ໜ້າ 7 ຫຼັງ 7 ແມ່ນການນັບໄລຍະປອດໄພແບບວິທີໂບຮານທີ່ໃຊ້ກັນມາແຕ່ດົນແລ້ວ ເຊີ່ງເປັນການວິທີຄຸມກຳເນີດແບບທຳມະຊາດທີ່ໃຊ້ກັບຜູ້ຍິງທີ່ມີຮອບປະຈຳເດືອນມາແບບສະໝໍ່າສະເໝີ ເຊີ່ງໄລຍະປອດໄພແມ່ນຊ້ວງ 7ມື້ກ່ອນທີ່ຈະມີປະຈຳເດືອນຈະມາ ແລະ 7ມື້ຫຼັງຈາກປະຈຳເດືອນມາມື້ທຳອິດ
ໜ້າ 7 ແມ່ນ 7ມື້ກ່ອນທີ່ຈະມີປະຈຳເດືອນ ສົມມຸດວ່າປະຈຳເດືອນເຮົາຈະມາວັນທີ 15, ມື້ທີ່ປອດໄພແມ່ນວັນທີ 14,13,12,11,10,9,8 ເຊີ່ງຈະເປັນມື້ທີ່ມີເພດສຳພັນແລະຈະບໍ່ເຮັດໃຫ້ຖືພາ
ຫຼັງ 7 ແມ່ນ 7ມື້ຫຼັງຈາກມີປະຈຳເດືອນມື້ທຳອິດ ຕົວຢ່າງ ຖ້າປະຈຳເດືອນມາ 5ມື້ ກໍຈະເຫຼືອມື້ປອດໄພແຕ່ 2ມື້
ເຊີ່ງແນ່ນອນວ່າປັດໄຈນີ້ສາມາດໃຊ້ໄດ້ສະເພາະກັບຄົນທີ່ມີຮອບປະຈຳເດືອນ ແລະ ບໍ່ໄດ້ໝາຍຄວາມວ່າຈະສາມາດປ້ອງກັນການຖືພາໄດ້ 100%
ສະຫຼຸບ
- ໃນກໍລະນີທີ່່ຮອບເດືອນມາບໍ່ສະໝໍ່າສະເໝີ ແມ່ນໃຫ້ຫຼີກລ້ຽງການນຳໃຊ້ ວິທີນີ້
- ຖ້າຈະໃຊ້ວີທີນີ້ຕ້ອງໝັ້ນໃຈວ່າປະຈຳເດືອນເຮົາມາສະໝໍ່າສະເໝິີທຸກເດືອນເທົ່ານັ້ນ ຕົວຢ່າງມາວັນທີ 25 ຂອງທຸກໆເດືອນ ແລະ ແນ່ນອນ ກໍຍັງບໍ່ສາມາດປ້ອງກັນການຖືພາໄດ້ 100%
- ໜ້າ 7 ຫຼັງ 7 ປະສິດຕິພາບຂອງການຄຸມກຳເນີດຈະລົດລົງເລື້ອຍໆ
- ສຳລັບຄົນທີ່ໃຊ້ວີທີນີ້ແລ້ວ ຖືພາ ຈະມີຢູ່ 2ກໍລະນີຫຼັກໆຄື ນັບມື້ບໍ່ຖືກ ແລະ ຮອບເດືອນມາບໍ່ສະໝໍ່າສະເໝີ ອີກກໍລະນີແມ່ນ ນັບຖືກທຸກຢ່າງແລ້ວ ຮອບເດືອນກໍມາປົກກະຕິທຸກຮອບ ແຕ່ຍັງຖືພາຢູ່ ນັ້ນໝາຍເຖີງສີ່ງທີ່ເຮົາກຳລັງບອກຢູ່ວ່າວິທີນີ້ປ້ອງກັນບໍ່ໄດ້ 100%
ສະນັ້ນຖ້າໃຜທີ່ບໍ່ໝັ້ນໃຈ, ໃຫ້ປ້ອງກັນໂດຍການນຳໃຊ້ຖົງຢາງອະນາໄມນຳເບີວັນ ຫຼື ສາມາດນຳໃຊ້ຢາຄຸມເຂົ້າຊ່ວຍໄດ້ນຳອີກ

