ໄລຍະວັນທີ 4-8 ມິຖຸນາ ຈະມີຝົນຕົກເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນແຂວງພາກາງ ແລະ ພາກໃຕ້ !!!
ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນໄລຍະວັນທີ 4 ຫາ 8 ມິຖຸນາ 2020 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫ່ຍ ຊຶ່ງຈະເຮັດໃຫ້ເກີດມີ ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກ້ວາງ ແລະ ຕົກປານກາງ ຫາ ຕົກໜັກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.
ແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມແຮງ ທີ່ອາດຈະເກີດມີນ້ຳຖ້ວມຊູ ແລະ ດິນເຈື່ອນເກີດຂຶ້ນໄດ້. ຄາດຄະເນສະພາບອາກາດແຕ່ວັນທີ 2 ຫາ 8 ມິຖຸນາ 2020 ໃນແຕ່ລະພາກລຸ່ມນີ້:
______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617