ປວດຕາ, ແສບຕາ, ຕາລາຍ ເປັນ 1 ໃນຫຼາຍບັນຫາທີ່ເຮົາຈະພົບເຈີເວລານັ່ງເຮັດວຽກດົນໆ ໃນໂພສນີເຮົາຈະບອກວິທີການໃນການພັກສາຍຕາມາແນະນຳໃຫ້ທຸກຄົນໄດ້ໄປລອງໃຊ້
- ໃຊ້ມືປິດຕາໂຕເອງໄວ້ປະມານ 10 ນາທີ ແລະ ຈິນຕະນາການຫາສະຖານທີ່ ທີ່ເຄີຍໄປ ຫຼື ຢາກໄປ.
- ແນມເບິ່ງສິ່ງໃດໜຶ່ງໄລຍະໄກໆ ໃຊ້ສາຍຕາແນມໄປຊ້າຍແດ່ ແນມໄປຂວາແດ່ ເພື່ອລົດການຈ້ອງແຕ່ໜ້າຈໍຄອມ.
- ການກະພິບຕາຈະເປັນສິ່ງໜຶ່ງທີ່ຊ່ວຍບໍ່ໃຫ້ຕາເຮົາເມື່ອລ້າ ເນື່ອງຈາກການເຮັດວຽກ ແລ້ວຈ້ອງເບິ່ງຈໍຄອມດົນໆຈະເຮັດໃຫ້ປວດຕາ.
- ໃຊ້ຜ້າສະອາດ ຈຸ່ມນ້ຳອຸ່ນ ແລະ ນ້ຳເຢັນ ມາປົກຕາ ສະຫຼັບກັນໄປຈະເຮັດໃຫ້ມີຄວາມຮູ້ສຶກຜ່ານຄາຍ.
- ແນມເບິ່ງວັດຖຸ ຫຼື ສິ່ງໃດໜຶ່ງທີ່ກຳລັງເຄື່ອນທີແບບຊ້າໆ ເຊັ່ນ ນົກທີ່ກຳລັງບິນ ເພື່ອບໍລິຫານສາຍຕາ.
————————-
ຂໍ້ມູນເພີ່ມຕື່ມ:
ເວັບໄຊທ: hukmiplan.com
ຂໍ້ຄວາມ: ຮັກມີແຜນ
ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18