ຢ່າຫຼົງເຊື່ອ! 8 ອາຫານທີ່ບໍ່ໄດ້ດີຕໍ່ສຸຂະພາບຄືທີ່ທ່ານຄິດ

  • ທັນຍະພືດອັດແທ່ງ (Energy Bar)

ສາວໆຫຼາຍຄົນອາດຈະຫຼົງເຊື່ອການໂຄສະນາຂອງທັນຍະພືດອັດແທ່ງວ່າມັນມີໃຍອາຫານແລະໂປຣຕີນຫຼາຍ ຫຼື ມັນມີແປ້ງໜ້ອຍເຊິ່ງເຮັດໃຫ້ມັນເປັນອາຫານວ່າງທີ່ດີຕໍ່ສຸຂະພາບ. ແຕ່ກ່ອນທີ່ທ່ານຈະແກະກິນທັນຍະພືດອັດແທ່ງເຫຼົ່ານີ້ທ່ານຄວນພິຈາລະນາກ່ອນວ່າສ່ວນໃຫຍ່ແລ້ວມັນຖືກປຸງແຕ່ງມາຢ່າງຫຼວງຫຼາຍ. ຖ້າທ່ານພົບວ່າມັນມີສ່ວນປະສົມຫຼາຍຢ່າງນັ້ນກໍສະແດງວ່າມັນໄດ້ຜ່ານການຜະລິດສ້າງແບບບໍ່ທຳມະຊາດ ແລະ ຍັງມີປະລິມານນ້ຳຕານສູງເຊິ່ງຈະເຮັດໃຫ້ລະດັບນ້ຳຕານໃນເລືອດສູງຂຶ້ນຢ່າງວ່ອງໄວແລ້ວຕົກລົງຫຼັງຈາກນັ້ນ ຜົນທີ່ຕາມມາກໍຄືທ່ານຈະຫິວໄວ ແລະ ບໍ່ຄ່ອຍມີແຮງ. ເພາະສະນັ້ນ ສິ່ງທີ່ດີກວ່າແມ່ນເວລາທ່ານຫິວ ຕ້ອງການອາຫານວ່າງຮອງທ້ອງໃຫ້ກິນແອັບເປິ້ນໃສ່ເນີຍຖົ່ວ ຫຼື ໝາກໄມ້ຊະນິດອື່ນໆກໍມີປະໂຫຍດເຊັ່ນກັນເຊິ່ງຈະຢູ່ທ້ອງໄດ້ດົນກວ່າ.

  • ນົມສົ້ມໄຂມັນຕ່ຳ ຫຼື ປາສະຈາກໄຂມັນ (Low Fat or Fat-Free Yoghurt)

ເມື່ອຜະລິດຕະພັນອາຫານຫຼຸດຫຼືຕັດສ່ວນປະສົມທີ່ເຮົາເຊື່ອວ່າ “ບໍ່ດີ” ອອກ ເຮົາກໍຈະຕັດສິນວ່າມັນດີຕໍ່ຮ່າງກາຍເຮົາ ແຕ່ນີ້ກໍບໍ່ແມ່ນເລື່ອງແທ້ສະເໝີໄປໂດຍສະເພາະໃນກໍລະນີຂອງປະເພດໄຂມັນໃນອາຫານ. ການຫຼຸດຫຼືຕັດໄຂມັນອີ່ມຕົວອອກນັ້ນຖືວ່າດີ ແຕ່ໃນຄະນະດຽວກັນຜູ້ຜະລິດສ່ວນໃຫຍ່ຈະທົດແທນໄຂມັນທີ່ຕັດອອກໂດຍການເຕີມນ້ຳຕານເພື່ອໃຫ້ລົດຊາດແຊບຄືເກົ່າ. ມີນົມສົ້ມໄຂມັນຕ່ຳ ຫຼື ປາສະຈາກໄຂມັນຫຼາຍອັນທີ່ມີປະລິມານນ້ຳຕານຫຼາຍເທົ່າກັບເຂົ້າໜົມເຊິ່ງສາມາດເຮັດໃຫ້ລະດັບ ໃນເລືອດສູງຂຶ້ນໄດ້ແລະສົ່ງຜົນເສຍຕໍ່ສຸຂະພາບ. ດ້ວຍເຫດນີ້ ທ່ານຄວນຮູ້ຈັກເລືອກກິນນົມສົ້ມໄຂມັນຕ່ຳຫຼືປາສະຈາກໄຂມັນຊະນິດທີ່ມີນ້ຳຕານໜ້ອຍ ໂດຍການອ່ານສ່ວນປະສົມໃຫ້ລະອຽດ.

  • ນົມສົ້ມແຊ່ແຂງ (Fro-Yo)

ເຖິງວ່ານົມສົ້ມແຊ່ແຂງບໍ່ມີພະລັງງານຫຼາຍເທົ່າກະແລ້ມແລະບໍ່ໄດ້ເຮັດໃຫ້ຕຸ້ຍກໍຕາມ, ແຕ່ກໍບໍ່ໄດ້ແປວ່າມັນດີຕໍ່ສຸຂະພາບຂອງທ່ານ. ດັ່ງທີ່ເຮົາໄດ້ກ່າວໄປແລ້ວຢູ່ຂ້າງເທິງ ຄຸນປະໂຫຍດຂອງນົມສົ້ມກໍຈະບໍ່ດີເທົ່າລວກຜັກເພາະມັນມີນ້ຳຕານທີ່ບໍ່ຈຳເປັນຫຼາຍ. ການກິນດົນໆເທື່ອໜຶ່ງກໍບໍ່ແມ່ນບັນຫາ ແຕ່ທ່ານຄວນຖືວ່າມັນເປັນຂອງຫວານຫຼາຍກວ່າອາຫານສຸຂະພາບ.

  • ນ້ຳໝາກໄມ້ປັ່ນ (Smoothies)

ໃຜໆກໍຮູ້ຢູ່ແລ້ວວ່າການກິນໝາກໄມ້ນັ້ນດີຕໍ່ຮ່າງກາຍ ແຕ່ທ່ານຮູ້ຫຼືບໍ່ວ່າການເອົາໝາກໄມ້ຫຼາຍໆຢ່າງມາປັ່ນໃສ່ກັນ (ເຊັ່ນ ໝາກກ້ວຍ, ປະເພດເບີຣີ້, ແລະ ປະເພດເກີດຢູ່ຕົ້ນ) ສາມາດເຮັດໃຫ້ຈຳນວນນ້ຳຕານໃນຮ່າງກາຍເກີນລະດັບທີ່ແນະນຳໃຫ້ຮັບປະທານຕໍ່ວັນ ໂດຍສະເພາະແມ່ນນ້ຳໝາກໄມ້ປັ່ນທີ່ຊື້ຕາມຮ້ານ ເພາະເຮົາຈະຄວບຄຸມປະລິມານນ້ຳຕານບໍ່ໄດ້. ແມ່ນຄວາມຈິງທີ່ມັນມີວິຕາມິນຫຼາຍ ແລະ ມີສານຕ້ານອະນຸມູນອິດສະລະ, ແຕ່ຄຸນປະໂຫຍດເຫຼົ່ານີ້ທີ່ມາພ້ອມດ້ວຍນ້ຳຕານຫຼາຍກວ່າ 40 ກຣາມກໍຈະເສຍຖິ້ມ ທາງທີ່ດີແມ່ນໃຫ້ກິນໝາກໄມ້ສົດແທນ.

  • ກຣາໂນ່ລ້າ (Granola)

ກຣາໂນ່ລ້າທີ່ເຮັດມາຈາກທັນຍະພືດເອົາມາອົບຈົນກອບທີ່ສາຍສຸຂະພາບຕ່າງກໍນິຍົມກັນ ນອກຈາກມັນຈະກິນງ່າຍແລ້ວຍັງບໍ່ຕ້ອງໃຊ້ເວລາໃນການກະກຽມ ມີຄວາມສະດວກສະບາຍ ແຕ່ກໍຄືກັນກັບອາຫານອື່ນໆທີ່ເຮົາໄດ້ກ່າວໄປ, ກຣາໂນ່ລ້າສ່ວນໃຫຍ່ກໍຈະມີປະລິມານນ້ຳຕານ ແລະ ໄຂມັນສູງເພື່ອເຮັດໃຫ້ມີລົດຊາດທີ່ຖືກປາກຄົນ.

  • ອາຫານສຳເລັດຮູບແຊ່ແຂງ (Frozen Diet Meals)

ປະຕິເສດບໍ່ໄດ້ເລີຍວ່າອາຫານສຳເລັດຮູບແມ່ນສິ່ງທີ່ປະຢັດເວລາ ສະດວກສະບາຍ ພຽງແຕ່ເອົາໄປອຸ່ນແປັບດຽວກໍໄດ້ກິນແລ້ວ ນອກຈາກນັ້ນ ພະລັງງານງານມັນຍັງຕ່ຳອີກ ອາດຈະເຮັດໃຫ້ທ່ານຄິດວ່າມັນດີຕໍ່ສຸຂະພາບ ແຕ່ສິ່ງທີ່ທ່ານຄວນຮູ້ກໍຄືອາຫານເຫຼົ່ານີ້ມີສານກັນບູດເພື່ອເຮັດໃຫ້ມັນຢູ່ໄດ້ດົນ ແລະ ຍັງໃຊ້ເຂົ້າຫຼືທາດແປ້ງທີ່ລາຄາຖືກ ເຊິ່ງອາດຈະບໍ່ມີຄຸນນະພາບ.

  • ໝາກໄມ້ແຫ້ງ (Dried Fruits)

ເປັນຂ່າວຮ້າຍສຳລັບທ່ານໃດທີ່ມັກກິນໝາກໄມ້ແຫ້ງ ເພາະມັນມີນ້ຳຕານຫຼາຍກວ່າໝາກໄມ້ທຳມະດາຕັ້ງ 2-3 ເທົ່າ ນອກນັ້ນການທີ່ໝາກໄມ້ແຫ້ງຂາດນ້ຳຈະເຮັດໃຫ້ທ່ານຮູ້ສຶກອີ່ມຊ້າ ເຊິ່ງຈະເຮັດໃຫ້ທ່ານກິນນ້ຳຕານເຂົ້າໄປຫຼາຍຂຶ້ນ.

  • ຂອງຫວານທີ່ເປັນອາຫານເຈ (Vegan Desserts)

ເຖິງວ່າມັນບໍ່ໄດ້ເຮັດຈາກສັດກໍຕາມ ຂອງຫວານພວກນີ້ກໍຍັງມີໄຂມັນແລະແປ້ງຫຼາຍເທົ່າໆກັນກັບຂອງຫວານທົ່ວໄປ. ນ້ຳຕານໝາກພ້າວທີ່ເປັນໜຶ່ງໃນສ່ວນປະສົມຫຼັກອາດຈະເບິ່ງຄືດີຕໍ່ສຸຂະພາບຫຼາຍກວ່ານ້ຳຕານຊາຍຂາວ, ແຕ່ໃນຄວາມເປັນຈິງແລ້ວຜົນກະທົບທີ່ມັນມີຕໍ່ລະດັບນ້ຳຕານໃນເລືອດ ແລະ ອິນຊູລິນກໍຄືກັນກັບນ້ຳຕານທຳມະດາ.

  • ຄວນເລືອກກິນແນວໃດ?

ຖ້າທ່ານຄິດທີ່ຈະຊື້ອາຫານສຳເລັດຮູບ ຫຼື ຖືກປຸງແຕ່ງມາແລ້ວ ຄວນເບິ່ງສວນປະສົມໃຫ້ລະອຽດ ພະຍາຍາມເລືອກສິ່ງທີ່ມີສ່ວນປະສົມຫຼາຍສຸດ 5 ຢ່າງ – ແຕ່ຖ້າຈະໃຫ້ດີຕ້ອງ 3 ຢ່າງ ຫຼືໜ້ອຍກວ່າ ເພາະຍິ່ງສ່ວນປະສົມໜ້ອຍເທົ່າໃດຍິ່ງໝາຍຄວາມວ່າມັນບໍ່ຄ່ອຍມີການປຸງແຕ່ງ.ເມື່ອທ່ານຮູ້ສຶກບໍ່ແນ່ໃຈວ່າ ອາຫານທີ່ກຳລັງຈະຊື້ນັ້ນດີຕໍ່ສຸຂະພາບບໍ່ ໃຫ້ຖາມຕົນເອງວ່າມັນແມ່ນສິ່ງທີ່ຄົນເຮົາສາມາດເຮັດເອງໄດ້ຢູ່ໃນເຮືອນຄົວບໍ່? ຖ້າຄຳຕອບແມ່ນບໍ່ ໃຫ້ທ່ານເອົາມັນວາງໄວ້ຄືນ. ສ່ວນສຳລັບຜະລິດຕະພັນໃດທີ່ໂຄສະນາວ່າມີວິຕາມີນຫຼາຍ ຫຼື ມີໃຍອາຫານສູງທັງທີ່ມັນເບິ່ງຄືບໍ່ໄດ້ມີປະໂຫຍດຕໍ່ສຸຂະພາບກໍຄວນພິຈາລະນາໃຫ້ດີກ່ອນຈະຊື້ ເພື່ອໃຫ້ຮ່າງກາຍໄດ້ສານອາຫານທີ່ຄົບຖ້ວນກໍຄວນເລືອກກິນແຕ່ອາຫານທີ່ສົດໃໝ່ ບໍ່ໄດ້ຜ່ານການປຸງແຕງຈະດີທີ່ສຸດ.

ຮຽບຮຽງໂດຍ: ນິລະດາ ສີພະໄຊ

ຂອບໃຈຂໍ້ມູນຈາກ: https://www.harpersbazaar.com/beauty/diet-fitness/a14782/healthy-foods-that-are-actually-just-dessert/

___

ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້