ທະນາຄານພັດທະນາອາຊີ ຫຼື ADB ຄາດການວ່າ ອັດຕາເງິນເຟີ້ ຢູ່ ສປປ ລາວ ຈະສະເລ່ຍ ຢູ່ທີ 23% ໃນປີ 2022 ກ່ອນ ຈະຫຼຸດລົງ ຢ່າງໄວ ມາຢູ່ທີ່ 10% ໃນປີ 2023.

See the source image

ທະນາຄານພັດທະນາອາຊີ ຫຼື ADB ຄາດການວ່າ ອັດຕາເງິນເຟີ້ ຢູ່ ສປປ ລາວ ຈະສະເລ່ຍ ຢູ່ທີ 23% ໃນປີ 2022 ກ່ອນ ຈະຫຼຸດລົງ ຢ່າງໄວ ມາຢູ່ທີ່ 10% ໃນປີ 2023. ອີງຕາມບົດລາຍງານຂອງ Asian Development Outlook (ADO) 2022 ທີ່ເຜີຍແຜ່ອອກມາ ໃນວັນທີ 14 ທັນວາ 2022, ເງິນເຟີ້ ຈະສືບຕໍ່ ເພີ່ມຂຶ້ນ ຢູ່ເສດຖະກິດ ຂອງຫຼາຍປະເທດ ໃນເຂດອາຊີ ປາຊີຟິກ ເຮັດໃຫ້ລາຄາອາຫານ ແລະ ພະລັງງານສູງຂຶ້ນ ເນື່ອງຈາກ ຂໍ້ຂັດແຍ່ງ ລະຫວ່າງ ຣັດເຊຍ-ອູແກຣນ, ສ່ວນ ລາຄານໍ້າມັນ ແລະ ອາຍແກ໊ສ ໃນຕະຫຼາດໂລກ ຈະຫຼຸດລົງ ຈາກຈຸດສູງສຸດ ໃນປີນີ້. ADB ຍັງຄາດການວ່າ ການຈະເລີນເຕີບໂຕ ເສດຖະກິດລາວ ຈະຢູ່ທີ 2.5% ໃນປີ 2022, ຫຼຸດລົງຈາກ ລະດັບ 3.4% ທີ່ໄດ້ເຄີຍຄາດການໄວ້ ໃນເດືອນເມສາ 2022. ນອກນັ້ນ ຍັງໄດ້ຄາດການວ່າ ການຈະເລີນເຕີບໂຕ ຂອງເສດຖະກິດລາວ ຈະຫຼຸດລົງ ຈາກ 3.7% ມາເປັນ 3.5% ໃນປີ 2023. ທ່ານສາມາດ ອ່ານບົດລາຍງານເພີ່ມຕື່ມ ຢູ່ລິ້ງ

ອ່ານເພີ່ມຕື່ມ: Laos’ inflation to fall sharply in 2023: ADB | World | Vietnam+ (VietnamPlus)

_____

ຂໍ້ມູນເພີ່ມຕື່ມ:

ເວັບໄຊທ: hukmiplan.com

ຂໍ້ຄວາມ: ຮັກມີແຜນ

ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18

#Hukmiplan#ຮັກມີແຜນ#ຖາມເອື້ອຍ