ມະເຮັງປາກມົດລູກເປັນມະເຮັງຊະນິດໜຶ່ງທີ່ກະທົບຜູ້ຍິງໃນໄວໜຸ່ມ ຫຼາຍກວ່າມະເຮັງຊະນິດອື່ນ ເຊິ່ງຖ້າປ່ອຍໃຫ້ຮ້າຍແຮງກໍມີສິດເສຍຊີວິດໄດ້. ແຕ່ບໍ່ຟ້າວຕົກໃຈ ເພາະມັນສາມາດປ້ອງກັນໄດ້ ໂດຍການກວດປາກມົດລູກທີ່ເອີ້ນວ່າ smear test ຢູ່ໂຮງໝໍ ນອກນັ້ນການຊອກຫາຂໍ້ມູນເພື່ອຮຽນຮູ້ແລະເຂົ້າໃຈກ່ຽວກັບມະເຮັງຊະນິດນີ້ເພີ່ມຕື່ມ ກໍຈະຊ່ວຍໃຫ້ທ່ານປ້ອງກັນຕົນເອງໄດ້ ເພາະມັນກໍຄືກັນກັບມະເຮັງຊະນິດອື່ນທີ່ຍິ່ງກວດເຫັນໄວເທົ່າໃດຍິ່ງດີ. ດັ່ງນັ້ນພວກເຮົາຄວນມາເຮັດຄວາມຮູ້ຈັກກັບອາການຂອງມະເຮັງປາກມົດລູກດັ່ງຕໍ່ໄປນີ້:
- ເລືອດອອກຜິດປົກກະຕິ

ໜຶ່ງໃນອາການເລີ່ມຕົ້ນຂອງມະເຮັງປາກມົດລູກແມ່ນເລືອດອອກຜິດປົກກະຕິເຊິ່ງອາດຈະເກີດຂຶ້ນໃນຊ່ວງທີ່ບໍ່ມີປະຈຳເດືອນຫຼືຫຼັງຈາກມີເພດສຳພັນ ສ່ວນຫຼາຍອາການນີ້ຈະເກີດເມື່ອຈຸລັງມະເຮັງເລີ່ມເຕີບໃຫຍ່ຂຶ້ນຢູ່ເນື້ອເຍື່ອຂອງປາກມົດລູກ ແລະເປັນເລື່ອງທີ່ໜ້າເປັນຫ່ວງຫຼາຍ ໂດຍສະເພາະໃນແມ່ຍິງທີ່ໝົດປະຈຳເດືອນແລ້ວ
2. ລົງຂາວຜິດປົກກະຕິ

ອີກໜຶ່ງອາການທີ່ຄວນລະວັງແມ່ນເມື່ອທ່ານລົງຂາວຜິດປົກກະຕິ ບໍ່ວ່າຈະເປັນສີ ກິ່ນ ຫຼື ຄວາມໜຽວ ເຊິ່ງຈະເກີດກໍຕໍ່ເມື່ອມະເຮັງເລີ່ມທີ່ຈະຂາດອົກຊີແຊນກໍເລີຍເຮັດໃຫ້ມີການຕິດເຊື້ອ ແລະ ດ້ວຍເຫດນີ້ລົງຂາວຈຶ່ງມີກິ່ນແປກໆ ນອກຈາກນີ້ ການລົງຂາວແບບຜິດປົກກະຕິຍັງເປັນອາການຂອງພະຍາດອື່ນໆອີກ ເພາະສະນັ້ນຖ້າທ່ານມີອາການນີ້ເປັນເວລາດົນນານກໍຄວນໄປປຶກສາກັບທ່ານໝໍ
3. ສຶກເຈັບເວລາມີເພດສຳພັນ

ຊ່ວງເລີ່ມຕົ້ນຂອງມະເຮັງປາກມົດລູກຍັງຈະບໍ່ມີອາການນີ້ເທື່ອ ແຕ່ຖ້າທ່ານຮູ້ສຶກເຈັບເວລາມີເພດສຳພັນ ແລະ ເລືອດອອກຫຼັງຈາກນັ້ນ ນີ້ອາດໝາຍຄວາມວ່າມະຮັງໄດ້ລາມໄປເນື້ອເຍື່ອອ້ອມຂ້າງແລ້ວ
4. ນ້ຳໜັກຫຼຸດລົງໂດຍບໍ່ມີສາເຫດ

5, ປວດຂາ

ເມື່ອມະເຮັງປາກມົດລູກເຕີບໃຫຍ່ຂຶ້ນເລື້ອຍໆໃນຮ່າງກາຍ ມັນກໍຈະເລີ່ມກົດໃສ່ເສັ້ນປະສາດທີ່ຢູ່ຫຼັງທາງລຸ່ມ ແລະ ແອວ ເຊິ່ງອາດເຮັດໃຫ້ເກີດອາການປວດຂາ ແລະ ບວມ. ເຖິງວ່າສອງຢ່າງນີ້ແມ່ນອາການຂອງພະຍາດອື່ນໆຫຼາຍຊະນິດ ແຕ່ເມື່ອມາລວມກັນແລ້ວອາດສໍ່ເຖິງມະເຮັງປາກມົດລູກ
6, ເຈັບຫຼັງສ່ວນທາງລຸ່ມ

ການປວດຫຼັງ ສະໂພກ ແລະ ບໍລິເວນໃສ້ຕິ່ງແບບບໍ່ເຊົາຈັກເທື່ອແມ່ນອາການຂອງມະເຮັງປາກມົດລູກທີ່ທ່ານອາດຈະຍັງບໍ່ຮູ້ ເພາະບໍລິເວນນີ້ມີສ່ວນກ່ຽວຂ້ອງກັບອະໄວຍະວະສືບພັນຂອງເພດຍິງ ແຕ່ເຖິງຢ່າງໃດກໍ່ຕາມອາການນີ້ຈະເກີດເມື່ອເນື້ອງອກແຂງຂັ້ນສູງເທົ່ານັ້ນ ດັ່ງນັ້ນບໍ່ຟ້າວກັງວົນໃຈເທື່ອຖ້າທ່ານບໍ່ມີອາການທີ່ກ່າວທາງເທິງ
ເຖິງວ່າ 6 ສິ່ງທີ່ກ່າວມານັ້ນແມ່ນອາການຂອງມະເຮັງປາກມົດລູກ ແຕ່ມັນກໍອາດຈະແມ່ນອາການຂອງພະຍາດອື່ນໆເຊັ່ນດຽວກັນ ເພາະສະນັ້ນວິທີດຽວທີ່ທ່ານຈະຮູ້ຢ່າງແນ່ນອນວ່າເປັນມະເຮັງປາກມົດລູກຫຼືບໍ່ ແມ່ນຕ້ອງໄປກວດ smear test ຢູ່ໂຮງໝໍ
ຂອບໃຈຂໍ້ມູນຈາກ: https://www.cosmopolitan.com/uk/body/health/a15854419/cervical-cancer-signs-symptoms/
ຮຽບຮຽງໂດຍ ນິລະດາ ສີພະໄຊ
______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້