເປັນຄວາມລື້ງເຄີຍ ເຮົາຈະພົບວ່າ ສິ່ງເລັກນ້ອຍເຫຼົ່ານີ້ແຫຼະ ຄືຕົວຊ່ວຍເຮັດໃຫ້ເຈົ້າເປັນຄົນທີ່ງາມທັງຮູບຮ່າງໜ້າຕາ ເກັ່ງກ້າທາງດ້ານຈິດໃຈ ແລະ ສະຫຼາດຮູ້ເທົ່າທັນຄົນ-ທັນໂລກນັ້ນເອງ…

ຂໍ້ມູນຈາກ: Kuanjai Magazine

______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້