ໄຂຂໍ້ສົງໃສ! ຮ່າງກາຍຄົນເຮົາຕ້ອງການອາຫານເສີມຄອລລະເຈນບໍ່?

ຄອລລະເຈນແມ່ນເສັ້ນໃຍໂປຣຕີນຊະນິດໜຶ່ງ ເຊິ່ງເປັນອົງປະກອບຫຼັກຂອງຜິວໜັງ, ຂົນ, ແລະ ເສັ້ນຜົມ ຊ່ວຍເຮັດໃຫ້ຜິວໜັງຄົງຄວາມເຕັ່ງຕຶງ, ຍືດຢຸ່ນລຽບນຽນ, ກະທັດຮັດ ນອກນັ້ນຍັງເປັນອົງປະກອບຂອງກະດູກ ແລະ ກະດູກອ່ອນ ດ້ວຍເຫດນີ້ຈຶ່ງມີການເອົາຄອລລະເຈນໄປໃຊ້ກັບຄົນໄຂ້ຂໍ້ເຄົ່າເຊື່ອມ ແລະ ຄົນທີ່ມີພາວະກະດູກບາງ. ເມື່ອຄົນເຮົາອາຍຸຫຼາຍຂຶ້ນຮ່າງກາຍກໍຈະຜະລິດຄອລລະເຈນໄດ້ໜ້ອຍລົງ ເຊິ່ງຈະຖືກໃຊ້ກັບສິ່ງຈຳເປັນເຊັ່ນການສ້ອມແຊມກ້າມເນື້ອ ເຮັດໃຫ້ທັງຜິວໜ້າ ແລະ ຜິວກາຍຂາດຄວາມຜ່ອງໃສ ເຕັ່ງຕຶງ.

ການທາຄຼີມທີ່ມີສ່ວນປະກອບຂອງຄອລລະເຈນຈະຊ່ວຍໃດ້ສ່ວນໜຶ່ງ ແຕ່ກໍມີຂໍ້ຈຳກັດທີ່ວ່າໂມເລກຸນອາດຈະໃຫຍ່ເກີນໄປທີ່ຈະຊຶມເຂົ້າຜິວ. ຖ້າຢາກໃຫ້ຜິວເບິ່ງງາມສຸຂະພາບດີຄວນໃຊ້ຜະລິດທະພັນທີ່ເປັນຮູບແບບນ້ຳ ຫຼື ຄອລລະເຈນເປັບໄທດ ເຊິ່ງມີໂມເລກຸນທີ່ນ້ອຍສາມາດຊຶມເຂົ້າຊັ້ນເລິກຂອງຜິວໄດ້ງ່າຍເພື່ອເຫັນຜົນໄວຂຶ້ນ. ເຖິງຢ່າງໃດກໍຕາມ ວິທີທີ່ດີທີ່ສຸດໃນການຊ່ວຍຮ່າງກາຍເສີມສ້າງຄອລລະເຈນແມ່ນການກິນອາຫານທີ່ມີຄອລລະເຈນສູງເຊັ່ນ ໂປຣຕີນ (ຊີ້ນງົວ, ໄຂ່, ໄກ່, ແລະ ປາ) ຫຼື ອາຫານເສີມຄອລລະເຈນທີ່ເປັນຫຼອດຢາ ຫຼືເປັນແປ້ງທີ່ສາມາດຄົນໃສ່ໃນແກງໄດ້.

ຕໍ່ໄປນີ້ແມ່ນສິ່ງທີ່ທ່ານຄວນຮູ້ກ່ອນທີ່ຈະກິນອາຫານເສີມຄອລລະເຈນ:

ມີຫຼັກຖານບໍ່ ວ່າອາຫານເສີມຄອລລະເຈນສາມາດຊ່ວຍໃຫ້ຜິວງາມຂຶ້ນແທ້?

ມີຫຼາຍຜົນວິໄຈທີ່ອອກມາສະແດງໃຫ້ເຫັນວ່າ ຄອລລະເຈນເປັບໄທດ ຫຼື ອາຫານເສີມສາມາດຊ່ວຍຊະລໍຜິວໃຫ້ຫ່ຽວແຫ້ງຊ້າລົງ ແລະຍັງເພີ່ມຄວາມຍືດຫຍຸ່ນຊຸ່ມຊື່ນຂອງຜິວໂດຍທີ່ບໍ່ມີຜົນຂ້າງຄຽງ ນອກນັ້ນຍັງມີປະໂຫຍດອື່ນອີກແມ່ນມັນຈະຊ່ວຍສ້າງໂປຣຕີນທີ່ສ້າງຈຸລັງຜິວ ໂດຍສະເພາະແມ່ນຄອລລະເຈນທີ່ຖືກສະກັດຈາກປາ.

ນອກຈາກຊ່ວຍຜິວແລ້ວ ການກິນອາຫານເສີມຄອລລະເຈນຊ່ວຍຫຍັງໄດ້ແນ່?

ການກິນຄອລລະເຈນຈະຊ່ວຍໃຫ້ເລັບແຂງແຮງ ຍາວໄວ ບໍ່ຫັກງ່າຍ ແລະຜົມກໍຈະຍາວໄວຂຶ້ນພ້ອມ ນອກນັ້ນອາດຈະຊ່ວຍເສີມສ້າງໂປຣຕີນທີ່ສ້າງກ້າມເນື້ອ ເຊິ່ງຈະກະຕຸ້ນໃຫ້ກ້າມເຕີບໃຫຍ່ຫຼັງຈາກອອກກຳລັງກາຍແລ້ວ

ຄອລລະເຈນມີຈັກຊະນິດ? ຄວນເລືອກກິນຊະນິດໃດດີ?

ຄອລລະເຈນມີທັງໝົດ 29 ຊະນິດແຕ່ສ່ວນໃຫຍ່ແລ້ວຮ່າງກາຍຂອງຄົນເຮົາຈະມີແຕ່ຊະນິດທີໜຶ່ງ, ສອງ, ຫຼື ສາມ ເຊິ່ງຊະນິດທີໜຶ່ງແມ່ນຊະນິດທີ່ທົ່ວໄປທີ່ສຸດແລະມີໜ້າທີ່ເຮັດໃຫ້ຜິວເຕັ່ງຕຶງ ແຂງແຮງ. ສ່ວນຊະນິດທີສອງນັ້ນຈະຖືກສົ່ງໄປກະດູກອ່ອນ ແລະ ຊະນິດທີສາມຈະພົບໄດ້ໃນຜິວ, ເສັ້ນເລືອດ ແລະ ອະໄວຍະວະພາຍໃນ. ແຕ່ລະຊະນິດມີຄວາມສຳຄັນເທົ່າໆກັນເພາະສະນັ້ນຄວນເລືອກກິນອີງຕາມເປົ້າໝາຍຂອງທ່ານ ຖ້າຢາກເພີ່ມຄວາມງາມແນະນໍາໃຫ້ກິນຄອລລະເຈນຊະນິດທີໜຶ່ງແລະສາມ.

ຄອລລະເຈນທີ່ຢູ່ໃນອາຫານເສີມນັ້ນມາຈາກໃສ?

ອາຫານເສີມມາຈາກຫຼາຍແຫຼ່ງ ແລະ ມີຫຼາຍຊະນິດໃຫ້ເລືອກເຊັ່ນ ອາຫານເສີມຄອລລະເຈນທີ່ມາຈາກງົວຈະທົ່ວໄປທີ່ສຸດເຊິ່ງປະກອບມີຄອລລະເຈນຊະນິດທີໜຶ່ງແລະສາມ ຊ່ວຍເສີມສ້າງສຸຂະພາບຂອງຜົມ, ຜິວ, ແລະ ເລັບ. ຄອລລະເຈນທີ່ຖືກສະກັດຈາກປາທີ່ປະກອບມີຄອລລະເຈນຊະນິດທີໜຶ່ງກໍເລີ່ມດັງ ແຕ່ກໍມີຊະນິດອື່ນໆອີກທີ່ມາຈາກເປືອກໄຂ່ ແລະ ວິຕາມີນ c. ສິ່ງທີ່ສຳຄັນເວລາເລືອກອາຫານເສີມແມ່ນຕ້ອງກວດເບິ່ງຂໍ້ມູນທຸກຢ່າງໃຫ້ລະອຽດກ່ອນທີ່ຈະເອົາມັນເຂົ້າໃນຮ່າງກາຍເພາະບໍ່ແມ່ນທຸກອັນຈະດີໝົດ.

ຄວນກິນອາຫານເສີມຄອລລະເຈນໃນຮູບແບບໃດໃຫ້ມີປະສິທິພາບ?

ອາຫານເສີມຄອລລະເຈນສ່ວນໃຫຍ່ຈະຜ່ານຂະບວນການແຍກອອກໃຫ້ເປັນເປັບໄທດໂດຍຜູ້ຜະລິດເພື່ອໃຫ້ຮ່າງກາຍຊຶມຊັບໄດ້ງ່າຍຂຶ້ນ ມີຫຼາຍຮູບແບບຄື ແບບແປ້ງ, ແບບເມັດ, ແບບຫຼອດຢາ, ແລະ ແບບນ້ຳ. ການເລືອກວ່າຈະກິນໃນຮູບແບບໃດກໍບໍ່ຍາກ ຂຶ້ນນຳຄວາມມັກ ຄວາມສະດວກຂອງທ່ານເລີຍເພາະຜົນທີ່ອອກມາກໍບໍ່ໄດ້ແຕກຕ່າງກັນຫຼາຍ ຄວນເລືອກສິ່ງທີ່ເໝາະສົມກັບຊີວິດປະຈຳວັນຂອງຕົນທີ່ສຸດ. ສຳລັບທ່ານໃດທີ່ຫຍຸ້ງບໍ່ຄ່ອຍມີເວລາເຮັດອາຫານເອງກໍຄວນກິນຄອລລະເຈນໃນຮູບແບບເມັດທີ່ສະດວກວ່ອງໄວ. ສ່ວນແບບແປ້ງສາມາດເຕີມເຂົ້າໃນອາຫານຕ່າງໆ ຫຼືຈະເອົາມາປະສົມໃສ່ນ້ຳດື່ມ ນ້ຳໝາກໄມ້ໃຫ້ກິນງ່າຍຂຶ້ນກໍໄດ້.

ຄວນກິນໃນປະລິມານໃດໃຫ້ເໝາະ?

ປະລິມານຂອງອາຫານເສີມທີ່ຄວນກິນແມ່ນຂຶ້ນຢູ່ກັບລະດັບຄອລລະເຈນທີ່ມີຢູ່ໃນຮ່າງກາຍ, ອາຍຸ, ແລະ ປັດໄຈສິ່ງອ້ອມຂ້າງ ແຕ່ໂດຍລວມແລ້ວປະລິມານທີ່ແນະນຳແມ່ນ 2.5-5 ກຣາມຕໍ່ມື້.

ກ່ອນຈະຊື້ຄວນຮູ້ຫຍັງອີກ?

ຄວນອ່ານສ່ວນປະສົມໃຫ້ດີບໍ່ໃຫ້ມີສານກັນບູດແລະສານເຕີມແຕ່ງ ຫຼີກລ້ຽງສານ carrageenanແລະ titanium dioxide. ຖ້າທ່ານມີໂລກປະຈຳໂຕກໍຄວນປຶກສາແພດກ່ອນທີ່ຈະກິນອາຫານເສີມ ນອກນັ້ນຜົນລັບຂອງແຕ່ລະຄົນຈະບໍ່ຄືກັນ ອາດໃຊ້ເວລາດົນກ່ອນຈະເຫັນຜົນຊັດເຈນ ດ້ວຍເຫດນີ້ ຖ້າເປັນໄປໄດ້ກໍຄວນກິນອາຫານທີ່ມີປະໂຫຍດຄົບໝວດໝູ່ ນອນຫຼັບພຽງພໍ ຢ່າເພິ່ງແຕ່ອາຫານເສີມຢ່າງດຽວເພາະການຈະມີຜິວທີ່ດີຮ່າງກາຍຕ້ອງແຂງແຮງກ່ອນ.

ຮຽບຮຽງໂດຍ ນິລະດາ ສີພະໄຊ

ຂອບໃຈຂໍ້ມູນຈາກ https://www.glamourmagazine.co.uk/gallery/collagen-supplement

___

ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້