ຊົງຜົມຜູ້ຍິງມາແຮງໃນປີ 2020

ຊົງຜົມນັບເປັນອີກສິ່ງໜຶ່ງທີ່ສາມາດປັບປ່ຽນແລະກຳໜົດ ລຸກຂອງເຮົາໄດ້ຢ່າງບໍ່ນ່າເຊື່ອ ຈະວ່າໄປແລ້ວຊົງຜົມກໍມີສ່ວນສຳຄັນຫຼາຍບໍ່ແພ້ການເລືອກເສື້ອຜ້າແລະການແຕ່ງໜ້າເລຍ

ດັ່ງນັ້ນກ່ອນການຕັດຜົມທຸກເທື່ອຄວນຈະເລືອກຊົງຜົມທີ່ຕົວເອງມັກແລະເໝາະສົມກັບຕົວເອງໃຫ້ຫຼາຍທີ່ສຸດ ເພາະເມື່ອຕັດໄປແລ້ວ ຫາກບໍ່ຖືກໃຈ ກວ່າເສັ້ນຜົມຈະຍາວອີກ ກໍຕ້ອງໃຊ້ເວລາດົນພໍສົມຄວນ ສຳລັບສາວທ່ານໃດທີ່ກຳລັງຍາກປ່ຽນລຸກຊົງຜົມມື້ນີ້ ຮັກມີແຜນ ມີ 5 ຊົງຜົມ ທີ່ກຳລັງມາແຮງໃນປີ 2020 ນີ້ມາໃຫ້ສາວໆໄດ້ພິຈາລະກັນ

1, ໜ້າມ້າແສກກາງ

ຊົງນີ້ໄດ້ຮັບອິດທິພົນມາຈາກຍຸກ 70’s ເປັນຂົງຜົມທີ່ດູແລງ່າຍ ແລະ ຊົງໜ້າມ້າແສກກາງຈະຊ່ວຍໃຫ້ຊ່ວງໜ້າຜາກທີ່ກວ້າງນັ້ນແຄບລົງ ແຕ່ບໍ່ເຮັດໃຫ້ໜ້າສັ້ນ ເພາະມີຊ່ອງວ່າງທີ່ເປີດໃຫ້ເຫັນບໍລິເວນກຶ່ງກາງຂອງໜ້າຜາກລະຫວ່າງຮອຍແສກເຮັດໃຫ້ໜ້າຍັງເບິ່ງຄືຍາວສົມສ່ວນຢູ່

2, ຜົມບ໊ອບ ຍາວປະມານຄາງ

ຜົມບ໊ອບໄດ້ຮັບຄວາມນິຍົມມາຕັ້ງແຕ່ປີ 1960 ແລະ ເອີ້ນໄດ້ວ່າຕັດເມື່ອໃດກໍຍັງເບິ່ງທັນສະໄໝຢູ່ສະເໝີ ທັ້ງຍັງເປັນຊົງທີ່ບໍ່ຕ້ອງດູແລຫຍັງຍາກ ພຽງແຕ່ສະຜົມເປົ່າໃຫ້ແຫ້ງ ກໍສາມາດອອກບ້ານໄດ້ແລ້ວ

3, ຜົມຊອຍສັ້ນ

ຜົມຊອຍສັ້ນ ຂອງຜູ້ຍິງໄດ້ຮັບແຮງບັນດານໃຈມາຈາກວັດທະນະທຳສະໄໝໃໝ່ຂອງ ກຸ່ມໄວລຸ້ນ ທີ່ກຸງລອນດອນ ປະເທດອັງກິດ ເຊິ່ງມີຕົ້ນກຳເນີດໃນຊ່ວງຍຸກ 60’s ສຳລັບສາວໆທ່ານໃດທີ່ຕ້ອງການປ່ຽນລຸກໃຫ້ເບິ່ງຄື Dramatic ແບບໜ້າມືເປັນຫຼັງມື ແມ່ນບໍ່ຄວນພາດຊົງນີ້

4, ຜົມສະໄລ້ແບບຈັບລອນຫລວມໆ

ສາວໆເຄີຍຮິດຕັດຊົງນີ້ໃນຊ່ວງປີ 1970 ແລະ ມັນມີຊື່ເປັນພາສາອັງກິດວ່າ Shag Haircut ໂດຍມີຈຸດເດັ່ນທີ່ການ ສະໄລ້ເສັ້ນຜົມ ໃຫ້ເປັນເລເຍີ້ທີ່ຊັດເຈນ ເພື່ອເພີ່ມ Volume ໃຫ້ກັບເສັ້ນຜົມ ແລະ ເນັ້ນການສ້າງກອບໃຫ້ກັບໃບໜ້າ

5, ຜົມຊື່ຍາວຕັດປາຍໃຫ້ເທົ່າກັນ

ສຳລັບສາວໆທີ່ມີຜົມຊື່ຍາວແລະຍັງບໍ່ຢາກປ່ຽນລຸກແບບກະທັນຫັນ ຮັກມີແຜນ ແນະນໃຫ້ລອງຕັດປາຍຜົມໃຫ້ເທົ່າກັນ ເທົ່ານີ້ກໍສາມາດຊ່ວຍໃຫ້ຜົມຊື່ຍາວທັນສະໄໝຫຼາຍຂຶ້ນ

ຂອບໃຈຂໍ້ມູນຈາກ: https://www.thairath.co.th/women/beauty/trend/1744538

ຂໍ້ມູນເພີ່ມຕື່ມ: 
hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
#ຮັກມີແຜນ 
#ຖາມເອື້ອຍໄດ້