ຮູ້ຫຼືບໍ່ວ່າ “ຄວາມສຸກ” ທີ່ໃຜໆກໍຊອກຫານັ້ນທີ່ຈິງແລ້ວເປັນສິ່ງທີ່ເຮົາສາມາດສ້າງໃຫ້ກາຍເປັນນິໄສໄດ້ ເຖິງແມ້ “ສະໝອງ” ຂອງຄົນເຮົາບໍ່ໄດ້ອອກແບບມາໃຫ້ມີຄວາມສຸກໄດ້ຕະຫຼອດເວລາ ແຕ່ເຮົາສາມາດຝຶກສະໝອງໃຫ້ຄິດບວກໄດ້
ສະໝອງກໍຄືກັບ “ກ້າມເນື້ອ” ທີ່ສາມາດຝຶກໃຫ້ຈື່ຈຳໄດ້ ນັ້ນໝາຍຄວາມວ່າເຮົາສາມາດຝຶກສະໝອງໃຫ້ປ່ຽນແປງໄດ້ເຊັ່ນກັນ ພຽງແຕ່ຕ້ອງໄດ້ເຮັດຊ້ຳໆ ແລະ ເຮັດຢ່າງສະໝ່ຳສະເໝີຈົນກາຍເປັນ “ນິໄສໃໝ່” ຂອງເຮົາ
ຫາກຈະປ່ຽນຄວາມຄິດໃນສະໝອງຂອງເຮົາໃຫ້ຄິດບວກ ກໍ່ຈຳເປັນຕ້ອງຈົດຈໍ່ກັບການຄິດບວກໃຫ້ໄດ້ຢ່າງຕໍ່ເນື່ອງ ແລະ ເຮັດສິ່ງນັ້ນຊ້ຳໆ ເຊິ່ງເທັກນິກທີ່ເປັນທີ່ນິຍົມກັນຄື ການຄິດຫາແຕ່ເລື່ອງດີໆທີ່ເກີດຂຶ້ນກັບເຮົາໃນມື່ນັ້ນໃຫ້ໄດ້3ເລື່ອງໃນທຸກໆມື້
ຈາກນັ້ນໃຫ້ບັນທຶກເລື່ອງດີໆທີ່ເກີດຂຶ້ນເອົາໄວ້ກ່ອນຈະເຂົ້ານອນໃນແຕ່ລະຄືນ ເຊິ່ງມີຜົນການວິໄຈທີ່ພົບວ່າ
ວິທີການນີ້ຈະສົ່ງຜົນຕໍ່ຄຸນນະພາບຊີວິດທີ່ດີຂຶ້ນໄດ້ໃນໄລຍະຍາວ ແລະ ຍັງຊ່ວຍໃຫ້ບົ່ມເພາະນິໄສແຫ່ງຄວາມສຸກໃຫ້ເກີດຂຶ້ນກັບຕົວໄປເທື່ອລະໜ້ອຍອີກດ້ວຍ
ດັ່ງນັ້ນ ການເຕືອນໃຫ້ຕົນເອງຂຽນເລືອງດີໆໃນແຕ່ລະມື້ ຈຶ່ງເທົ່າກັບການປັບສະໝອງຂອງເຮົາໃຫ້ຄິດບວກຫຼາຍຂຶ້ນ ແລະ ເປັນການສ້າງຄວາມຄິດໃໝ່ໆໃຫ້ເກີດຂຶ້ນຈົນສະໝອງຈົດຈຳສິ່ງເຫຼົ່ານັ້ນໄດ້ຢ່າງເປັນທຳມະຊາດນັ້ນເອງ
ນອກຈາກນີ້ ຍັງມີຜົນການສຶກສາໜຶ່ງທີ່ພົບວ່າການຝຶກຂອບໃຈສິ່ງດີໆ ທີ່ເກີດຂຶ້ນກັບຕົວເຮົາໃນທຸກໆມື້ສາມາດເຮັດໃຫ້ມີຄວາມສຸກເພີ່ມຂຶ້ນ25% ເລີຍທີດຽວ ພຽງແຕ່ບໍ່ຂຽນເລື່ອງເກົ່າຊ້ຳໆແຕ່ຂຽນຂອບໃຈໃນເລື່ອງໃໝ່ໆໃຫ້ໄດ້ໃນທຸກມື້
ວິທີການນີ້ຈະເປັນການບັງຄັບໃຫ້ເຮົາຕ້ອງປັບປຸງມຸມມອງໃຫມ່ ເພາະຕ້ອງຄິດຫາເລື່ອງໃນມຸມບວກມາຂຽນໃຫ້ໄດ້ໃນແຕ່ລະມື້ ສະໝອງຈຶງຖືກຄິດແຕ່ເລື່ອງດີໆທີ່ເກີດຂຶ້ນຈົນກາຍເປັນນິໄສຕິດຕົວແບບບໍ່ຮູ້ຕົວ
ເມື່ອຄວາມສຸກສ້າງໃຫ້ເປັນນິໄສໄດ້ງ່າຍໆແບບນີ້ ການເປັນຄົນຄິດບວກຈຶງບໍ່ແມ່ນເລື່ອງຍາກ ແລະ ຖ້າເຮັດໄດ້ເມື່ອໃດກໍຈະເຫັນຄວາມປ່ຽນແປງດີໆທີ່ເກີດຂຶ້ນກັບຕົວເອງ ໂດຍບໍ່ຈຳເປັນຕ້ອງໄປຊອກຫາຄວາມສຸກຈາກຄົນອື່ນໃຫ້ເມື່ອຍໃຈອີກຕໍ່ໄປ
ຮຽບຮຽງໂດຍ: ເທບທິດາບ ບຸນເຮືອງ
ຂໍຂອບໃຈເວັບໄຊທ: https://www.sanook.com/women/166221/
______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້