- ເສັ້ນຜົມ: ຜົມຈະຫຼົ່ນ ເຊິ່ງຄວາມຄຽດຈະເຊື່ອມໂຍງກັບເທສທອສເຕີໂຣນທີ່ເພີ່ມຂື້ນ
- ປາກ: ປາກຈະແຫ້ງ ເພາະລະບົບປະສາດການຄວບຄຸມລົດການຜະລິດນ້ຳລາຍເພື່ອໃຫ້ເຮົາບໍ່ຮູ້ສຶກຢາກໃນລະວ່າງທີ່ຄຽດ ຕົກໃຈ
- ປອດ: ຫຼອດລົມຈະຂະຫຍາຍເພາະສະນັ້ນເຮົາຈະຫາຍໃຈໄວ ເພື່ອຮັບເອົາອາກາດເຂົ້າປອດ
- ຮັງໄຂ່: ຜູ້ຍິງຈະຫຍຸດຜະລິດໄຂ່ເພາະຮໍໂມນບໍ່ສົມດູນກັບຮ່າງກາຍ ຕັດສິນວ່າຈະບໍ່ເຫມາະໃນການສືບພັນເພາະຮ່າງກາຍຍັງຢູ່ໃນສະຖານະການເຄັ່ງຄຽ
- ກະດູກ: ກະດູກບາງລົງເພາະຮໍໂມນຄວາມຄຽດເປັນສາເຫດໃຫ້ແຄລຊຽມຜ່ານຈາກ bone matrix ໄປຍັງເລືອດ
- ຫົວໃຈ: ເຕັ້ນໄວ ເພື່ອກຽມຮັບການຕໍ່ສູ້ ຫຼື ປະຕິກິລິຍາຕື່ນໂຕ ມີຄວາມສ່ຽງເພີ້ມຂື້ນທີ່ຈະເຮັດໃຫ້ຫົວໃຈວາຍເພາະເລືອດເຂັ້ມຂຸ້ນ
- ທ້ອງ: ບໍ່ຢາກອາຫານທ້ອງນ້ອຍລົງ ກະເພາະຫົດໂຕເຂົ້າ ເຮັດໃຫ້ເກີດການຫົດໂຕຂອງລຳໄສ້ຕາມປົກກະຕິ ຈະເຮັດໃຫ້ຖອກທ້ອງ
- ຜິວໜັງ: ເລີ່ມມີເຫື່ອອອກເພື່ອລຸດອາການຮ້ອນຂອງຜິວໜັງ ເຊິ່ງອາດຈະເຮັດໃຫ້ເກີດສິວແລະມີບັນຫາຜິວໜັງ ເພາະຄວາມຄຽດສົ່ງຜົນຕໍ່ລະບົບພູມຄຸ້ມກັນ
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617
#ຮັກມີແຜນ #ຖາມເອື້ອຍໄດ້