ຫຼາຍປະເທດ! ກຽມປັບການເຮັດວຽກ 4 ມື້ຕໍ່ອາທິດ

ໃນປັດຈຸບັນຫຼາຍໆຄົນຄົງຈະຮູ້ວ່າຫຼາຍໆປະເທດຍັງໄດ້ມີການເຮັດວຽກໃຊ້ເວລາ 5-6 ມື້ຕໍ່ອາທິດ ແລະ ອີງຕາມນະໂຍບາຍຂອງແຕ່ລະອົງກອນ. ຫຼ້າສຸດເມື່ອບໍ່ດົນ!!! ມີບາງປະເທດ!!! ກຽມທົດລອງໃຫ້ມີການເຮັດວຽກ 4 ມື້ຕໍ່ອາທິດ ຄາດວ່າຈະເຮັດໃຫວຽກນອອກມາໄດ້ປະສິດທິພາບຫຼາຍກວ່າການເຮັດວຽກເຕັມ 5 ມື້ຕໍ່ອາທິດ ປະເທດສະເປນໄດ້ເລີ່ມມີການທົດລອງແລ້ວ ແລະ ບໍ່ມີການຫັກລາຍໄດ້ ຊຶ່ງຍັງຊ່ວຍໃຫ້ການເຮັດວຽກມີປະສິດທິພາບຂຶ້ນອີກດ້ວຍ.

ໃນປະເທດຍີ່ປຸ່ນ,​ນິວຊີແລນ ແລະ ຟິນແລນ ກໍຕ່າງພາກັນຜັກດັນໃຫ້ໃຊ້ແນວທາງນີ້ໃນການເຮັດວຽກ ແລະ ຍັງສະໜັບສະໜູນໃຫ້ຫຼຸດເວລາໃນການເຮັດວຽກລົງເຫຼືອພຽງວັນລະ 6 ຊົ່ວໂມງ.​ ໃຜທີ່ສົງໄສວ່າການເຮັດວຽກແບບນີ້ດີແທ້ ຫຼືບໍ່?​
Microsoft​ japan ໄດ້ທົດທອງຢຸດວຽກທຸກໆວັນສຸກໃນເວລາ 1 ເດືອນ ປະກົດວ່າການ້ຮັດວຽກເຮັດໃຫ້ໄດ້ປະສິດທິພາບຫຼາຍຂຶ້ນເຖິງ 40% Kate Soper ສາດສະດາຈານວິທະຍາໄລ London Metropolitan ໄດ້ກ່າວວ່າ ການຜິດຖຽງກັນໃນເລື່ອງການຫຼຸດເວລາການເຮັດວຽກລົງຕໍ່ອາທິດຈະຢູ່ຍາວນານ ແລະ ອາດຈະນໍາມາໃຊ້ໃນເຕັກໂນໂລຊີແບບອໍໂຕ້ມາຮອງຮັບກໍເປັນໄດ້.

ການເຮັດວຽກແບບນີ້ອາດຈະສົ່ງຜົນດີຕໍ່ກັບທຸກຝ່າຍ ທັງເລື່ອງສຸຂະພາບ-ຄວາມສຸກຂອງພະນັກງານ… ແລະ ທີ່ສໍາຄັນການໃຊ້ລະບົບນີ້ເຮັດໃຫ້ເສດຖະກິດ,​ການທ່ອງທ່ຽວ ແລະ ສິ່ງແວດລ້ອມດີຂຶ້ນອີກດ້ວຍ.​

ແອັດຫວັງວ່າປະເທດລາວກໍໜ້າຈະມີຄືກັນເນາະ…

___

ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້