ບັນດາສັນຍານທີ່ອາດເປັນອັນຕະລາຍຕໍ່ໄວໜຸ່ມທີ່ກຳລັງຖືພາມີດັ່ງນີ້

- ເລືອດໄຫຼອອກມາທາງຊ່ອງຄອດ
- ເປັນໄຂ້, ໜາວສັ່ນ (ຄີງຮ້ອນ ອຸນຫະພຸມໃນຮ່າງກາຍສູງ)
- ເຈັບຫົວຢ່າງຮຸນແຮງ
- ວິນຫົວປວດຮາກ ຫຼື ຮາກຫຼາຍ ຮຸນແຮງຜິດປົກກະຕິ
- ມີອາການໂຕເຫຼືອງ
- ຄວາມດັນເລືອດສູງ
- ແນມເຫັນບໍ່ແຈ້ງ (ຕາລາຍ, ຕາມົວ)
- ນ້ຳໜັກຂຶ້ນໄວຜິດປົກກະຕິ: ໂຕບວມ, ໜ້າຕາ, ແຂນຂາບວມ
- ມີອາການຊັກ
- ລູກໃນທ້ອງບໍ່ມີການເໜັງຕີງ
- ຍ່ຽວແສບ ຫຼື ເຈັບທ້ອງນ້ອຍຢ່າງຮຸນແຮງ.
ຫາກມີບັນດາອາການທີ່ເວົ້າມາຂ້າງເທິງຄວນຕື່ນຕົວ ແລະ ຮີບໄປປຶກສາແພດຜູ້ຊ່ຽວຊານໂດຍໄວທີ່ສຸດ ເນື່ອງຈາກອາການຕ່າງໆທີ່ເວົ້າມາ ເປັນສັນຍານທີ່ເປັນອັນຕະລາຍ ເຊິ່ງສົ່ງຜົນກະທົບຕໍ່ແມ່ ຫຼື ລູກນ້ອຍໃນທ້ອງໄດ້.
ທີ່ມາ: ປຶ້ມຄູ່ມື ແນວທາງການສອນເພດວິຖີສຶກສາຢ່າງບູລະນາການສຳລັບຄູ ກະຊວງສຶກສາທິການ
_____
ຂໍ້ມູນເພີ່ມຕື່ມ:
ເວັບໄຊທ: hukmiplan.com
ຂໍ້ຄວາມ: ຮັກມີແຜນ
ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617