ໄຂຂໍ້ຂ້ອງໃຈ! ແມ່ລູກອ່ອນຜົມຫຼົ່ນເກີດຈາກຫຍັງຮັບມືຈັ່ງໃດດີ ?

ກວິໄຂຄົ້ນພົບວ່າແມ່ມານ ຫຼື ແມ່ລູກອ່ອນປະມານ40-50 ມັກຈະເຈິບັນຫາຜົມຫຼົ່ນແບບປະຕິເສດບໍ່ໄດ້ ແຕ່ກໍເປັນພຽງອາການຊົ່ວຄາວ  ແລະ ເກີດຂຶ້ນໃນຊ່ວງກຳລັງຖືພາເທົ່ານັ້ນ ຈາກນັ້ນຫຼັງຈາກເກີດລູກໄປໄດ້ໄລຍະໜຶ່ງກໍຈະກັບເປັນປົກກະຕິ ໂດຍສາເຫດ ແລະ ວິທີປ້ອງກັນແມ່ນຫຍັງນັ້ນເຮົາມາເບິ່ງຄຳຕອບໄປພ້ອມໆກັນເລີຍ 

ສາເຫດທີ່ເຮັດໃຫ້ຜົມຫຼົ່ນ 

ສຳລັບສາເຫດທີ່ເຮັດໃຫ້ຜົມຫຼົ່ນມີ3ສາເຫດຫຼັກໆດັ່ງນີ້: 

1 ຮໍໂມນມີການປ່ຽນແປງ 

ໃນຊ່ວງຖືພາຮໍໂມນຈະປ່ຽນແປງ ຈຶ່ງສົ່ງຜົນເຮັດໃຫ້ອາການຜົມຫຼົ່ນ ເຊິ່ງໃນການປ່ຽນແປງຂອງຮໍໂມນໃນຮ່າງກາຍໃນຊ່ວຍທີ່ກົລັງຖືພາ ຂະໄປຢຸດ ແລະ ຂັດຂວາງການຈະເລີນເຕີບໂຕຂອງເສັ້ນຜົມຈຶ່ງເຮັດໃຫ້ເສັ້ນຜົມ 

2. ຮ່າງກາຍຂາດສານອາຫານ 

ເປັນເລື່ອງປົກກະຕິທີ່ຮ່າງກາຍໃນຊ່ວງຖືພາຈະມີຄວາມຕ້ອງການສານອາຫານຜິດປົກກະຕິ ເຊິ່ງຮ່າງກາຍໄດ້ຮັບສານອາຫານບໍ່ພຽງພໍ ຢ່າງເຊັ່ນທາດເຫຼັກທີ່ບໍ່ພຽງພໍ ແລະ ວິຕາມິນ ໂປຕຼິນ ແຮ່ທາດບາງຊະນິດ ວິຕາມິນບີຄອມເພຼັກ ແລະ ໄບໂອຕິນ ກໍສາມາດເຮັດໃຫ້ຜົມຫຼົ່ນໄດ້ ແລະ ບາງຄົນທີ່ແພ້ທ້ອງຕະຫຼອດ ຫຼື ຮາກເລື້ອຍໆ ກໍເຮັດໃຫ້ຮ່າງກາຍຂາດສານອາຫານພາໃຫ້ເກີດອາການຜົມຫຼົ່ນໄດ້ເຊັ່ນກັນ 

3. ມີອາການປ່ວຍບາງຊະນິດ 

 ແມ່ໆມານທີ່ມີອາການປ່ວຍຢ່າງເຊັ່ນ ເບົາຫວານ ຄວາມດັນໂລຫິດສູງ ຫຼື ມີພາວະຊຶມເສົ້າຈຳເປັນຕ້ອງໃຊ້ຢາອາການດັ່ງກ່າວນັ້ນ ກໍມີສ່ວນເຮັດໃຫ້ແມ່ມານຜົມຫຼົ່ນໄດ້ 

ວິທີດູແລອາການຜົມຫຼົ່ນ່ນໃນຊ່ວງຖືພາ 

  1. ບໍ່ຄວນຫວີຜົມດຸ ເພາະຈະເຮັດໃຫ້ເສັ້ນຜົມຍິ່ງອ່ອນແອ ແລະ ຫຼົ່ນໄດ້ງ່າຍ 
  1. ບໍ່ຄວນມັດຜົມແໜ້ນເກີນໄປ 
  1. ຫຼີກລ່ຽງການໃຊ້ສານເຄມີ ຫຼື ງົດເຮັດສີຜົມ ແລະ ຢືດຜົມ 
  1. ເລືອກໃຊ້ຢາສະຫົວສູດອ່ອນໂຍນ ເພື່ອໃຫ້ອາການແພ້ ຫຼື ລະຄາຍເຄືອງໜັງຫົວດີຂຶ້ນ 
  1. ໝັ່ນໃຊ້ມືນວດໜັງຫົວຈະຫຼອດລະຫວ່າງກຳລັງສະຜົມເພື່ອເປັນການກະຕຸ້ນການໄຫຼວຽນເລືອດ 
  1. ກິນໝາກໄມ້ ແລະ ຜັກທີ່ມີສານຕ້ານອະນຸມູນອິດສະຫຼະ ບໍ່ວ່າຈະເປັນໝາກສົ້ມ ໝາກເຜັດຢວກ ຫຼື ບຼ໋ອກໂຄລີ ເຊິ່ງຜັກໝາກໄມ້ປະເພດນີ້ຈະມີສ່ວນຊ່ວຍໃນການປ້ອງກັນຮູຂູມຂົນທີ່ເກີດຄວາມເສຍຫາຍ ພ້ອມທັງຊ່ວຍກະຕຸ້ນການຈະເລີນເຕີບໂຕຂອງເສັ້ນຜົມໄປພ້ອມໆກັນ 

ການດູແລເສັ້ນຜົມລົ່ນໃນຊ່ວງຖືພານັ້ນ ສ່ວນໃຫຍ່ຈະເນັ້ນສ່ວນໃຫຍ່ຈະເນັ້ນໄປທີ່ການຫຼີກລ່ຽງການກະທຳທີ່ສົ່ງຜົນເສຍຕໍ່ເສັ້ນຜົມ ເພາະແມ່ມານບາງຄົນອາດຈະມັກການເຮັດຊົງ ຫຼື ສີຜົມ ເຊິ່ງສານເຄມີຈາກການເຮັດຜົມ ຫຼື  ຢາສະຫົວຄີມນວດບາງຍີ່ຫໍ້ກໍສາມາດເຮັດໃຫ້ຜົມລັ່ນໄດ້ຫຼາຍກວ່າປົກກະຕິ 

ຮຽບຮຽງໂດຍ ເທບທິດາ ບູນເຮືອງ

______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້