ໂສດດົນ ລະວັງສະໝອງເສື່ອມ

ຖ້າວ່າໂສດຍັງບໍ່ແລ້ວ ເຮົາຍັງມີເລື່ອງມາຊໍ້າເຕີມກັນໄປອີກ, ເພາະຈາກຜົນການວິໄຈຈາກສະຖາບັນສາທາລະນະສຸກຂອງປະເທດນໍເວ ພົບວ່າຄົນທີ່ໂສດ ຫຼື ຢ່າຮ້າງ ຫາກເຖົ້າໄປຈະມີຄວາມສ່ຽງຕໍ່ພາວະສະໝອງເສື່ອມ ສູງກວ່າຄົນທີ່ແຕ່ງງານພຸ້ນໃດ

ຈາກການສຶກສາຈາກຄົນຈຳນວນ 8,706 ຄົນ ອາຍຸລະຫວ່າງ 44-68 ປີ ປະມານ 11.6% ຂອງຜູ້ເຂົ້າຮ່ວມໄດ້ຖືກພົບເຫັນວ່າມີອາການສະໝອງເສື່ອມ ແລະ 35.3% ມີຄວາມບົກຜ່ອງທາງດ້ານສະຕິປັນຍາເລັກນ້ອຍ. ພົບວ່າປະຊາຊົນທີ່ມີບັນຫາຫຼາຍທີ່ສຸດແມ່ນ “ໂສດ”

ສ່ວນສາເຫດນັກຄົ້ນຄວ້າຍັງບໍ່ທັນສາມາດກໍານົດວ່າ ສະໝອງເສື່ອມ ແມ່ນເກີດມາຈາກຄວາມສຳພັນທັງຫມົດ. ເພາະອາດມີປັດໃຈອື່ນໆທີ່ເຮັດໃຫ້ເກີດພະຍາດສະໝອງເສື່ອມໄດ້ເຊັ່ນ: ຄວາມກົດດັນຈາກການຢ່າຮ້າງ, ພະຍາດອ້ວນ, ການສູບຢາ. ເຊິ່ງຜົນຂອງການສຶກສາທີ່ຜ່ານມາພົບວ່າ ການແຍກຕົນເອງຈາກສັງຄົມ ລວມທັງຄວາມເຫງົາ ຄວາມໂດດດ່ຽວ ສາມາດເຮັດໃຫ້ສະໝອງເສື່ອມໄດ້ເຊັ່ນດຽວກັນ

ອ້າງອີງຈາກ iflscience

————————-

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18

#Hukmiplan#ຮັກມີແຜນ#ຖາມເອື້ອຍ