ຄວາມແຂງແຮງທີ່ສົມບູນທັງກາຍ ແລະ ໃຈ ແມ່ນຫຼາຍຄົນກໍ່ລ້ວນແຕ່ມີຄວາມຕ້ອງການ ເຊິ່ງການປັບປ່ຽນພຶດຕິກໍາການໃຊ້ຊີວິດໃນແຕ່ລະມື້ກໍ່ມີສ່ວນຊ່ວຍໃຫ້ສຸຂະພາບເຮົາແຂງແຮງໄດ້ຄືກັນ.
1, ປຸກສະໝອງດ້ວຍນໍ້າຊາ
ໃນຕອນເຊົ້າແທນທີ່ຈະດື່ມກາເຟແຕ່ລອງປ່ຽນມາດື່ມຊາແທນເພາະມີກາເຟອີນໜ້ອຍກວ່າ ແລະ ຍັງມີແມງການິສ ທີ່ຊ່ວຍໃຫ້ສະໝອງເຮັດວຽກໄດ້ປະສິດຕິພາບດີຂື້ນ.

2, ບໍ່ໃຊ້ລິບທ໌:
ໃນລິບທ໌ແຄບໆນັ້ນບໍ່ສາມາດລະບາຍອາກາດໄດ້ພຽງພໍ່ຈຶ່ງມີເຊື້ອພະຍາດລອຍໂຕຢູ່ ຖ້າປ່ຽນໃຊ້ຄັນໄດແທນນອກຈາກອາກາດຈະດີແລ້ວ ເຮົາຍັງໄດ້ອອກກໍາລັງກາຍເຮັດໃຫ້ຫົວໃຈສູບເລືອດໄດ້ດີຂື້ນອິກ.

3, ອອກກໍາລັງກາຍເປັນປະຈໍາ:
ອອກກໍາລັງກາຍເຮັດໃຫ້ຮ່າງກາຍກະຕຸ້ນຮໍໂມນເອັນໂດຟິນທີ່ເປັນຮໍໂມນອາລົມດີອອກມາ ແລະ ກະຕຸ້ນການເຜົາຜ່ານໄຂມັນເຮັດໃຫ້ບໍ່ຕຸ້ຍ.

4, ໃຊ້ຖົງຢາງອານາໄມແບບໃໝ່:
ຊ່ວຍໃຫ້ຄວາມຮູ້ສຶກໃນເວລາຮ່ວມເພດປ່ຽນໄປ ແລະ ສ້າງຄວາມແປກໃໝ່ໃຫ້ກັບໂຕເອງພ້ອມ, ການໃຊ້ຖົງຢາງອານາໄມເປັນປະຈໍາຍັງຊ່ວຍຫຼຸດຜ່ອນການເປັນມະເຮັງປາກມົດລູກ ແລະ ການຕິດເຊື້ອທາງເພດສໍາພັນອີກ.

5, ກິນປາເປັນປະຈໍາ:
ປາມີໂປຼຕີນສູງ ແລະ ຊ່ວຍກະຕຸ້ນໃຫ້ສະໝອງຕື່ນຕົວສະເໝີ, ຊ່ວຍຫຼຸດຄໍເລສເຕີຣອລ ແລະ ທີ່ສໍາຄັນມີໄຂມັນທີ່ເປັນປະໂຫຍດ.

6, ຢຸດພັກ:
ເວລາການເຮັດວຽກໃນຕອນເວັນຄວນຫາເວລາພັກຈັກ 10ນາທີ ເພື່ອຮ່າງກາຍໄດ້ຜ່ອນຄາຍກັບຄວາມເມື່ອຍລ້າ.

7, ກິນອາຫານທະເລ:
ເພາະອາຫານທະເລມີວິຕາມິນ B6 ຢູ່ເປັນຈໍານວນຫຼວງຫຼາຍ ເຊິ່ງຈະຊ່ວຍຫຼຸດອາການຕ່າງໆກ່ອນເປັນປະຈໍາເດືອນຂອງແມ່ຍິງໄດ້ ແລະ ຊ່ວຍຫຼຸດອັດຕາເປັນພະະຍາດຄວາມຈໍາເຊື່ອມໄດ້ 4ເທົ່າ.

8, ໃຊ້ແປງຖູແຂ້ວກໍາຈັດເສດອາຫານ:
ເສດອາຫານຈະເຮັດໃຫ້ມີກິ່ນປາກຈຶ່ງຄວນກໍາຈັດອອກໄປເພື່ອຮັກສາແຂ້ວໃຫ້ແຂງແຮງ ແລະ ຍັງຊ່ວຍຮັກສາບຸກຄະລິກໄດ້ພ້ອມ.

9, ກິນເຕົ໋າຮູ້:
ຫຼີກລຽງອາຫານທີ່ມີໄຂມັນ ແລະ ແຄລໍຣີສູງ ແລ້ວຫັນມາບໍລິໂພກໂປຼຕີນຈາກຖົ່ວເຫຼືອງ ເຊັ່ນ: ເຕົ໋າຮູ້ຖົ່ວເຫຼືອງ, ນົມຖົ່ວເຫຼືອງ ຢ່າງໜ້ອຍອາທິດລະ 2-3ຄັ້ງ ຈະສາມາດຫຼຸດແຄລໍຣີໄດ້.

ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617
#ຮັກມີແຜນ #ຖາມເອື້ອຍໄດ້