ຄວາມສຸກ ສາມາດຝຶກເປັນນິໃສໄດ້!

          ຮູ້ຫຼື​ບໍ່​ວ່າ “ຄວາມ​ສຸກ” ທີ່​ໃຜໆ​ກໍ​ຊອກ​ຫານັ້ນທີ່​ຈິງ​ແລ້ວ​ເປັນ​ສິ່ງ​ທີ່​ເຮົາ​ສາ​ມາດ​ສ້າງ​ໃຫ້​ກາຍ​ເປັນ​ນິ​ໄສ​ໄດ້ ເຖິງ​ແມ້​ “ສະ​ໝອງ” ຂອງ​ຄົນ​ເຮົາ​ບໍ່​ໄດ້​ອອກ​ແບບ​ມາ​ໃຫ້​ມີ​ຄວາມ​ສຸກ​ໄດ້​ຕະຫຼອດ​ເວ​ລາ ແຕ່​ເຮົາ​ສາ​ມາດ​ຝຶກ​ສະ​ໝ​ອງ​ໃຫ້​ຄິດບວກ​ໄດ້

          ສະ​ໝອງ​ກໍ​ຄື​ກັບ “ກ້າມ​ເນື້ອ” ທີ່​ສາ​ມາດ​ຝຶກ​ໃຫ້​ຈື່​ຈຳ​ໄດ້ ນັ້ນ​ໝາຍ​ຄວາມ​ວ່າ​ເຮົາ​ສາ​ມາດ​ຝຶກ​ສະ​ໝອງ​ໃຫ້​ປ່​ຽນ​ແປງ​ໄດ້​ເຊັ່ນ​ກັນ ພຽງ​ແຕ່​ຕ້ອງ​ໄດ້​ເຮັດ​ຊ້ຳໆ ແລະ ເຮັດ​ຢ່າງ​ສະ​ໝ່ຳ​ສະ​ເໝີຈົນ​ກາຍ​ເປັນ “ນິ​ໄສໃໝ່” ຂອງ​ເຮົາ         

          ຫາກ​ຈະ​ປ່ຽນ​ຄວາມ​ຄິດ​ໃນ​ສະ​ໝອງ​ຂອງ​ເຮົາ​ໃຫ້​ຄິດບວກ ກໍ່​ຈຳ​ເປັນ​ຕ້ອງ​ຈົດ​ຈໍ່​ກັບ​ການ​ຄິດບວກ​ໃຫ້​ໄດ້​ຢ່າງ​ຕໍ່​ເນື່ອງ ແລະ ເຮັດ​ສິ່ງ​ນັ້ນ​ຊ້ຳໆ ເຊິ່ງ​ເທັກ​ນິກ​ທີ່​ເປັນ​ທີ່​ນິ​ຍົມ​ກັນ​ຄື ການ​ຄິດ​ຫາ​ແຕ່​ເລື່ອງ​ດີໆທີ່​ເກີດ​ຂຶ້ນ​ກັບ​ເຮົາ​​ໃນ​ມື່ນັ້ນ​ໃຫ້​ໄດ້3ເລື່ອງ​ໃນ​ທຸກໆ​ມື້

ຈາກນັ້ນ​ໃຫ້​ບັນ​ທຶກ​ເລື່ອງ​​ດີໆທີ່​ເກີດ​ຂຶ້ນເອົາ​ໄວ້​ກ່ອນ​ຈະ​ເຂົ້າ​ນອນ​ໃນ​ແຕ່​ລະ​ຄືນ ເຊິ່ງ​ມີ​ຜົນ​ການ​ວິ​ໄຈ​ທີ່​ພົບ​ວ່າ

​ວິ​ທີ​ການ​ນີ້​ຈະ​ສົ່ງ​ຜົນ​ຕໍ່​ຄຸນ​ນະ​ພາ​ບ​ຊີ​ວິດ​ທີ່​ດີ​ຂຶ້ນ​ໄດ້​ໃນ​ໄລ​ຍະ​ຍາວ ແລະ ຍັງ​ຊ່ວຍ​ໃຫ້​ບົ່ມ​ເພາະ​ນິ​ໄສ​ແຫ່ງ​ຄວາມ​ສຸກ​ໃຫ້​ເກີດ​ຂຶ້ນ​ກັບ​ຕົວໄປ​ເທື່ອ​ລະ​ໜ້ອຍ​ອີກ​ດ້ວຍ

          ດັ່ງ​ນັ້ນ ການ​ເຕືອນ​ໃຫ້​ຕົນ​ເອງ​ຂຽນ​ເລືອງ​ດີໆ​ໃນ​ແຕ່​ລະ​ມື້ ຈຶ່ງ​ເທົ່າ​ກັບ​ການ​ປັບ​ສະ​ໝອງ​ຂອງ​ເຮົາ​ໃຫ້​ຄິດບວກຫຼາຍ​ຂຶ້ນ ແລະ ເປັນ​ການ​ສ້າງ​ຄວາມ​ຄິດ​ໃໝ່ໆໃຫ້​ເກີດ​ຂຶ້ນ​ຈົນ​ສະ​ໝອງ​ຈົດ​ຈຳ​ສິ່ງ​ເຫຼົ່ານັ້ນໄດ້​ຢ່າງ​ເປັນ​ທຳ​ມະ​ຊາດນັ້ນ​ເອງ

          ນອກ​ຈາກ​ນີ້ ຍັງ​ມີ​ຜົນ​ການ​ສຶກ​ສາ​ໜຶ່ງ​ທີ່​ພົບ​ວ່າ​ການ​ຝຶກ​ຂອບ​ໃຈ​ສິ່ງ​ດີໆ ທີ່​ເກີດ​ຂຶ້ນ​ກັບ​ຕົວ​ເຮົາ​​ໃນ​ທຸກໆ​ມື້​ສາ​ມາດ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ເພີ່ມ​ຂຶ້ນ25% ເລີຍ​ທີ​ດຽວ ພ​ຽງ​ແຕ່​ບໍ່​ຂຽນ​ເລື່ອງ​ເກົ່າ​ຊ້ຳໆ​ແຕ່​ຂຽນ​ຂອບ​ໃຈ​ໃນ​ເລື່ອງ​ໃໝ່ໆໃຫ້​ໄດ້​ໃນ​ທຸກ​ມື້

          ວິ​ທີ​ການ​ນີ້​ຈະ​ເປັນ​ການ​ບັງ​ຄັບ​ໃຫ້​ເຮົາ​ຕ້ອງ​ປັບ​ປຸງ​ມຸມມອງ​ໃຫມ່ ເພາະ​ຕ້ອງ​ຄິດ​ຫາ​ເລື່ອງ​ໃນ​ມຸມບວກ​ມາ​ຂ​ຽນ​ໃຫ້​ໄດ້​ໃນ​ແຕ່​ລະ​ມື້ ສະ​ໝ​ອງ​ຈຶງ​ຖືກ​ຄິດ​ແຕ່​ເລື່ອງ​ດີໆ​ທີ່​ເກີດ​ຂຶ້ນ​ຈົນ​ກາຍ​ເປັນ​ນິ​ໄສ​ຕິດ​ຕົວ​ແບບບໍ່​ຮູ້​ຕົວ

          ເມື່ອ​ຄວາມ​ສຸກ​ສ້າງ​ໃຫ້​ເປັນ​ນິ​ໄສ​ໄດ້​ງ່າຍ​ໆແບບ​ນີ້ ການ​ເປັນ​ຄົນ​ຄິດບວກ​ຈຶງ​ບໍ່​ແມ່ນ​ເລື່ອງ​ຍາກ ແລະ ຖ້າເຮັດໄດ້​ເມື່ອ​ໃດ​ກໍຈະ​ເຫັນ​ຄວາມ​ປ່ຽນ​ແປງ​ດີໆ​ທີ່​ເກີດ​ຂຶ້ນ​ກັບ​ຕົວ​ເອງ ໂດຍ​ບໍ່​ຈຳເປັນ​​ຕ້ອງ​ໄປ​ຊອກ​ຫາ​ຄວາມ​ສຸກ​ຈາກ​ຄົນ​ອື່ນ​ໃຫ້​ເມື່ອຍ​ໃຈ​ອີກ​ຕໍ່ໄປ

ຮຽບຮຽງໂດຍ: ເທບທິດາບ ບຸນເຮືອງ

ຂໍຂອບໃຈເວັບໄຊທ: https://www.sanook.com/women/166221/

______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້