ດ່ວນ! ພົບຜູ້ປ່ວຍ COVID-19 ທີ່ປິ່ນປົວດີ ກັບມາມີເຊື້ອ ຮອບສອງ!

ຄະນະສະເພາະກິດລາຍງານປະຈຳວັນທີ 2 ພຶດສະພາ ໃຫ້ຮູ້ວ່າ: ໃນວັນທີ 1 ພຶດສະພາ ຜ່ານມາໄດ້ເກັບຕົວຢ່າງສົງໃສທັງໝົດ 144 ກໍລະນີ ໃນນັ້ນມີຕົວຢ່າງຈາກຜູ້ທີ່ປິ່ນປົວດີແລ້ວລວມຢູ່ນຳ. ເຊິ່ງຜົນກວດແມ່ນບໍ່ພົບເຊື້ອ 143 ກໍລະນີ ແລະ ອີກ 1 ກໍລະນີ ທີ່ປິ່ນປົວດີແລ້ວກັບມາກວດ ຜົນກວດອອກມາແມ່ນເປັນບວກ ຄືພົບເຊື້ອ COVID-19 ອີກຄັ້ງ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຍັງໃຫ້ຮູ້ຕື່ມອີກວ່າ: ການກວດພົບເຊື້ອດັ່ງກ່າວນັ້ນ ບໍ່ຖືວ່າເປັນກໍລະນີໃໝ່ໃນລາວ ເນື່ອງຈາກວ່າ ຍັງຢູ່ໃນກໍລະນີເກົ່າທີ່ຢູ່ໃນກຸ່ມຖືກຕິດຕາມອາການຢູ່ເຮືອນ ພາຍຫຼັງບໍ່ກວດພົບເຊື້ອຢູ່ໂຮງໝໍ 2 ວັນຕິດຕໍ່ກັນ.

ບັນຫານີ້ ຖືວ່າເປັນກໍລະນີທຳອິດທີ່ເກີດຂຶ້ນໃນລາວ ເຊິ່ງເປັນລັກສະນະທີ່ຄືກັບກໍລະນີທີ່ເກີດຂຶ້ນໃນຕ່າງປະເທດເຊັ່ນກັນ ແລະ ເຊື້ອດັ່ງກ່າວນັ້ນ ຖືວ່າເປັນພຽງຊາກຂອງ ໂຄວິດ-19 ແລະ ຕະຫຼອດໄລຍະ 14 ວັນຜ່ານມາ ກໍລະນີດັ່ງກ່າວນັ້ນ ບໍ່ໄດ້ສຳຜັດກັບຄົນອີ່ນເລີຍ.

  • ຊົມຄຣິບ ວິດີໂອ ທີ່ກ່ຽວຂ້ອງ

________
ສອບຖາມຂໍ້ມູນເພີ່ມເຕີມ ກ່ຽວກັບ ໂຄວິດ-19 
ໄດ້ທີ່ເບີ ສາຍດ່ວນ 165 ຫຼື 166 
ຫຼືໂທ 020 5406 6777

______________
ຂໍ້ມູນເພີ່ມຕື່ມ: www.hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617
#ຮັກມີແຜນ
#hukmiplan