ວີທີເພີ່ມໄຟໃນການເຮັດວຽກ ທີ່ຈະຊ່ວຍໃຫ້ມະນຸດເງິນເດືອນມີຄວາມສຸກຫຼາຍຂຶ້ນ!!

ຊີວິດໃນໄວເຮັດວຽກຫຼາຍໆ ຄົນຄົງຈະເຄີຍປະສົບກັນມາແດ່ກັບບັນຫາຫຼາກຫຼາຍຮູບແບບ ເຊິ່ງແຕ່ລະຄົນກໍມີວິທີຮັບມືທີ່ແຕກຕ່າງກັນອອກໄປ ແຕ່ມີບັນຫາໜຶ່ງທີ່ເປັນຕາຢ້ານທີ່ສຸດສໍາລັບມະນຸດເງິນເດືອນ ກໍຄື ການໝົດໄຟໃນການເຮັດວຽກ ສົ່ງຜົນກະທົບເຖິງປະສິດທິພາບໃນການເຮັດວຽກ ຈົນອາດຈະນໍາໄປເຖິງການລາອອກ…

ດັ່ງນັ້ນ ເພື່ອເປັນການປ້ອງກັນການໝົດໄຟນການເຮັດວຽກ ເຮົາຕ້ອງຊອກວິທີທີ່ຈະຊ່ວຍເພີ່ມໄຟຂຶ້ນມາ ທີ່ນອກຈາກຊ່ວຍໃຫ້ເຮົາໄດ້ເຮັດວຽກແບບເຕັມທີ່ຫຼາຍຂຶ້ນ ລວມເຖິງຄຸນນະພາບຊີວິດໃນແຕ່ລະມື້ກໍຈະດີຂຶ້ນນໍາ ແຕ່ການແກ້ບັນຫານັ້ນກໍຄວນທີ່ຈະເຮັດໃຫ້ກົງຈຸດ ຖ້າບໍ່ດັ່ງນັ້ນກໍຈະເສຍເວລາລ້າ ດີບໍ່ດີ ອາດຈະແກ້ບໍ່ໄດ້ເລີຍ…

ธรรมะกับการทำงานให้มีความสุข

ຖ້າຮູ້ສຶກວ່າຕົວເອງກໍາລັງໝົດໄຟໃນການເຮັດວຽກລອງເຮັດຕາມວິທີເຫຼົ່ານີ້ເບິ່ງເດີ້!!

1. ໃຫ້ເວລາກັບເລື່ອງອື່ນຫຼາຍຂຶ້ນ

ບັນຫາຫຼັກຂອງການເຮັດວຽກກໍຄື ເຮົາມັກຈະບໍ່ມີເວລາໃຫ້ກັບເລື່ອງອື່ນໆ ໃນຊີວິດເລີຍ ເຮັດໃຫ້ຊີວິດມີແຕ່ວຽກ ແລະ ເປັນການເພີ່ມຄວາມກົດດັນຈົນເຮັດໃຫ້ເຮົາເມືື່ອຍກັບການເຮັດວຽກ ດັ່ງນັ້ນ ການເພີ່ມເວລາໃຫ້ກັບສິ່ງອື່ນໆ ເຊັ່ນ ງານອະດິເລກ ພັກຜ່ອນ ຄວາມບັນເທີງ ກໍຈະຊ່ວຍໃຫ້ເຮົາຄິດເລື່ອງອືື່ນ ແລະ ຫຼຸດຄວາມຕຶງຄຽດໃນການເຮັດວຽກລົງໄດ້ ສົ່ງຜົນໃຫ້ການເຮັດວຽກດີຂື້ນໄດ້…

2. ໄປທ່ອງທ່ຽວ ເປີດຫູເປີດຕາ

ແນ່ນອນວ່າສິ່ງເຫຼົ່ານີ້ອາດຈະເປັນຕົວເລືອກທໍາອິດ ຂອງໃຜຫຼາຍໆຄົນທີ່ຢາກເພີ່ມໄຟໃນການເຮັດວຽກ ເພາະການໄດ້ໄປທ່ອງທ່ຽວຖືວ່າເປັນການເປີດໂລກໃຫ້ກັບຕົວເອງ ຊ່ວຍໃຫ້ເຮົາໄດ້ຮ-ຽນຮູ້ສິ່ງໃໝ່ໆ ເພີ່ມໄຟໃນການໃຊ້ຊີວິດ ແລະ ການເຮັດວຽກໃຫ້ຫຼາຍຂຶ້ນ

3. ຈັດລະບຽບຊີວິດໃໝ່

ຈັດລະບຽບໃນທີ່ນີ້ອາດຈະເປັນການຈັດໂຕະເຮັດວຽກໃໝ່ ຈັດລະບຽບຟາຍວຽກໃນຄອມພິວເຕີ ເຄຣຍເອກະສານ ຫຼືສິ່ງຂອງທີ່ບໍ່ໃຊ້ແລ້ວຖິ້ມໄປ ເພີ່ມພື້ນທີ່ສີຂຽວໃຫ້ກັບຊີວິດດ້ວຍການນໍາຕົ້ນໄມ້ນ້ອຍໆ ມາວາງໄວ້ປະດັບໂຕະເຮັດວຽກ ຈັດສັນເວລາໃນແຕ່ລະມື້ໃຫ້ກັບການເຮັດວຽກ ແລະ ຊີວິດທົ່ວໄປຢ່າງລົງຕົວ ກໍຈະຊ່ວຍເພີ່ມໄຟໃນການເຮັດວຽກໃຫ້ກັບຕົວເອງໄດ້ອີກທາງໜຶ່ງ.

10 สิ่งที่ควรทำในปีแรกของชีวิตการทำงาน - ไทยเอสเอ็มอีเซ็นเตอร์ ...

4. ແຍກລະຫວ່າງການເຮັດວຽກ ແລະ ຊີວິດສ່ວນຕົວ

ສໍາລັບບາງຄົນກໍມີບັນຫາໃນການແຍກຊີວິດການເຮັດວຽກ ແລະ ຊີວິດສ່ວນຕົວບໍ່ອອກ ເຮັດໃຫ້ທັງສອງຢ່າງມາປົນກັນ ໃນເວລາທີ່ຄວນຈະພັກກໍບໍ່ໄດ້ພັກ ຕ້ອງມານັ່ງຈັດການວຽກ ຈົນໃຫ້ຕຶງຄຽດ ເມື່ອຍຈາກການເຮັດວຽກ ແລະ ໝົດໄຟໃນທີ່ສຸດ ດັ່ງນັ້ນ ເມື່ອໝົດຊ່ວງເວລາເຮັດວຽກໃນແຕ່ລະມື້ແລ້ວ ຄວນທີ່ຈະປິດສະວິດເລື່ອງວຽກ ແລະ ໃຊ້ຊີວິດກັບຕົວເອງໃຫ້ຫຼາຍທີ່ສຸດ ແຕ່ຖ້າວຽກນັ້ນຈໍາເປັນແຮງ ກໍໃຫ້ແບ່ງງເວລາໄປພຽງບາງສ່ວນ ບໍ່ຄວນແບ່ງໄປທັງໝົດ ໃຫ້ເຮົາໄດ້ມີຊີວິດເປັນຂອງຕົວເອງແດ່…

5. ໃຫ້ກັບລັງໃຈຕົວເອງ ຮັບ ແລະ ໃຫ້ກໍາລັງໃຈຄົນອື່ນພ້ອມ

ການໃຫ້ກໍາລັງໃຈຖືເປັນສິ່ງສໍາຄັນຢ່າງໜຶ່ງໃນຊີວີິດມະນຸດ ທີ່ຈະຊ່ວຍໃຫ້ເດີນໜ້າຊີວິດຕໍ່ໄປໄດ້ ດັ່ງນັ້ນ ການໃຫ້ກໍາລັງໃຈເຊິ່ງກັນ ແລະ ກັນ ແລະ ຮັບກໍາລັງໃຈຈາກຄົນອື່ນ ເປັນສິ່ງທີ່ຈະຊ່ວຍໃຫ້ເຮົາມີພະລັງໃນການເຮັດວຽກຕໍ່ໄປໄດ້ ເຊິ່ງການໄດ້ຮັບກໍາລັງໃຈຈາກຄົນທີ່ເຮົາຮັກນັ້ນ ຊ່ວຍໄດ້ຫຼາຍເລີຍແຫຼະ!!!

วิธีแก้ปัญหาการเบื่อและไม่มีความสุขในการทำงาน - MoneyHub

ຖ້າໃຜກໍາລັງໝົດໄຟ ແລະ ຢາກຈະເຕີມໄຟຢູ່ ກໍລອງນໍາວິທີເຫຼົ່ານີ້ໄປປັບໃຊເບິ່ງ ແລະ ເບິ່ງໃນແງ່ດີວ່າຄວາມຮູສຶກເຫຼົ່ານີ້ຊ່ວຍໃຫ້ເຮົາມີ ປະສົບການ ແລະ ຮັບມືກັບເລື່ອງຕ່າງໆ ໃນອະນາຄົດໄດ້ຫຼາຍຂຶ້ນ ແຕ່ສິ່ງສໍາຄັນທີ່ສຸດກໍຄື ການສ້າງສົມດຸນໃນຊີວິດປະຈໍາວັນ ແລະ ຊອກສິ່ງທີ່ຊ່ວຍຄາຍຄຽດ ກໍຈະເຮັດໃຫ້ເຮົາໃີໄຟ ແລະ ມີພະລັງກັບມາເຮັດວຽກໄດ້ອີກຄັ້ງ…

ບົດຄວາມຈາກ: Kuanjai Magazine

______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້