ເປັນແມ່ຍິງຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ

ແຕ່ກ່ອນ ເຮົາຈະເຫັນໄດ້ວ່າການມີຄອບຄົວນັ້ນ ຜູ້ຊາຍຈະຕ້ອງເປັນຄົນເບິ່ງແຍງຄອບຄົວ ເຮັດໜ້າທີ່ເປັນຜູ້ນໍາຄອບຄົວ ເຮັດວຽກ – ຫາເງິນເພື່ອນໍາເອົາມາໃຊ້ຈ່າຍພາຍໃນຄອບຄົວ ເພາະຄິດວ່າຜູ້ຊາຍເກັ່ງກວ່າ ສ່ວນແມ່ຍິງນັ້ນກໍລ້ຽງລູກ – ເຮັດວຽກຢູ່ເຮືອນ

Mentorship for Working Women – Compass Integrated Communications

ແຕ່ໃນປັດຈຸບັນນີ້ຫຼາຍໆຢ່າງໄດ້ປ່ຽນແປງໄປແລ້ວ ການທີ່ເກີດມາເປັນແມ່ຍິງບໍ່ແມ່ນວ່າຈະເຮັດວຽກບໍ່ໄດ້ ບໍ່ແມ່ນວ່າຈະສະຫຼາດໜ້ອຍກວ່າຜູ້ຊາຍ ແມ່ຍິງສະໄໝນີ້ຫຼາຍໆຄົນຍັງເຮັດວຽກເກັ່ງກວ່າຜູ້ຊາຍ ທັງວຽກນອກບ້ານ ແລະ ວຽກໃນພາຍໃນບ້ານ

Photo Of Woman Using Black Laptop

ແມ່ຍິງບໍ່ວ່າຈະໂສດ ຫຼືຈະມີແຟນແລ້ວກໍຕາມ ຈື່ເອົາໄວ້ເລີຍວ່າຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ ເພາະບໍ່ມີຜູ້ຊາຍຄົນໃດທີ່ຈະມັກຜູ້ຍິງທີ່ບໍ່ເຮັດວຽກ ນັ່ງໆ ນອນໆ ໄປແຕ່ລະມື້ ໂດຍບໍ່ເຮັດຫຍັງເລີຍ

DC remains the best city for working women | WTOP

ບໍ່ວ່າເຈົ້າຈະໂສດ, ​ມີແຟນ ຫຼືແຕ່ງງານແລ້ວ ບໍ່ວ່າແຟນຂອງເຮົາຈະສາມາດເບິ່ງແຍງເຮົາໄດ້ ຫຼືສະໜັບສະໜູນເຮົາໄດ້ດີພຽງໃດກໍຕາມ ສິ່ງທີ່ສໍາຄັນທີ່ສຸດນັ້ນຄື ຢ່າຢຸດຫາເງິນເອງ ແມ່ຍິງທີ່ຫາເງິນເອງໄດ້ ເປັນຄົນທີ່ມີກຽດ ແລະ ສັງຄົມຄົນອ້ອມຂ້າງຈະຍອມຮັບ. ການທີ່ເຮົາເປັນແມ່ຍິງທີ່ບໍ່ຕ້ອງເພິ່ງພາຄົນອື່ນນັ້ນມັນເທ່ຫຼາຍ, ຄລູກວ່າ, ດູດີກວ່າ, ສະບາຍໃຈກວ່າ ສິ່ງໃດທັງໝົດ

WAKE: Working for Women's Rights and Opportunities Around the ...

ການທີ່ເຮົາໃຊ້ເງິນທີ່ເຮົາຫາມາດ້ວຍຕົນເອງເຮົາຈະຈ່າຍເທົ່າໃດກໍໄດ້ ແລະ ຊື້ຫຍັງກໍໄດ້ໂດຍບໍ່ຕ້ອງມານັ່ງຄິດກັງວົນຫຍັງເລີຍ ແລະ ການທີ່ມີຊີວິດຢູ່ດ້ວຍການໃຊ້ຈ່າຍເງິນຂອງຄົນອື່ນນັ້ນ  ຈະເຮັດໃຫ້ເຮົາເຄົາລົບຕົນເອງໜ້ອຍລົງ ດົນໆໄປເຮົາກໍຈະບໍ່ຮູ້ເຖິງຄວາມພູມໃຈຂອງເຮົາ ແລະ  ບໍ່ຮູ້ຈັກຄຸນຄ່າຂອງຕົນເອງເລີຍ

ຂອບໃຈຂໍ້ມູນຈາກ: DEKWAT999.COM

___

ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້