ຂ່າວ

ຍຸງລາຍ ຮ້າຍກ່ວາເສືອ ! ພົບຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນ 1 ລາຍ

ໄດ້ຖືກສ້າງຂື້ນວັນທີ

ຍຸງລາຍ ຮ້າຍກ່ວາເສືອ ! ໃນວັນທີ 08/06/2020 ພົບຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນ 1 ລາຍ. ຄົນເຈັບທີເສຍຊີວິດແມ່ນຄົນແຂວງຫຼວງນໍ້າທາ ແຕ່ມາຮຽນຢູ່ໂຮງຮຽນນາຍສິບຂອງທະຫານຢູ່ບ້ານທ່າພະບາດ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ). ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-08/06/2020 ມີຜູ້ຕິດເຊື້ອ ໄຂ້ຍຸງລາຍ ທັງຫມົດ 1,676 ກໍລະນີ ແລະ ເສຍຊີວິດ 05 ກໍລະນີ. 5 ແຂວງ ທີ່ພົບ ການລະບາດຫຼາຍກວ່າຫມູ່ແມ່ນ 1) ນະຄອນຫຼວງວຽງຈັນ, 2) ແຂວງວຽງຈັນ, 3) ອັດຕະປື 4) ບໍລິຄໍາໄຊ ແລະ 5) ຄໍາມ່ວນ ຕາມລໍາດັບ !!! ຂໍໃຫ້ທຸກຄົວເຮືອນ ທຸກພາກສ່ວນ ເອົາໃຈໃສ່ ທໍາລາຍແຫຼ່ງເພາະພັນຂອງຍຸງລາຍ ແລະ ເບິ່ງແຍງລູກຫຼານທ່ານ ໃຫ້ດີ !!! ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ Centre of Information […]

ປິນປົວ ຫາຍດີຫມົດແລ້ວ ຜູ້ປ່ວຍໂຄວິດ-19 ຢູ່ ສປປ ລາວ !

ໄດ້ຖືກສ້າງຂື້ນວັນທີ

🔥 ປິນປົວ ຫາຍດີຫມົດແລ້ວ ຜູ້ປ່ວຍໂຄວິດ-19 ຢູ່ ສປປ ລາວ ! ຊົມເຊີຍ ທີມແພດຫມໍລາວ !! ຖືວ່າເປັນຂ່າວດີສຸດ!!​ ກໍລະນີທີ 8 ເພດຊາຍ ຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ທີ່ຕິດເຊື້ອພະຍາດໂຄວິດ-19 ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28 ມີນາ 2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍແລ້ວມື້ນີ້ ວັນທີ 9 ມິຖຸນາ 2020. ຜູ້ຕິດເຊື້ອພະຍາດໂຄວິດ-19​ ທັງໝົດ ຢູ່ ສປປ ລາວ 19 ຄົນ ແພດ-ໝໍໄດ້ປິ່ວປົວຫາຍດີທັງໝົດແລ້ວ ຊົມເຊີຍ Cr: CIEH ________ສອບຖາມຂໍ້ມູນເພີ່ມເຕີມ ກ່ຽວກັບ ໂຄວິດ-19 ໄດ້ທີ່ເບີ ສາຍດ່ວນ 165 ຫຼື 166 ຫຼືໂທ 020 5406 6777 ______________ຂໍ້ມູນເພີ່ມຕື່ມ: www.hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 […]

ເຕືອນໄພ!! ໄລຍະວັນທີ 4-8 ມິຖຸນາ ກຽມຮັບມືກັບຝົນຕົກໜັກ!

ໄດ້ຖືກສ້າງຂື້ນວັນທີ

ໄລຍະວັນທີ 4-8 ມິຖຸນາ ຈະມີຝົນຕົກເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນແຂວງພາກາງ ແລະ ພາກໃຕ້ !!! ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນໄລຍະວັນທີ 4 ຫາ 8 ມິຖຸນາ 2020 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫ່ຍ ຊຶ່ງຈະເຮັດໃຫ້ເກີດມີ ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກ້ວາງ ແລະ ຕົກປານກາງ ຫາ ຕົກໜັກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມແຮງ ທີ່ອາດຈະເກີດມີນ້ຳຖ້ວມຊູ ແລະ ດິນເຈື່ອນເກີດຂຶ້ນໄດ້. ຄາດຄະເນສະພາບອາກາດແຕ່ວັນທີ 2 ຫາ 8 ມິຖຸນາ 2020​ ໃນແຕ່ລະພາກລຸ່ມນີ້: ______________ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 55 566 […]

ດ່ວນ! ສປປ ລາວ ມີຜູ້ຕິດເຊື້ອພະຍາດ ໄຂ້ຍຸງລາຍ 1,428 ຄົນ! ເສຍຊີວິດແລ້ວ 4 ຄົນ!

ໄດ້ຖືກສ້າງຂື້ນວັນທີ

ສະຖານະການໂຄວິດ-19 ເລີ່ມຄີ່ຄາຍລົງ ແຕ່ກໍຍັງບໍ່ໝົດໄປ ທາງກະຊວງສາທາລະນະສຸກ ຍັງຕ້ອງເຮັດວຽກຢ່າງໜັກ ເພື່ອຕໍ່ສູ້ກັບພະຍາດລະບາດຕາມລະດູ ໂດຍສະເພາະໃນຊ່ວງລະດູຝົນຂອງທຸກໆປີ ນັ້ນກໍຄືພະຍາດ ໄຂ້ຍຸງລາຍ ທີ່ປັດຈຸບັນກໍາລັງລະບາດໜັກໃນບ້ານເຮົາ ເຊິ່ງອິງຕາມການລາຍງານຂອງ ສູນສື່ສານເພື່ອສຸຂະພາບ ແລະ ກະຊວງສາທາລະນະສຸກໃຫ້ຮູ້ວ່າ ໃນວັນທີ 28 ພຶດສະພາ 2020 ນີ້ ຢຸ່ລາວເຮົາແມ່ນມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 91 ຄົນ ປັດຈຸບັນຕົວເລກສະສົມທັງໝົດແມ່ນທະລຸ 1.428 ຄົນແລ້ວ ແລະ ມີຜູ້ເສຍຊີວິດແລ້ວ 4 ຄົນ… ໃນນັ້ນ ຢູ່ນະຄອນຫຼວງວຽງຈັນແມ່ນພົບຜູ້ຕິດເຊື້ອຫຼາຍກວ່າໝູ່ 358 ຄົນ ເສຍຊີວິດແລ້ວ 2 ຄົນ; ຮອງລົງມາແມ່ນ ແຂວງ ອັດຕະປື, ແຂວງ ວຽງຈັນ… ຕາມຕາລາງດ້ານລຸ່ມນີ້: ແນວໃດກໍຕາມ ດ້ວຍຄວາມເປັນຫ່ວງເປັນໄຍຈາກ ຂວັນໃຈ ຂໍໃຫ້ທຸກຄົນລະຈົ່ງລະມັດລະວັງ ຮັກສາຕົວເອງ ໝັ່ນທໍາຄວາມສະອາດອ້ອມເຮືອນ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອພະຍາດເພີ່ມຕຶ່ມອີກ ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ centre of information and […]

YouTuber ດັງສາຍກິນ “Yang Soobin” ກາຍເປັນຜູ້ສ້າງແຮງບັນດານໃຈໃນການຫລຸດນໍ້າໜັກ

ໄດ້ຖືກສ້າງຂື້ນວັນທີ

Yang Soobin ເປັນYouTuber  ສາຍກິນ ເປັນທີ່ໂດ່ງດັງທັ້ງໃນໂລກ Online ແລະ ປະເທດເກົາຫຼີໃຕ້  ສາວ Yang Soobin ໂດ່ງດັງຈາກການອັດຄລິບກິນອາຫານລົງໃນ Social Media ຫຼາຍຊ່ອງ ຈາກຄລິບການກິນແຕ່ລະຄັ້ງອາຫານແຕ່ລະຢ່າງແມ່ນເປັນອາຫານຈານໃຫຍ່ ແລະ ຖ້າເຮົາເບິ່ງສາວຄົນນີ້ກິນຕອນໃດ ກໍຢາກຫາອາຫານມາກິນນໍາຕອນນັ້ນ  ນອກຈາກການສະແດງກິນທີ່ເປັນຕາແຊບແລ້ວ ຫົວໃຈທີ່ສໍາຄັນອີກເລື່ອງກໍຄື ສຽງ ສຽງໃນຄລິບວິດີໂອເຊິ່ງ Yang Soobin  ຖືໄດ້ວ່າເປັນ YouTuber ສາຍກິນຄົນທໍາອິດຂອງເກົາຫຼີໃຕ້ ທີ່ໃຊ້ວິທີ່ອັດສຽງ  ASMR ເປັນການເອົາໄມມາໃກ້ໆປາກໃນຂະນະທີ່ກຳລັງກິນ ເບື້ອງຕົ້ນແລ້ວ Yang Soobin  ເລີ່ມຈາກການບັນທຶກຄລິບສອນແຕ່ງໜ້າມາກ່ອນ ແຕ່ບໍ່ໄດ້ຮັບຄວາມນິຍົມພໍປານໃດ ຈົນມາຮອດປີ 2016 ລາວຈື່ງໄດ້ໂພສຄລິບວີດີໂອທີ່ສະແດງການກິນອາຫານຫຼາຍຢ່າງ ຈົນເຮັດໃຫ້ຈໍານວນຜູ້ຕິດຕາມ ແລະ ຮັບຊົມ ເພີ່ມເປັນຈໍານວນຫຼາຍຂຶ້ນເລື້ອຍໆ ໂດຍຄລິບທີ່ມີຜູ້ຮັບຊົມຫຼາຍທີ່ສຸດເກືອບຍອດວິວຮອດ 39 ລ້ານຄັ້ງ. ປັດຈຸບັນ  Yang Soobin ມີຍອດຜູ້ຕິດຕາມຫຼາຍລ້ານຄົນຈາກຊ່ອງທາງ Facebook ຜູ້ຕິດຕາມ 5,310,000 ຄົນ  YouTube ຜູ້ຕິດຕາມ 2,640,000 ຄົນ Instagramຜູ້ຕິດຕາມ 833,000 ຄົນ ຫຼາຍຄົນອາດຈະສົງໃສກັນແມ່ນບໍວ່າເປັນຫຍັງ […]

ດ່ວນ! ຄົນລາວເສຍຊີວິດ 4 ຄົນ ຍ້ອນພະຍາດໄຂ້ຍຸງລາຍ

ໄດ້ຖືກສ້າງຂື້ນວັນທີ

ຂ່າວດ່ວນ, ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດຕື່ມ 1 ລາຍ ຈາກພະຍາດໄຂ້ຍຸງລາຍ, ເຮັດໃຫ້ຍອດເສຍຊີວິດສະສົມ ໃນທົ່ວປະເທດ ໃນໄລຍະ 5 ເດືອນຕົ້ນປີ ຢູ່ທີ 4 ກໍລະນີ !!! ສະເພາະ ໄຂ້ຍຸງລາຍປີ 2019 ຜ່ານມາມີຜູ້ຕິດເຊື້ອທັງໝົດ 39,091 ຄົນ, ເສຍຊີວິດ 76 ຄົນ, ປີ 2020 ມາຮອດວັນທີ 22 ພຶດສະພາ 2020 ມີຜູ້ຕິດເຊື້ອທັງໝົດ 1,337 ຄົນ, ເສຍຊີວິດ 04 ຄົນ ຢູ່ນະຄອນຫຼວງວຽງຈັນ 02 ຄົນ, ໄຊຍະບູລີ 01 ຄົນ ແລະ ແຂວງຄຳມ່ວນ 01 ຄົນ, ຖືວ່າເປັນພະຍາດທີ່ມີຄວາມຮຸນແຮງເຊັ່ນດຽວກັນກັບ ພະຍາດ ໂຄວິດ-19, ຂໍໃຫ້ທົ່ວສັງຄົມ ເອົາໃຈໃສ່ ສະກັດກັ້ນ ພະຍາດນີ້ ຢ່າງຮີບດ່ວນ ແລະ […]

ແຈ້ງເຕືອນ! ອາທິດນີ້ກຽມຮັບມືກັບ ອາກາດຮ້ອນສູງສຸດ 40 ອົງສາ!

ໄດ້ຖືກສ້າງຂື້ນວັນທີ

ກຽມຮັບມືຄືນຄວາມຮ້ອນ! ອາທິດນີ້ອຸນຫະພູມຮ້ອນສູງສຸດ 40 ອົງສາ ພ້ອມເຕືອນຈະມີພາຍຸລະດູຮ້ອນລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ  ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານ: ສະພາບອາກາດໃນໄລຍະວັນທີ 4 ຫາ 10 ພຶດສະພາ 2020 ນີ້ ອາກາດຮ້ອນ ຫາ ຮ້ອນເອົ້າຂຶ້ນຕື່ມ ພາກເໜືອດ້ານຕາເວັນຕົກ, ພາກກາງ ແລະ ພາກໃຕ້ ອຸນຫະພູມຮ້ອນສູງສຸດເຖິງ 40 ອົງສາ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະເກີດມີລົມພາຍຸລະດູຮ້ອນ ຝົນຕົກ, ຟ້າຜ່າ, ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນໃຫ້ຫຼີກລ້ຽງຢູ່ບ່ອນເປີດແປນ, ພ້ອມມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວທີ່ອາດຈະເກີດຂຶ້ນໄດ້. ______________ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 55 566 617 

ດ່ວນ! ພົບຜູ້ປ່ວຍ COVID-19 ທີ່ປິ່ນປົວດີ ກັບມາມີເຊື້ອ ຮອບສອງ!

ໄດ້ຖືກສ້າງຂື້ນວັນທີ

ຄະນະສະເພາະກິດລາຍງານປະຈຳວັນທີ 2 ພຶດສະພາ ໃຫ້ຮູ້ວ່າ: ໃນວັນທີ 1 ພຶດສະພາ ຜ່ານມາໄດ້ເກັບຕົວຢ່າງສົງໃສທັງໝົດ 144 ກໍລະນີ ໃນນັ້ນມີຕົວຢ່າງຈາກຜູ້ທີ່ປິ່ນປົວດີແລ້ວລວມຢູ່ນຳ. ເຊິ່ງຜົນກວດແມ່ນບໍ່ພົບເຊື້ອ 143 ກໍລະນີ ແລະ ອີກ 1 ກໍລະນີ ທີ່ປິ່ນປົວດີແລ້ວກັບມາກວດ ຜົນກວດອອກມາແມ່ນເປັນບວກ ຄືພົບເຊື້ອ COVID-19 ອີກຄັ້ງ. ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຍັງໃຫ້ຮູ້ຕື່ມອີກວ່າ: ການກວດພົບເຊື້ອດັ່ງກ່າວນັ້ນ ບໍ່ຖືວ່າເປັນກໍລະນີໃໝ່ໃນລາວ ເນື່ອງຈາກວ່າ ຍັງຢູ່ໃນກໍລະນີເກົ່າທີ່ຢູ່ໃນກຸ່ມຖືກຕິດຕາມອາການຢູ່ເຮືອນ ພາຍຫຼັງບໍ່ກວດພົບເຊື້ອຢູ່ໂຮງໝໍ 2 ວັນຕິດຕໍ່ກັນ. ບັນຫານີ້ ຖືວ່າເປັນກໍລະນີທຳອິດທີ່ເກີດຂຶ້ນໃນລາວ ເຊິ່ງເປັນລັກສະນະທີ່ຄືກັບກໍລະນີທີ່ເກີດຂຶ້ນໃນຕ່າງປະເທດເຊັ່ນກັນ ແລະ ເຊື້ອດັ່ງກ່າວນັ້ນ ຖືວ່າເປັນພຽງຊາກຂອງ ໂຄວິດ-19 ແລະ ຕະຫຼອດໄລຍະ 14 ວັນຜ່ານມາ ກໍລະນີດັ່ງກ່າວນັ້ນ ບໍ່ໄດ້ສຳຜັດກັບຄົນອີ່ນເລີຍ. ຊົມຄຣິບ ວິດີໂອ ທີ່ກ່ຽວຂ້ອງ ________ສອບຖາມຂໍ້ມູນເພີ່ມເຕີມ ກ່ຽວກັບ ໂຄວິດ-19 ໄດ້ທີ່ເບີ ສາຍດ່ວນ […]

ພະຍາດໄຂ້ຍຸງລາຍ ມາແຮງແຊງ ໂຄວິດ-19!!!

ໄດ້ຖືກສ້າງຂື້ນວັນທີ

ປັດ­ຈຸ­ບັນ ຫຼາຍ​ຄົນ​ແມ່ນ​ມີ​ຄວາມ​ກັງ­ວົນ​ຕໍ່​ກັບ​ການ​ແຜ່​ລະ­ບາດ ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ຈົນ​ອາດ​ລືມ​ປ້ອງ​ກັນ​ອີກ​ພະ­ຍາດ​ໜຶ່ງ ທີ່​ສ່ວນ​ໃຫຍ່​ແມ່ນ​ມັກ​ເກີດ​ການ​ແຜ່​ລະ­ບາດ​ໃນ​ລະ­ດູ­ຝົນ ກໍ​ຄື​ພະ­ຍາດ​ໄຂ້­ຍຸງ​ລາຍ ເຊິ່ງ​ມາ​ເຖິງ​ປັດ­ຈຸ­ບັນ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແມ່ນ​ພົບ 1 ກໍ­ລະ­ນີ​ເສຍ​ຊີ­ວິດ​ຍ້ອນ​ພະ­ຍາດ​ໄຂ້­ຍຸງ​ລາຍແລ້ວ !!! ອີງ​ຕາມ​ການ​ລາຍ​ງານ​ຂອງ​ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ນັບ​ແຕ່​ເດືອນ​ມັງ­ກອນ​ຈົນ​ເຖິງ​ວັນ​ທີ 23 ເມ­ສາ 2020 ໄດ້​ມີ​ກໍ­ລະ­ນີ​ສະ​ສົມ​ຄົນ​ເຈັບ​ພະ­ຍາດ​ໄຂ້­ຍຸງ​ລາຍ​ທົ່ວ ນວ ທັງ​ໝົດ 280 ກໍ­ລະ­ນີ ເປັນ​ຍິງ 143 ກໍ­ລະ­ນີ ເສຍ​ຊີ­ວິດ 1 ກໍ­ລະ­ນີ ໃນ​ນັ້ນ ເມຶອງ​ໄຊ​ທາ­ນີ ມີ 83 ກໍ­ລະ­ນີ ເສຍ​ຊີ­ວິດ 1 ກໍ­ລະ­ນີ ໄຊ​ເສດ​ຖາ 37 ກໍ­ລະ­ນີ ສັງ​ທອງ 35 ກໍ­ລະ­ນີ ສີ​ສັດ­ຕະ​ນາກ 28 ກໍ­ລະ­ນີ ນາ​ຊາຍ​ທອງ 25 ກໍ­ລະ­ນີ ສີ​ໂຄດ​ຕະ­ບອງ 22 ກໍ­ລະ­ນີ […]

ເຕືອນໄພໄລຍະວັນທີ 28 ເມສາ ຫາ 2 ພຶດສະພາ ຈະເກີດມີພາຍຸລະດູຮ້ອນ

ໄດ້ຖືກສ້າງຂື້ນວັນທີ

ເຕືອນໄພໄລຍະວັນທີ 28 ເມສາ ຫາ 2 ພຶດສະພາ ຈະເກີດມີພາຍຸລະດູຮ້ອນ ໃນແຕ່ລະພາກຢູ່ບາງທ້ອງຖິ່ນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນໃນອາທິດນີ້ ຈະເກີດມີພາຍຸລະດູຮ້ອນເກີດຂຶ້ນ ເນື່ອງຈາກວ່າໃນໄລຍະວັນທີ 28 ເມສາ ຫາ 2 ພຶດສະພາ 2020 ຈະມີແລວປະທະຂອງອາກາດເຢັນ ແລະ ອາກາດຮ້ອນທີ່ມີກຳລັງປານກາງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ມີລົມພັດແຮງ ຢູ່ຕາມບາງທ້ອງຖິ່ນໃນແຕ່ລະພາກໃນໄລຍະຕອນບ່າຍ ຫາ ກາງຄືນ ຊຶ່ງຈະເຮັດໃຫ້ມີຕົ້ນໃຫຍ່,ເສົາໄຟຟ້າ ຫັກລົ້ມ, ເຮືອນ-ຕຶກ, ອາຄານ ເປ່ເພ ແລະ ໃຫ້ຫຼີກລ່ຽງຢູ່ບ່ອນທີ່ເປິດແປນ, ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນຄວນມີສະຕິ ລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້. ______________ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 55 566 617