4 ເຄັດລັບຝຶກໃຫ້ຕົນເອງຕື່ນເຊົ້າເປັນນິໄສ!

ການຕືື່ນເຊົ້າເປັນຊີວິດປະຈຳວັນແມ່ນສິ່ງທີ່ດີຕໍ່ສຸຂະພາບ ແຖມຍັງເພີ່ມເວລາໃນການເຮັດກິດຈະກຳຕ່າງໆອີກ. ນອກນັ້ນ, ອາກາດໃນຍາມເຊົ້ານັ້ນສົດຊື່ນ ເຊິ່ງການສູດອາກາດດີໆໃນຕອນເຊົ້າຈະຊ່ວຍໃຫ້ເຮົາຮູ້ສຶກສົດໃສໄດ້ຕະຫຼອດໝົດມື້. ແຕ່ການຕື່ນແຕ່ເຊົ້າໆນັ້ນ ເປັນສິ່ງທີ່ຍາກຫຼາຍສຳຫຼັບສາວໆຫຼາຍຄົນ ດັ່ງນັ້ນພວກເຮົາຈຶ່ງໄດ້ລວບລວມເຄັດລັບທີ່ຈະຊ່ວຍທ່ານບໍ່ໜ້ອຍກໍຫຼາຍໂດຍສະເພາະໃນຍາມທີ່ອາກາດໜາວນີ້.

  • ເປີດໄຟ ເປີດຜ້າກັ້ງ ເປີດປ່ອງຢ້ຽມ:

ຄວນເຮັດທັນທີເມື່ອໂມງປຸກ ແລະ ຫ້າມເລື່ອນປຸກເດັດຂາດ ເພາະແຮງຈະເປັນການຕາມໃຈຕົນເອງ ເຮັດໃຫ້ບໍ່ສາມາດລຸກຂຶ້ນໄດ້. ການລຸກໄປເປີດໄຟ, ເປີດຜ້າກັ້ງ ຫຼື ເປີດປ່ອງຢ້ຽມ ນອກຈາກຈະຊ່ວຍໃຫ້ເຮົາຮູ້ສຶກຕື່ນໂຕ ແລະ ສົດຊື່ນແລ້ວ ຍັງເປັນວິທີງ່າຍແລະໄດ້ຜົນໃນການບັງຄັບຕົນເອງໃຫ້ຕື່ນເຊົ້າອີກດ້ວຍ.

  • ຫາແຮງບັນດານໃຈໃນການຕື່ນເຊົ້າ

ບໍ່ວ່າຈະເປັນການວາງແຜນອາຫານເຊົ້າທີ່ທ່ານມັກ ເຊິ່ງເປັນວິທີໜຶ່ງທີ່ໄດ້ຜົນຫຼາຍ ເພາະສາວໆຈະຮູ້ສຶກຢາກຕື່ນນອນມາກິນອາຫານແຊບໆທີ່ໄດ້ວາງແຜນໄວ້ ຫຼື ຈະເປັນການແຕ່ງໜ້າ ແຕ່ງໂຕງາມ ເພື່ອອອກໄປເຮັດວຽກພົບປະຜູ້ຄົນເປັນຕົ້ນ.

ຂໍ້ດີຂອງການຕື່ນເຊົ້າ:

ກ່ອນທີ່ຈະໄປຮຽນຮູ້ວິທີເຮັດໃຫ້ຕົນເອງຕື່ນເຊົ້າ ທ່ານຄວນຮູ້ປະໂຫຍດຂອງມັນກ່ອນ ເຊິ່ງກໍມີຫຼາກຫຼາຍບໍ່ວ່າຈະເປັນໃນແງ່ຂອງເວລາທີ່ເພີ່ມຫຼາຍຂຶ້ນໃນແຕ່ລະມື້ ລວມໄປເຖິງປະໂຫຍດດ້ານສຸຂະພາບດັ່ງຕໍ່ໄປນີ້:

  • ເຮັດໃຫ້ຮູ້ສຶກດຸໝັ່ນຫຼາຍກວ່າເກົ່າ ແລະ ຊ່ວຍໃຫ້ປະສິດທິພາບໃນການເຮັດວຽກຫຼືຮຽນໜັງສືຫຼາຍຂຶ້ນ
  • ສຸຂະພາບຈິດດີຂຶ້ນ ຊ່ວຍຫຼຸດຜ່ອນຄວາມຕຶງຄຣຽດ ເພາະບໍ່ຈຳເປັນຕ້ອງຟ້າວເຮັດຫຍັງຄືເວລາຕື່ນສວຍ
  • ຊ່ວຍໃຫ້ວົງຈອນການນອນຫຼັບມີປະສິດທິພາບຫຼາຍຍິ່ງຂຶ້ນ ເພາະຖ້າຕື່ນເຊົ້າຈະເຮັດໃຫ້ເຮົານອນໄວໂດຍອັດຕະໂນມັດ
  • ໄດ້ສູດອາກາດຍາມເຊົ້າ ຊ່ວຍກະຕຸ້ນໃຫ້ຮ່າງກາຍສົດຊື່ນ ແຈ່ມໃສ ພ້ອມທີ່ຈະລຸຍວັນໃໝ່ໄດ້ຢ່າງມີປະສິດທິພາບ

ສຳຫຼັບສາວໆ ທ່ານໃດທີ່ມີບັນຫາເລື່ອງຕື່ນນອນໃນຕອນເຊົ້າ ຫຼື ຢາກຝຶກວິໄນຕົນເອງໃຫ້ເປັນຄົນຕື່ນເຊົ້າຫຼາຍຍິ່ງຂຶ້ນຄວນປະຕິບັດດັ່ງຕໍ່ໄປນີ້:

  • ຕັ້ງໂມງປຸກ 2 ຮອບໃຫ້ຫ່າງກັນ 10 ນາທີ

ບໍ່ຄວນຕັ້ງໂມງປຸກເກີນກວ່າ 2 ຮອບເພາະຖ້າວ່າຫຼາຍກວ່ານີ້ຈະແຮງເຮັດໃຫ້ຮ່າງກາຍອ່ອນເພຍ ແລະ ບໍ່ຢາກຕື່ນນອນໄດ້ ລອງວາງມືຖືຫຼືໂມງປຸກໄວ້ໃຫ້ໄກຈາກຕຽງນອນ ເພື່ອທີ່ທ່ານຈະໄດ້ລຸກຂຶ້ນໄປປິດໂມງປຸກ ເປັນການຍືດເສັ້ນຍືດສາຍກ່ອນຕື່ນນອນໄດ້ເປັນຢ່າງດີ.

  • ປັບອຸນຫະພູມຫ້ອງທີ່ເໝາະສົມຕໍ່ການນອນຫຼັບ

ອຸນຫະພູມທີ່ຮ້ອນຫຼືເຢັນຈົນເກີນໄປ ຈະເຮັດໃຫ້ປະສິດທິພາບໃນການນອນຫຼັບຫຼຸດລົງ ເຮັດໃຫ້ຮູ້ສຶກເມື່ອຍ ຫຼື ອ່ອນເພຍໃນເວລາຕື່ນເຊົ້າ. ລອງປັບອຸນຫະພູມໃຫ້ເໝາະສົມ ຮັບຮອງວ່າສາວໆຈະນອນຫຼັບສະບາຍ ແລະພ້ອມທີ່ຈະຕື່ນເຊົ້າຕ້ອນຮັບມື້ໃໝ່ຢ່າງສົດໃສ

ສາວໆຄົນໃດທີ່ຮູ້ໂຕວ່າເປັນຄົນຕື່ນຍາກ ຫຼື ຢາກລອງຕື່ນເຊົ້າໆ ສາມາດເອົາເຄັດລັບດີໆເຫຼົ່ານີ້ໄປໃຊ້ໄດ້ ລອງປັບປ່ຽນໜ້ອຍໜຶ່ງໃຫ້ເຂົ້າກັບຊີວິດປະຈຳວັນຂອງທ່ານ ພວກເຮົາຮັບຮອງວ່າໄດ້ຜົນຢ່າງແນ່ນອນ.

 ຮຽບຮຽງໂດຍ ນິລະດາ ສີພະໄຊ

ຂອບໃຈຂໍ້ມູນຈາກ: https://www.akerufeed.com/lifestyle/4-tips-for-morning-girl

___

ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້