ຍຸງລາຍ ຮ້າຍກ່ວາເສືອ ! ພົບຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນ 1 ລາຍ

ຍຸງລາຍ ຮ້າຍກ່ວາເສືອ ! ໃນວັນທີ 08/06/2020 ພົບຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນ 1 ລາຍ. ຄົນເຈັບທີເສຍຊີວິດແມ່ນຄົນແຂວງຫຼວງນໍ້າທາ ແຕ່ມາຮຽນຢູ່ໂຮງຮຽນນາຍສິບຂອງທະຫານຢູ່ບ້ານທ່າພະບາດ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ). ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-08/06/2020 ມີຜູ້ຕິດເຊື້ອ ໄຂ້ຍຸງລາຍ ທັງຫມົດ 1,676 ກໍລະນີ ແລະ ເສຍຊີວິດ 05 ກໍລະນີ. 5 ແຂວງ ທີ່ພົບ ການລະບາດຫຼາຍກວ່າຫມູ່ແມ່ນ 1) ນະຄອນຫຼວງວຽງຈັນ, 2) ແຂວງວຽງຈັນ, 3) ອັດຕະປື 4) ບໍລິຄໍາໄຊ ແລະ 5) ຄໍາມ່ວນ ຕາມລໍາດັບ !!!

ຂໍໃຫ້ທຸກຄົວເຮືອນ ທຸກພາກສ່ວນ ເອົາໃຈໃສ່ ທໍາລາຍແຫຼ່ງເພາະພັນຂອງຍຸງລາຍ ແລະ ເບິ່ງແຍງລູກຫຼານທ່ານ ໃຫ້ດີ !!!

ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

ຂ່າວ: ຮັກມີແຜນ

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617