ບໍ່ຢາກໃຫ້ເຊື່ອແຕ່ຢາກໃຫ້ລອງ!!! ລວມແນວຄິດພັດທະນາຕົວເອງ ເພື່ອກ້າວໄປເປັນຜູ້ສົບຄວາມສໍາເລັດໃນການເຮັດວຽກ

ການເຮັດວຽກໃນຄວາມຄິດຂອງໃຜຫຼາຍຄົນ ກໍຄື ການເຮັດວຽກໃຫ້ຜົນງານອອກມາດີທີ່ສຸດ ຫຼືເຮັດໃນໜ້າທີ່ທີ່ຕົນເອງຮັບຜິດຊອບຢ່າງເຕັມຄວາມສາມາດ ແລະ ທີ່ຫຼາຍຄົນເຂົ້າໃຈວ່າ ນີ້ຄືຄວາມສໍາເລັດໃນໜ້າທີ່ການງານນັ້ນເອງ ແຕ່ສິ່ງໜຶ່ງທີ່ເຈົ້າອາດຈະເບິ່ງຂ້າມໄປ ນັ້ນກໍຄື ການພັດທະນາຕົນເອງຢູ່ສະເໝີ ແລ້ວແນວຄິດການພັດທະນາາຕົນເອງນັ້ນ ຈະເປັນຮູບແບບໃດ ມາເບິ່ງລາຍລະອຽດພ້ອມໆກັນເລີຍ…

3 ขั้นตอนที่จะทำให้คุณ 'ประสบความสำเร็จในชีวิต'
  • ບໍ່ຢຸດຢັ້ງໃນການພັດທະນາ

ຜູ້ທີ່ປະສົບຄວາມສໍາເລັດໃນໜ້າທີ່ການງານໄດ້ ຈໍາເປັນຕ້ອງມີການພັດທະນາຕົນເອງຢູ່ຕະຫຼອດເວລາ ບໍ່ວ່າຈະເລື່ອງຂອງບຸກຄະລິກ ພຶດຕິກໍາ ຫຼືແມ່ນແຕ່ວິທີການເຮັດວຽກ ເຈົ້າຈະຕ້ອງຮູ້ຈັກສໍາຫຼວດ ແລະປະເມີນຕົວເອງຢ່າງສະໝໍ່າສະເໝີ ຊອກຂໍ້ດີ ແລະ ຂໍ້ເສຍເພື່ອປັບປຸງ ຕົວຢ່າງ ຖ້າບໍ່ເກັ່ງພາສາອັງກິດ ແຕ່ຈໍາເປັນຕ້ອງໃຊ້ໃນການເຮັດວຽກ ເຈົ້າຕ້ອງສຶກສາ ແລະ ຮຽນຮູ້ໃຫ້ເກັ່ງຂຶ້ນ ເພື່ອຄວາມງ່າຍໃນການເຮັດວຽກ ແລະ ຈະເຮັດໃຫ້ເຈົ້າມີໂອກາດປະສົບຄວາມສໍາເລັດໃນໜ້າທີ່ການງານຫຼາຍຂຶ້ນ.

  • ຄິດບວກ ເບິ່ງໂລກໃນແງ່ດີສະເໝີ

ຄວາມຄິດບວກເປັນສ່ວນຊ່ວຍໃຫ້ເຈົ້າເຮັດວຽກໄດ້ຢ່າງມີຄວາມສຸກຫຼາຍຂຶ້ນ ເມື່ອພົບອຸປະສັກ ຫຼືບັນຫາຕ່າງໆ ໃນການເຮັດວຽກ ພຽງແຕ່ເຮົາມີຄວາມຄິດໃນທາງທີ່ດີ ເຮົາກໍສາມາດກ້າວຂ້າມບັນຫາເຫຼົ່ານັ້ນໄປໄດ້ໂດຍງ່າຍ… ຄວາມສໍາເລັດໃນການເຮັດວຽກຈະບໍ່ມາເຖິງໃນມື້ນີ້ ມື້ອື່ນ ແຕ່ຕ້ອງມາຫາເຈົ້າຈັກມື້ ເຮົາເຊື່ອວ່າ ການຄິດແຕ່ເລື່ອງດີໆ ຫຼືການເບິ່ງໂລກໃນແງ່ດີ ຈະເຮັດໃຫ້ການເຮັດວຽກຂອງເຈົ້າມີຄວາມສຸກໄດ້.

  • ມຸ່ງໝັ້ນອົດທົນ

ຄວາມອົດທົນເປັນພະລງຂອງຄວາມສໍາເລັດ ການອົດທົນຕໍ່ຄໍາເວົ້າ ຕໍ່ພຶດຕິກໍາການໝິ່ນປະມາດ ອົດທົນຕໍ່ຄວາມຕຶງຄຽດໃນການເຮັດວຽກ ເປັນສິ່ງສໍາຄັນ ແລະ ເປັນສິ່ງຊຸກຍູ້ໃຫ້ເຈົ້າກ້າວໄປຫາຄວາມສໍາເລັດໄດ້ຢ່າງໄວວາ ເພາະທຸກໆອາຊີບຈະຕ້ອງພົບກັບບັນຫາບໍ່ເລື່ອງໃດກໍເລື່ອງໜຶ່ງ ແຕ່ການທີ່ເຈົ້າເປັນຄົນມີຄວາມອົດທົນ ຈະເຮັດໃຫ້ເຈົ້າສາມາດຜະເຊີນໜ້າກັບບັນຫາຕ່າງໆໄດ້ ແລະ ເຈົ້າກໍສາມາດພົບກັບຄວາມສໍາເລັດໄດ້ຢ່າງແນ່ນອນ

  • ມີນໍ້າໃຈໃຫ້ກັບເພື່ອນຮ່ວມງານ

ນິຍາມຄວາມສໍາເລັດໃນການເຮັດວຽກ ບໍ່ໄດ້ຂຶ້ນຢູ່ກັບລະດັບຄວາມສູງຂອງຕໍາແໜ່ງ ແຕ່ການເຮັດວຽກຢ່າງມີຄວາມສຸກຖືເປັນເສັ້ນທາງແຫ່ງຄວາມສໍາເລັດໃນໜ້າທີ່ການງານແລ້ວ ບໍ່ວ່າເຈົ້າຈະເຮັດວຽກໃນຕໍາແໜ່ງໃດກໍຕາມ ການມີນໍ້າໃຈກັບທຸກຄົນ ມີຄວາມເປັນມິດກັບເພື່ອນຮ່ວມງານ ແລະ ໃຫ້ຄວາມເປັນກັນເອງກັບຄົນພາຍນອກ ຈະເຮັດໃຫ້ຊີວິດເຈົ້າມີແຕ່ຄວາມສຸກ ແລະ ສາມາດເຮັດວຽກໄດ້ຢ່າງສະບາຍໃຈ ແລະ ນີ້ຄືປັດໃຈອີກຢ່າງໜຶ່ງທີ່ຈະເຮັດໃຫ້ເຈົ້າປະສົບຄວາມສໍາເລັດໄດ້

  • ທຸ່ມເທກັບວຽກ

ການເຮັດວຽກທຸກຢ່າງຕ້ອງມີຄວາມຕັ້ງໃຈ ໃສ່ໃຈທຸກລາຍລະອຽດ ເພື່ອໃຫ້ຜົນງານອອກມາດີທີ່ສຸດ ຖ້າເຈົ້າມີຄວາມຕັ້ງໃຈເຮັດວຽກ ຜົນງານກໍຍ່ອມອອກມາດີເຊັ່ນກັນ ສໍາລັບພະນັກງານທີ່ມີໜ້າທີ່ຮັບຜິດຊອບ ເມື່ອເວລາເຮັດວຽກກໍຕ້ອງໃຫ້ຄວາມສົນໃຈກັບເລື່ອງວຽກມາເປັນອັນດັບທໍາອິດ ແລະ ໃຫ້ເຮັດວຽກດ້ວຍຄວາມມ່ວນ ບໍ່ຄວນຕຶງຄຽດເລື່ອງອື່ນໆ ທີ່ຢູ່ນອກເໜືອຈາກວຽກທີ່ເຮົາເຮັດຈົນເກີນໄປ ເພາະຈະສົ່ງຜົນກະທົບຕໍ່ວຽກທີ່ເຮັດໄດ້ ການທຸ່ມເທກັັບວຽກທີ່ເຮັດໃນທຸກມື້ ອີກບໍ່ດົນເຈົ້າກໍຈະປະສົບຄວາມສໍາເລັດກັບວຽກງານໄດ້

  • ພ້ອມພັດທະນາຕົວເອງຢູ່ສະເໝີ

ນອກຈາກຈະທຸ່ມເທໃຫ້ກັບວຽກແລ້ວ ການປັບປຖງ ແລະ ພັດທະນາຕົວເອງ ເພີ່ມຄວາມສາມາດໃນການເຮັດວຽກໃຫ້ເກີດທັກສະ ແລະ ມີຄວາມຊໍານານໃນວຽກນັ້ນໆ ແລະ ສາມາດປັບປ່ຽນຮູບແບບການເຮັດວຽກໃຫ້ີຄວາມສອດຄ່ອງກັບຕົນເອງໄດ້ຢ່າງເໝາະສົມ ຖ້າເຈົ້າສາມາດເຮັດໄດ້ແບບນີ້ແລ້ວ ຄວາມສໍາເລັດກໍຈະເຂົ້າມາຫາເຈົ້າໄດ້ຕາມທີ່ເຈົ້າຕ້ອງການ…

  • ເກັບກ່ຽວປະສົບການ

ທຸກຄວາມຜິດພາດທີ່ເກີດຈາກການເຮັດວຽກ ໃມຫ້ຖືວ່າເປັນປະສົບການໃຫ້ເຈົ້າກ້າວໄປໃນທິດທາງທີ່ຖືກຕ້ອງ ແລະ ເລີ່ມເຮັດວຽກດ້ວຍຄວາມຮອບຄອບ ຫຼີກລ່ຽງຄວາມຜິດພາດທີ່ເຄີຍເກີດຂຶ້ນ ຖ້າເຈົ້າເລີ່ມເຮັດວຽກດ້ວຍຈິດໃຈທີ່ສະຫງົບ ບໍ່ວ່າຈະເກີດຂໍ້ຜິດພາດໃດໆ ເຈົ້າກໍສາມາດຮັບມືໄດ້ທຸກສະຖານະການ ທີ່ອາດຈະເກີດຂຶ້ນໃນອະນາຄົດ.

ສະຫຼຸບແລ້ວ ແນວຄິດການພັດທະນາຕົນເອງກໍຄືເປັນ ປັດຊະຍາຊີວິດ ຮູບແບບໜຶ່ງທີ່ຊ່ວຍຊີ້ນໍາແນວໃດໃຫ້ເຈົ້າກ້າວໄປສູ່ຄວາມສໍາເລັດພ້ອມໆ ກັບຄວາມສຸກໃນການເຮັດວຽກ ຄວາມສໍາເລັດໃນໜ້າທີ່ການງານທີ່ເຈົ້າຕ້ອງການນັ້ນບໍ່ຍາກ ພຽງເຈົ້າເລີ່ມປ່ຽນແປງຕົນເອງໂດຍການພັດທະນາຮູບແບບການເຮັດວຽກໃຫມີຄວາມເໝາະສົມກັບຄວາມສາມາດ ແລະ ປະສົບການທີ່ເຈົ້າມີ ເທົ່ານີ້ ເຈົ້າກໍສາມາດປະສົບຄວາມສໍາເລັດໄດ້ແລ້ວ…

___

ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້