8 ວິທີຊ່ວຍໃຫ້ຜົມຍາວໄວຂຶ້ນແລະງາມສຸຂະພາບດີ

  1. ກິນອາຫານທີ່ມີປະໂຫຍດ

ເລື່ອງອາຫານການກິນຖືວ່າມີຜົນຕໍ່ເສັ້ນຜົມຫຼາຍ ສານອາຫານໃນກຸ່ມວິຕາມີນ Bທາດເຫຼັກ ສັງກະສີ ແລະໂປຣຕີນຈະຊ່ວຍໃຫ້ເສັ້ນຜົມແຂງແຮງ ບໍ່ແຕກງ່າຍ ເຊິ່ງສາມາດພົບໄດ້ໃນອາຫານທົ່ວໄປທີ່ເຮົາກິນໃນຊີວິດປະຈຳວັນ ເຊັ່ນ ຜັກໃບຂຽວ ທັນຍະພືດ ປາ ແລະໄຂ່ໄກ່ເປັນຕົ້ນ ຫຼື ອີກໂຕຊ່ວຍໜຶ່ງໃນການເຮັດໃຫ້ຜົມຍາວໄວຂຶ້ນ ແມ່ນກິນ Biotin ທີ່ເປັນວິຕາມີນເສີມຊ່ວຍໃຫ້ຜິວພັນ ເລັບ ແລະ ເສັ້ນຜົມແຂງແຮງ

2. ຢ່າປ່ອຍໃຫ້ຮູຂຸມຂົນອຸດຕັນ

ນ້ຳມັນທີ່ຢູ່ເທິງໜັງຫົວ ຝຸ່ນ ແລະ ຮ້ອຍເປື້ອນຈາກຜະລິດຕະພັນຈັດແຕ່ງຊົງຜົມສາມາດເຂົ້າໄປອຸດຕັນຮູຂຸມຂົນເຮັດໃຫ້ເປັນອຸປະສັກຕໍ່ການຍາວຂອງເສັ້ນຜົມໄດ້ໂດຍສະເພາະຜະລິດຕະພັນທີ່ໃຊ້ໃນບໍລິເວນຮາກຂອງຜົມໂດຍຕົງເຊັ່ນ Dry shampoo ແລະຜົງແປ້ງທີ່ໃຊ້ເພີ່ມປະລິມານຜົມ ພະຍາຍາມໃຊ້ໃຫ້ໜ້ອຍລົງ ແລະ ຢ່າໃຊ້ຕໍ່ເນື່ອງກັນເປັນເວລາດົນ

3. ຂັດເຊວຜິວໜັງຫົວ

ບໍ່ໄດ້ໝາຍເຖິງການໃຊ້ສະຄຣັບຂັດເສັ້ນຜົມ ແຕ່ໃຫ້ໃຊ້ນ້ຳຢາສະຜົມສູດ Detoxifying ຫຼື Exfoliating ທີ່ຈະຊ່ວຍອະນາໄມຢ່າງເລິກເຊິ່ງທຸກໆໜຶ່ງຫຼືສອງອາທິດເພື່ອກຳຈັດຮອຍເປື້ອນຕົກຄ້າງສ່ວນເກີນອອກ

4. ສົ່ງເສີມການງອກຂອງເສັ້ນຜົມດ້ວຍຄາເຟອີນ

ມີການວິໄຈຈາກນັກວິທະຍາສາດຊາວເຢຍລະມັນທີ່ University of Lübeck ວ່າຄາເຟອິນສາມາດຊ່ວຍສະກັດກັ້ນຮໍໂມນເພດຊາຍທີ່ເຮັດໃຫ້ຜົມຫຼົ່ນ ແລະຍັງກະຕຸ້ນໃຫ້ເສັ້ນຜົມຍາວໄວຂຶ້ນ ດັ່ງນັ້ນຕອນເລືອກຊື້ນ້ຳຢາສະຜົມເທື່ອໜ້າລອງຊອກຫາສູດທີ່ມີສ່ວນປະສົມຂອງຄາເຟອິນເບິ່ງ

5. ນວດໜັງຫົວເລື້ອຍໆ

ການນວດໜັງຫົວຈະຊ່ວຍກະຕຸ້ນການໝຸນວຽນຂອງເລືອດໃຫ້ມາລ້ຽງເສັ້ນຜົມໄດ້ຫຼາຍຂຶ້ນ ຈະໃຊ້ວິທີນວດຫຼືດຶງເສັ້ນຜົມເບົາໆດ້ວຍຕົນເອງ ຫຼືຈະຈັດເຕັມນັດເຂົ້າຄອຣສສະປາຜົມເພື່ອໃຫ້ຜ່ອນຄາຍຢ່າງເຕັມທີ່ກໍຍິ່ງດີ ເພາະການຫຼຸດພົ້ນຈາກຄວາມຄຣຽດຈະຊ່ວຍໃຫ້ຜົມຍາວໄວຂຶ້ນໄດ້ເຊັ່ນ

6. ພະຍາຍາມບໍ່ຫຍຸ້ງກັບຜົມ

ສາວໆ ຫຼາຍຄົນຮູ້ກັນດີວ່າການໄດ ດັດ ຍືດ ເຮັດສີຜົມນັ້ນໃຫ້ຜົນລັບທີ່ກົງກັນຂ້າມກັບການມີເສັ້ນຜົມສຸຂະພາບດີ ນອກຈາກນີ້ການສະຜົມທຸກມື້ກໍມີຜົນກັບການຍາວຂອງເສັ້ນຜົມດ້ວຍເຊັ່ນກັນເພາະຈະເປັນການລ້າງນ້ຳມັນຫຼໍ່ລ້ຽງເສັ້ນຜົມຢູ່ເທິງໜັງຫົວອອກໄປຫຼາຍເກີນໄປ ແຕຖ້າໃຜອົດໃຈບໍ່ສະທຸກມື້ບໍ່ໄດ້ອີ່ຫຼີ ໃຫ້ເລືອກໃຊ້ນ້ຳຢາສະຜົມທີ່ບໍ່ປະສົມສານອະນາໄມທີ່ຮຸນແຮງຫຼືຢາສະຜົມທີ່ໃຫ້ຄວາມຊຸ່ມຊື່ນກັບໜັງໄປພ້ອມໆກັນ

7. ຢ່າໝັດຜົມໃຫ້ແໜ້ນເກີນໄປ

ການໝັດຜົມແໜ້ນໃນຊົງເກົ່າເປັນປະຈຳຈະເຮັດໃຫ້ເສັ້ນຜົມບໍລິເວນນັນຂາດງ່າຍແລະຮາກຜົມອ່ອນແອ ລອງໃຊ້ກິບໃຫຍ່ໜີບແບບຫຼົມໆ ຫຼືໃຊ້ຢາງມັດຜົມທີ່ບໍ່ດຶງເສັ້ນຜົມ ເຊິ່ງເປັນແບບຜ້າໝັດແທນ

8. ສອຍຜົມເປັນປະຈຳ

ທິດສະດີທີ່ວ່າແຮງຕັດແຮງຍາວນັ້ນຍັງບໍ່ມີຜົນວິໄຈອອກມາພິສູດວ່າເປັນຄວາມຈິງ ແຕ່ການສອຍຜົມເລື້ອຍໆເພື່ອຕັດປາຍຜົມທີ່ແຫ້ງເສຍຖິ້ມກໍຈະຊ່ວຍໃຫ້ຜົມເບິ່ງໜາແລະສຸຂະພາບດີຂຶ້ນໄດ້ ນອກນັ້ນການຄ່ອຍໆຕັດອອກເທື່ອລະໜ້ອຍກໍຈະຮູ້ສຶກວ່າຕັດອອກໄປໜ້ອຍກວ່າ ແລະ ຜົມກໍເບິ່ງບໍ່ສັ້ນຂຶ້ນຫຼາຍເມື່ອປຽບທຽບກັບການຕັດອອກບາດດຽວເລີຍ

ຂອບໃຈຂໍ້ມູນຈາກ: https://www.ellethailand.com/content/8-hair-growing-tips

ຮຽບຮຽງໂດຍ ນິລະດາ ສີພະໄຊ

______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້