ສາຍນວດຄວນລະວັງ ຂໍ້ດີ ແລະ ຂໍ້ເສຍ ຂອງການນວດ

ແນ່ນອນຢູ່ແລ້ວວ່າການນວດກໍເປັນອີກ 1​ວິທີໃນການຊ່ວຍໃຫ້ຜ່ອນຄາຍໄດ້ ແຕ່ວ່າມັນກໍມີຂໍ້ເສຍຢູ່ຄືກັນ ສະນັ້ນໃນມື້ນີ້ແອດຈະພາໄປຮູ້ກັບຂໍ້ດີ ແລະ ຂໍ້ເສຍຂອງການນວດ

ຂໍ້ດີ:

1.   ຊ່ວຍກະຕຸ້ນລະບົບປະສາດ.

2.   ຊ່ວຍເລື່ອງໄຂຂໍ້ກະດູກ ເຮັດໃຫ້ການເໜັງຕີງໄດ້ຄ່ອງໂຕດີຂຶ້ນ ແລະ ຮ່າງກາຍມີຄວາມຢືດຢຸ່ນ.

3.   ເຮັດໃຫ້ເລືອດລົມໄຫຼວຽນດີ ຮູ້ສຶກຜ່ອນຄາຍ.

4.   ຊ່ວຍຂັບຂອງເສຍອອກຈາກຮ່າງກາຍ ເຮັດໃຫ້ການເຮັດວຽກຂອງລະບົບພາຍໃນມີປະສິດທິພາບດີ.

5.   ແກ້ອາການປວດເອິກ, ປວດຄໍ, ປວດຫຼັງ ແລະ ອາການ ຊາຕີນຊາມື.

6.   ຊ່ວຍໃຫ້ອາລົມດີ ແລະ ນອນຫຼັບງ່າຍ.

ຂໍ້ເສຍ:

1.   ມີຄວາມສ່ຽງທີ່ຈະເກີດອາການບວມ ຫຼື ຊ້ຳ

2.   ມີໂອກາດເກີດການບວມແດງ ປວດຊ້ຳຕາມຈຸດທີ່ເຮົານວດ

3.   ມີໂອກາດເກີດປັນຫາກ້າມເນື້ອອັກເສບ

4.   ເສບຕິດເກີນໄປ ເມື່ອຍໜ້ອຍໜຶ່ງ ແມ່ນຢາກໄປນວດໂລດ.

————————————-

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18

#Hukmiplan#ຮັກມີແຜນ#ຖາມເອື້ອຍ