ຕອນໄປສໍາພາດວຽກ ຢ່າເຮັດສິ່ງນີ້ເດັດຂາດ!

ປັດຈຸບັນໃນການສໍາພາດວຽກຄົນບາງຄົນອາດເບິ່ງຂ້າມບາງສິ່ງທີ່ຕົນເອງຄິດວ່າມັນບໍ່ເປັນ ເປັນຕົ້ນແມ່ນການນຸ່ງຖື ສິ່ງຂອງທີ່ເຈົ້າໃສ່ໃນການສໍາພາດວຽກເປັນສິ່ງທີ່ສະແດງໃຫ້ເຫັນເຖິງຕົວຕົນຂອງເຈົ້າ ດັ່ງນັ້ນ ເຈົ້າຕ້ອງໝັ່ນໃຈວ່າຊຸດທີ່ເຈົ້າສວມໃສ່ ຈະສ້າງຄວາມປະທັບໃຈໃຫ້ກັບອົງກອນທີ່ເຈົ້າຈະໄປສໍາພາດ ຫຼັັກການທີ່ເຈົ້າຄວນປະຕິບັດກໍຄືເລືອກຊຸດທີ່ເໝາະສົມກັບອົງກອນ ຫຼືບໍລິສັດທີ່ເຈົ້າສະມັກວຽກນໍາ

ດັ່ງນັ້ນ ຄວນສຶກສາລ່ວງໜ້າ ເພື່ອໃຫ້ຮູ້ວ່າຊຸດທີ່ຕ້ອງໃສ່ໃນການເຮັດວຽກໃນອະນາຄົດຂອງເຈົ້າເປັນແນວໃດ ຖ້າວ່າສະພາບແວດລ້ອມທີ່ບໍ່ເປັນທາງການ ແຕ່ເຈົ້າແຕ່ໂຕບໍ່ເໝາະເຊັ່ນວ່າ ສຸພາບ ໃສ່ສູດ… ອາດຈະສົ່ງຜົນຕໍ່ໂອກາດທີ່ເຈົ້າຈະໄດ້ເຮັດວຽກ ເຊັ່ນວ່າ ການແຕ່ງຕົວແບບສະບາຍ ເກີນໄປກໍອາດຈະພາດໂອກາດໄດ້ຄືກັນ

ເລື່ອງ Style ການແຕ່ງຕົວເຮົາສາມາດປັບປ່ຽນກັນໄດ້ຕາມຄວາມເໝາະສົມ ແຕ່ 2 ເລື່ອງທີ່ຫ້າມເຮັດໂດຍເດັດຂ້າມກ່ອນທີ່ເຈົ້າຈະໄປສໍາພາດວຽກນັ້ນກໍຄື

ຫຼີກລ່ຽງການໃສ່ນໍ້າຫອມທີ່ມີກິ່ນແຮງ

ການທີ່ເຮົາໃສ່ນໍ້າຫອມກ່ອນຈະໄປສໍາພາດວຽກເປັນເລື່ອງທີ່ບໍ່ຜິດ ແຕ່ວ່າເຮົາບໍ່ຄວນໃສ່ນໍ້າຫອມທີ່ມີກິ່ນທີ່ແຮງເກີນໄປ ນອກຈາກນີ້ຍັງເຫັນວ່າຫຼາຍໆຄົນແພ້ກິ່ນນໍ້າຫອມ ເລື່ອງນີ້ເປັນເລື່ອງໃຫຍ່ໃນບາງອົງກອນ ຈົນບາງບ່ອນຕ້ອງຫ້າມໃຊ້ນໍ້າຫອມ  ຖ້າເປັນແບບນີ້ເຈົ້າອາດຈະບໍ່ຢາກຕົກສໍາພາດຕັ້ງແຕ່ຮອບທໍາອິດແມ່ນບໍ ຖ້າວ່ານໍ້າຫອມນັ້ນກິ່ນແຮງເກີນໄປ ກໍອາດຈະເຮັດໃຫ້ຜູ້ສໍາພາດເຈົ້າຕັດບົດສໍາພາດໃຫ້ສັ່ນລົງ ໂດຍບໍ່ຄໍານຶງວ່າເຈົ້າຈະມີຄຸນສົມບັດອື່ນທີ່ຈໍາເປັນສໍາຫຼັບວຽກທີ່ພວກເຂົາຕ້ອງການເລີຍ

ຢ່າໃສ່ເຄື່ອງນຸ່ງທີ່ຄັບເກີນໄປ

ເຄື່ອງນຸ່ງທີ່ເຈົ້າໃສ່ບໍ່ຈໍາເປັນຕ້ອງໃສ່ຂອງແບຣນເນມກໍໄດ້ ແຕ່ຕ້ອງເຂົ້າກັບເກີບທີ່ເຈົ້າໃສ່ ນອກຈາກນີ້ການໃສ່ເຄື່ອງນຸ່ງທີ່ຫຼວມ ຫຼື ຄັບເກີນໄປກໍຈະເຮັດໃຫ້ເຈົ້າເສຍບຸກຄະລິກ ບໍ່ມີຄວາມເປັນມືອາຊີບ  ແລະ ເບິ່ງຄືບໍ່ມີການກຽມຕົວ ໂດຍສະເພາະແມ່ນເກີບບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍໃຫ້ຫຼີກລ່ຽງການໃສ່ເກີບຜ້າໃບ ຫຼື ເກີບແຕະ

ເມື່ອເລືອກຊຸດໃສ່ໄດ້ແລ້ວ ກ່ອນຈະໄປສໍາພາດໃຫ້ລອງໃສ່ທຸກຢ່າງທີ່ຢູ່ບ້ານກ່ອນ ແລ້ວນັ່ງລົງ ແລະ ລຸກຢືນຂຶ້ນເພື່ອໃຫ້ແນ່ໃຈວ່າເຮົາມີຄວາມໝັ້ນໃຈຕົນເອງແລ້ວ ຫຼືບໍ ໂດຍສະເພາະແມ່ນເກີບຖ້າເປັນຄູ່ໃໝ່ອາດຈະຕ້ອງໃສ່ຫຼາຍຄັ້ງຍ່າງໄປຍ່າງມາກ່ອນ ເພື່ອບໍ່ໃຫ້ເກີດມີການບາດເຈັບໃນມື້ທີ່ເຮົາໃສ່ໄປສໍາພາດວຽກ ຢ່າລືມວ່າເຄື່ອງນຸ່ງບໍ່ຈໍາເປັນຕ້ອງແພງ ແຕ່ຂໍໃຫ້ເບິ່ງດູດີ ແລະ ໃສ່ສະບາຍກໍພໍ

______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້