ເຕັກນິກບໍລິຫານເວລາແບບງ່າຍໆ ເພື່ອຈັດລະບຽບໃນການເຮັດວຽກໃຫ້ງ່າຍຂຶ້ນ!!!

ປະສິດທິພາບຂອງການບໍລິຫານເວລາໃນແຕ່ລະອົງກອນນັ້ນ ຖືວ່າເປັນເລື່ອງສຳຄັນທີ່ສຸດ ທີ່ຈະສາມາດຕັດສິນຄວາມສຳເລັດຂອງທຸລະກິດໄດ້… ຖ້າໃຜທີ່ຍັງສັບສົນຢາກໃຫ້ລອງມາອ່ານ ວິທີບໍລິຫານເວລາງ່າຍໆ ເພື່ອໃຫ້ຊີວິດການເຮັດວຽກງ່າຍຂຶ້ນ!!

  1. ເລືອກເປົ້າໝາຍທີ່ສຳຄັນທີ່ສຸດໃນອາທິດ:

ຖ້າມີເວລາຈຳກັດກໍຄວນເລືອກເປົ້າໝາຍທີ່ມີຄວາມສຳຄັນ ແລະ ເປົ້າໝາຍນັ້ນຕ້ອງເກີດປະໂຫຍດ ຫຼາຍທີ່ສຸດກ່ອນ ແລ້ວຈຶ່ງໃຊ້ເວລາໃນສ່ວນທີ່ເຫຼືອເອົາໄປຈັດການກັບວຽກອື່ນໆຕາມລຳດັບຕໍ່ໄປ.

  1. ໃຊ້ເວລາໃຫ້ເປັນປະໂຫຍດ:

ທຳອິດທີ່ຕ້ອງເຮັດໃນຕອນເຊົ້າຄື ກວດເບິ່ງຂໍ້ຄວາມຂາເຂົ້າ-ຂາອອກແບບຜ່ານໆ ແລະເບິ່ງສະເພາະລາຍຊື່ກັບຫົວຂໍ້ທີ່ສຳຄັນ ພ້ອມທັງຈັດການກັບວຽກສ່ວນນັ້ນໃຫ້ຮຽບຮ້ອຍເປັນອັນດັບທຳອິດ.

See the source image
  1. ຫຼີກລ້ຽງການນັດພົບ:

ຖ້າວ່າບໍ່ມີປະເດັນທີ່ຕ້ອງຊອກ ຫຼືສໍາຄັນຫຼາຍ ການປະຕິເສດນັດພົບກໍອາດຈະຊ່ວຍໃຫ້ເຮົາມີເວລາໃນການເຮັດວຽກທີ່ສຳຄັນຫຼາຍກວ່າ.

  1. ຮູ້ຂີດຈຳກັດຂອງຕົນເອງ:

ການກຳນົດໄລຍະເວລາໃນການເຮັດວຽກ ແຍກອອກຈາກເວລາພັກຜ່ອນແບບຊັດເຈນ ຈຶ່ງເປັນສິ່ງສຳຄັນຫຼາຍ ເພື່ອໃຫ້ສາມາດເຮັດວຽກເຕັມທີ່ໄດ້ໃນເວລາເຮັດວຽກ ແລະ ໄດ້ພັກຜ່ອນເຕັມທີ່ເພື່ອຟື້ນຟູພະລັງງານຂຶ້ນອີກ.

___

ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້