ຄວນຮູ້!!! ທັກສະທາງສັງຄົມກໍຊ່ວຍໃຫ້ເຈົ້າປະສົບຄວາມສໍາເລັດໃນການເຮັດວຽກໄດ້

ຄືທີ່ຮູ້ກັນດີວ່າ ມະນຸດເປັນສັດສັງຄົມທີ່ຕ້ອງຢູ່ຮ່ວມກັນເປັນກຸ່ມ ເຊັ່ນດຽວກັນກັບການເຮັດວຽກ ທີ່ເຈົ້າຈໍາເປັນຕ້ອງມີ ທັກສະທາງສັງຄົມ ເຊິ່ງເປັນທັກສະຂັ້ນພື້ນຖານທີ່ທຸກຄົນຕ້ອງມີ ແລະ ຈະເປັນຕົວຊ່ວຍໃຫ້ເຈົ້າກາຍເປັນບຸຸກຄົນທີ່ປະສົບຄວາມສໍາເລັດໃນເສັ້ນທາງຂອງອາຊີບ ໂດຍທັກສະທາງສັງຄົມຈະເກີດຂຶ້ນໄດ້ຕ້ອງມາຈາກການຮຽນຮູ້ ປະສົບການ ແລະ ການພັດທະນາທີ່ເກີດຈາກການເຝິກຝົນຕົນເອງມາເປັນໄລຍະເວລາໜຶ່ງ… ແນວໃດກໍຕາມຖ້າເຈົ້າບໍ່ມີທັກສະທາງສັງຄົມ ກໍຍ່ອມສູນເສຍໂອກາດບາງຢ່າງໄປ ດັ່ງນັ້ນ ເຮົາມາເລີ່ມເຝິກຝົນທັກສະທາງສັງຄົມໃຫ້ເປັນກິດຈະວັດປະຈໍາວັນ ເພື່ອເຮັດໃຫ້ເຈົ້າສາມາດເຮັດວຽກໄດ້ຢ່າງລາຍລື່ນ ແລະ ມີຄວາມສຸກກັບວຽກໃນແຕ່ລະມື້ ດ້ວຍ 4 ທັກສະດັ່ງຕໍ່ໄປນີ້…

1. ການເອົາໃຈໃສ່

GAPSME – Society Education

ການສ້າງຄວາມສໍາພັນອັນດີ ແລະ ເຂົ້າໃຈໃນຄວາມຮູສຶກຂອງເພື່ອນຮ່ວມງານ ຖືເປັນທັກສະທາງສັງຄົມທີ່ສໍາຄັນໃນໂລກຍຸກປັດຈຸບັນ ຖ້າເຈົ້າສາມາດເປີດໃຈຮັບຟັງຄວາມຮູ້ສຶກຂອງບຸກຄົນທີ່ເຈົ້າຮູຈັກ ແລະ ສາມາດເຂົ້າໃຈບັນຫາເຫຼົ່ານັ້ນໄດ້ດີຂຶ້ນ ດັ່ງນັ້ນ ຟັງຄິດຢູ່ສະເໝີວ່າ ຖ້າເຂົ້າໃຈຄົນອື່ນ ຄົນອື່ນກໍຈະເຂົ້າໃຈເຈົ້າເຊັ່ນກັນ ເຊິ່ງວິທີຄິດແບບນີ້ ຈະເຮັດໃຫ້ເຈົ້າໄດ້ຜົນຮັບກັບມາໃນທິດທາງທີ່ດີຢ່າງແນ່ນອນ

2. ເປັນຜູ້ຟັງທີ່ດີ

ทักษะเฉพาะด้าน + ทักษะทางสังคม" หนทางรอดจากการถูกแย่งงานโดยปัญญา ...

ຜູ້ຟັງທີ່ດີ ຄືຜູ້ຟັງທີ່ມີຄວາກະຕືລືລົ້ນ ເຊິ່ງໃນທີ່ນີ້ໝາຍເຖິງການມີສ່ວນຮ່ວມ ເຊັ່ນ ໃນຂະນະທີ່ນັ່ງຟັງໝູ່ຮ່ວມງານພຣີເຊັ້ນໂປຣເຈັກໃນສ່ວນທີ່ຮັບຜິດຊອບ ເຈົ້າສາມາດສ້າງທັກສະທາງສັງຄົມໃນເລື່ອງນີ້ໄດ້ດ້ວຍການສົບຕາ, ງຶກຫົວ ຫຼືໜ້າເມື່ອເຫັນດີ ອີກທັງການເປັນຜູ້ຟັງທີ່ດີຈະຕ້ອງບໍ່ຂັດຈັງວະໃຮຂະນະທີ່ຜູ້ເວົ້າກໍາລັງເວົ້າ ຖ້າເຈົ້າມີປະເດັນສົງໄສ ຄວນຈະຍົກມືຖາມເມື່ອພຣີເຊັ້ນຈົບລົງແລ້ວ ເພາະຈະເປັນການດີທີ່ຈະຊ່ວຍໃຫ້ຜູ້ເວົ້າໄດ້ມີເວລາກຽມຄໍາຕອບ ແລະ ຈະຊ່ວຍໃຫ້ເຈົ້າໄດ້ຮັບຄໍາຕອບທີ່ສົມບູນກວ່າການຍົກມືຂຶ້ນຖາມໃນລະຫວ່າງການພຣີເຊັ້ນ

3. ເບິ່ງໂລກໃນແງ່ບວກ

วิธีสร้าง 'ความสุขในการทำงาน' สิ่งสำคัญที่ต้องมาควบคู่กับความ ...

ການກ່າວຄໍາທັກທາຍ ຫຼືຍິ້ມໃຫ້ກັບເພື່ອນຮ່ວມງານໃນທຸກໆ ເຊົ້າຂອງແຕ່ລະມື້ການເຮັດວຽກ ຄືການສ້າງທັກສະທາງສັງຄົມໃນອົງກອນອີກຮູບແບບໜຶ່ງ ລວມເຖິງຢ່າລັງເລທີ່ຈະຍໍມືໄຫວ້ບຸກຄົນພາຍໃນອົງກອນທັ້ງທີ່ຮູ້ຈັກ ແລະ ບໍ່ຮູ້ຈັກ ເພາະສິ່ງເຫຼົ່ານີ້ ລ້ວນເປັນມາລະຍາດທາງສັງຄົມທີ່ທຸກຄົນຄວນມີ ຖ້າເປັນມິດກັບຄົນອື່ນ ຄົນອື່ນກໍຈະເປັນມິດກັບເຈົ້າເຊັ່ນກັນ.

4. ໃຫ້ການຮ່ວມມືກັບທີມ

Effective Communication to Energizing Team Excellence การเสริม ...

Teamwork ຄືສິ່ງສໍາຄັນທີ່ຈະນໍາພາອົງກອນກ້າວເດີນໄປສູ່ເປົ້າໝາຍທີ່ວາງໄວ້ ດັ່ງນັ້ນ ພະນັກງານຄວນມີຄວາມຮັບຜິດຊອບ ຮູ້ໜ້າທີ່ ແລະ ຂອບເຂດການເຮັດວຽກຂອງແຕ່ລະຄົນ ຖ້າໃຜຄົນໃດຄົນໜຶ່ງພາຍໃນທີມເຮັດວຽກໄດ້ຮັບມອບໝາຍບໍ່ສໍາເລັດ ຍ່ອມສົ່ງຜົນກະທົບຕໍ່ໂຄງການໃນພາບລວມທັງໝົດ ດັ່ງນັ້ນ ທັກສະທາງສັງຄົມໃນເລື່ອງນີ້ ຄືເຈົ້າຕ້ອງເຮັດວຽກທີ່ຮັບຜິດຊອບໃຫ້ສໍາເລັດ ລວມເຖິງສາມາດເຂົ້າໄປຊ່ວຍເຫຼືອເພື່ອນຮ່ວມງານເມື່ອເກີດກໍລະນີຈໍາເປັນແທ້ໆ…

ຮຽບຮຽງໂດຍ: Kuanjai Magazine

______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້