ຂ່າວ

ເຕັກນິກບໍລິຫານເວລາແບບງ່າຍໆ ເພື່ອຈັດລະບຽບໃນການເຮັດວຽກໃຫ້ງ່າຍຂຶ້ນ!!!

ໄດ້ຖືກສ້າງຂື້ນວັນທີ

ປະສິດທິພາບຂອງການບໍລິຫານເວລາໃນແຕ່ລະອົງກອນນັ້ນ ຖືວ່າເປັນເລື່ອງສຳຄັນທີ່ສຸດ ທີ່ຈະສາມາດຕັດສິນຄວາມສຳເລັດຂອງທຸລະກິດໄດ້… ຖ້າໃຜທີ່ຍັງສັບສົນຢາກໃຫ້ລອງມາອ່ານ ວິທີບໍລິຫານເວລາງ່າຍໆ ເພື່ອໃຫ້ຊີວິດການເຮັດວຽກງ່າຍຂຶ້ນ!! ເລືອກເປົ້າໝາຍທີ່ສຳຄັນທີ່ສຸດໃນອາທິດ: ຖ້າມີເວລາຈຳກັດກໍຄວນເລືອກເປົ້າໝາຍທີ່ມີຄວາມສຳຄັນ ແລະ ເປົ້າໝາຍນັ້ນຕ້ອງເກີດປະໂຫຍດ ຫຼາຍທີ່ສຸດກ່ອນ ແລ້ວຈຶ່ງໃຊ້ເວລາໃນສ່ວນທີ່ເຫຼືອເອົາໄປຈັດການກັບວຽກອື່ນໆຕາມລຳດັບຕໍ່ໄປ. ໃຊ້ເວລາໃຫ້ເປັນປະໂຫຍດ: ທຳອິດທີ່ຕ້ອງເຮັດໃນຕອນເຊົ້າຄື ກວດເບິ່ງຂໍ້ຄວາມຂາເຂົ້າ-ຂາອອກແບບຜ່ານໆ ແລະເບິ່ງສະເພາະລາຍຊື່ກັບຫົວຂໍ້ທີ່ສຳຄັນ ພ້ອມທັງຈັດການກັບວຽກສ່ວນນັ້ນໃຫ້ຮຽບຮ້ອຍເປັນອັນດັບທຳອິດ. ຫຼີກລ້ຽງການນັດພົບ: ຖ້າວ່າບໍ່ມີປະເດັນທີ່ຕ້ອງຊອກ ຫຼືສໍາຄັນຫຼາຍ ການປະຕິເສດນັດພົບກໍອາດຈະຊ່ວຍໃຫ້ເຮົາມີເວລາໃນການເຮັດວຽກທີ່ສຳຄັນຫຼາຍກວ່າ. ຮູ້ຂີດຈຳກັດຂອງຕົນເອງ: ການກຳນົດໄລຍະເວລາໃນການເຮັດວຽກ ແຍກອອກຈາກເວລາພັກຜ່ອນແບບຊັດເຈນ ຈຶ່ງເປັນສິ່ງສຳຄັນຫຼາຍ ເພື່ອໃຫ້ສາມາດເຮັດວຽກເຕັມທີ່ໄດ້ໃນເວລາເຮັດວຽກ ແລະ ໄດ້ພັກຜ່ອນເຕັມທີ່ເພື່ອຟື້ນຟູພະລັງງານຂຶ້ນອີກ. ___ ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້

ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!!

ໄດ້ຖືກສ້າງຂື້ນວັນທີ

ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!! ສາວໆຮູ້ບໍ່ວ່າການສ້າງແຮງດຶງດູດຕໍ່ເພດກົງກັນຂ້າມ ໃນອີກຮູບແບບໜຶ່ງ ຄືການເຮັດໃຫ້ຕົນເອງໜ້າຄົ້ນຫາ, ມີສະເໜ່ ເຊິ່ງສາວໆສາມາດສ້າງໄດ້ຈາກການວາງຕົວ ແລະ ປັບທັດສະນະຄະຕິ… ຖ້າຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!!! ເປັນຄົນເບິ່ງແຍງຕົນເອງ: ເຮັດໃນສິ່ງທີ່ຕົນເອງຮັກ ຮັບປະທານອາຫານດີໆ, ແຕ່ງຕົວດູດີ ອອກກໍາລັງກາຍໃຫ້ເບິ່ງເປັນຄົນສົດຊື່ນ ຕະລອດເວລາ ບໍ່ເວົ້າຟຸມເຟືອຍ: ເວົ້າເລື່ອງທີ່ຢູ່ໃນປະເດັນ ການເວົ້າຫຼາຍເກີນໄປກໍເຮັດໃຫ້ໜ້າເບື່ອຫຼືເປັນການຮຽກຮ້ອງບາງຢ່າງ ແຕ່ງກາຍແບບລຽບງ່າຍ: ການແຕ່ງກາຍທີ່ພໍດີ ຖືກກັບກາລະ-ເທສະ ຈຶ່ງບໍ່ເຮັດໃຫ້ທ່ານເປັນຄົນເປີດເຜີຍຫຼາຍເກີນໄປ ຕາຈ້ອງຕາ: ເບິ່ງຄູ່ສົນທະນາດ້ວຍສາຍຕາທີ່ຜ່ອນຄາຍ ເພື່ອໃຫ້ຄູ່ສົນທະນາຮູ້ສຶກຕົກຢູ່ໃນຄວາມຮູ້ສຶກດຽວກັບທ່ານ ໝັ້ນໃຈໃນຕົວເອງ: ແຕ່ຕ້ອງສະແດງອອກໃນສິ່ງທີ່ຖືກຕ້ອງ ບໍ່ແມ່ນວ່າເຮັດໃນສິ່ງທີ່ຜິດແຕ່ກໍຍັງໝັ້ນໃຈໂດຍບໍ່ສົນໃຈຄົນອື່ນ ມີຄວາມເປັນສ່ວນຕົວ: ມີສັງຄົມຂອງຕົນເອງ ມີຄວາມສົນໃຈສະເພາະເລື່ອງ ເຮັດສິ່ງໃດສິ່ງໜຶ່ງດ້ວຍຕົນເອງ ເຮັດຕົວມີຄວາມລັບ: ຢ່າເປີດເຜີຍຫຼາຍເກີນໄປ ຢ່າໃຫ້ເຂົາເດົາທ່ານໄດ້ທຸກອາລົມ ທຸກຄວາມຮູ້ສຶກ ຮູ້ແບບນີ້ແລ້ວກໍລອງເບິ່ງເດິ້ສາວໆ… ___ ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້

ຖ້າການໄປຮັກຄົນອື່ນເຮັດໃຫ້ທໍລະມານ ກໍຄວນຈະກັບມາຮັກຕົວເອງໄດ້ແລ້ວ…

ໄດ້ຖືກສ້າງຂື້ນວັນທີ

ສາວໆເລື່ອງຂອງການອົກຫັກ, ຄວາມໝົດຫວັງ, ຄວາມຜິດພາດ ທຸກຄົນລ້ວນແລ້ວແຕ່ເຄີຍປະສົບພົບພໍ້ກັນມາໝົດ ເພາະຊີວິດຄົນເຮົາທຸກຄົນ ບໍ່ມີໃຜທີ່ຈະປະສົບກັບຄວາມສົມຫວັງໄດ້ 100% ແຕ່ເຮົາຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ແບບໃດ ຖ້າສະໝອງຂອງເຮົາຍັງຈົດຈຳ ແຕ່ເລື່ອງທີ່ ເຂົາເຮັດໃຫ້ຈິດໃຈເຮົາມີແຕ່ຄວາມເຈັບປວດ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງດຳເນີນຊີວິດຕໍ່ໄປໃຫ້ໄດ້ເພື່ອຄົນທີ່ຮັກເຮົາ ເຊັ່ນໝູ່ເພື່ອນ ແລະ ຄອບຄົວ ຈົ່ງໃຫ້ໂອກາດຕົວເອງ ປົດປ່ອຍເລື່ອງລາວ ແລະ ເລີ່ມຕົ້ນໃໝ່ອີກຄັ້ງ ໂດຍການອອກໄປທ່ອງທ່ຽວ ກັບຄອບຄົວ ແລະ ໝູ່ເພື່ອນ ເພື່ອຮຽນຮູ້ສິ່ງໃໝ່ໆ ເລືອກຫຼີ້ນກິດຈະກໍາ ທີ່ມີການເຄື່ອນໄຫວຕໍ່ຮ່າງກາຍ ເມື່ອໄດ້ມີໂອກາດອອກໄປທ່ອງທ່ຽວແລ້ວ ກໍຕ້ອງໄປບ່ອນທີ່ ບໍ່ເຄີຍໄປ ເພື່ອລອງໄປສໍາພັດຜູ້ຄົນທີ່ບໍ່ເຄີຍພົບມາກ່ອນ ເມື່ອຕ້ອງການລະບາຍ ກໍໄຫ້ອອກມາຫຼາຍເທົ່າທີ່ຈະຫຼາຍໄດ້ ເພາະການໄຫ້ອອກມານັ້ນ ສາມາດປົດປ່ອຍຄວາມທຸກໃຈອອກມາພ້ອມກັບນໍ້າຕາ ເພື່ອເຮັດໃຫ້ສະບາຍໃຈຂຶ້ນໄດ້ ໃນເວລາຕໍ່ໄປ ຫຼັງຈາກນັ້ນ, ກໍໃຫ້ອະໄພຕົນເອງ ທີ່ເຄີຍເສຍນໍ້າຕາ-ເສຍໃຈ ໃຫ້ກັບຄົນໆນັ້ນ ແລ້ວກັບມາຢູ່ກັບຕົວເອງ ເລືອກເຮັດວຽກທີ່ ເຮັດເພື່ອສັງຄົມດີກວ່າ ຫາກມີເວລາວາງກໍໃຫ້ນັ່ງສຳມາທິ ສູດມົນຂໍພອນ ພະລັງແຫ່ງສໍາມາທິ ຈະສາມາດຊ່ວຍໃຫ້ສະບາຍທັງກາຍ ແລະ ຈິດໃຈ ຈົນລື່ມເລື່ອງລາວຕ່າງໆເຫຼົ່ານັ້ນໄປໄດ້ ແລະ ຍັງໄດ້ສຸຂະພາບຈິດທີ່ດີອີກດ້ວຍ… ___ ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ […]

ຈາກອະດີດຄົນລ້າງຫ້ອງນໍ້າ!!! ສູ່ຜູ້ອໍານວຍການດ້ານການບິນຂອງນາຊ່າ

ໄດ້ຖືກສ້າງຂື້ນວັນທີ

ໃຜຈະຮູ້ວ່າເບື້ອງຫຼັງຄວາມສໍາດເລັດຂອງນາຊ່າການນໍາຍານລົງຈອດເທິງດາວອັງຄານໄດ້ນັ້ນ ສ່ວນໜຶ່ງມາຈາກເດັກຍິງທີ່ເວົ້າພາສາອັງກິດບໍ່ໄດ້ ແຕ່ກໍຍັງຕິດສິນໃຈເດີນທາງເຈົ້າສະຫະລັດອາເມລິກາເພຶ່ອເດີນຕາມຄວາມຝັນ ໄດອານາ ໃຫ້ສໍາພາດວ່າ ລາວເຕີບໂຕມາໃນຄອບຄົວທີ່ຜູ້ຊາຍເປັນໃຫຍ່ ແລະ ຜູ້ຍິງຕ້ອງຢູ່ບ້ານເພື່ອດູແລຄອບຄົວ ທີ່ຄອຍປະຕິບັດສາມີເທົ່ານັ້ນ ການທີ່ໄດ້ກ້າວມາຢູ່ໃນຈຸດນີ້ກໍເພື່ອຕ້ອງການພິສູດໃຫ້ຄົນອື່ນເຫັນວ່າພວກເຂົາຄິດຜິດ ສັງຄົມທີ່ລາວເຕີບໃຫຍ່ມານັ້ນ ບໍ່ກ້າແຕ່ຈະມີຄວາມຝັນ ເພາະສັງຄົມ ແລະ ສະພາບແວດລ້ອມເຮັດໃຫ້ຮູ້ສຶກວ່າບໍ່ຢາກມີອານາຄົດ ໄດອານາ ຢາກໃຫ້ຕົວເອງເປັນແຮງບັນດານໃຈໃຫ້ກັບເດັກທຸກຄົນ. ໄດອານາ ເປັນແມ່ຍິງທີ່ເວົ້າພາສາອັງກິດບໍ່ໄດ້ແຕ່ກໍຍັງຕິດສິນໃຈເຂົ້າມາສຶກສາ ແລະ ຍັງມີເງິນຕິດຕົວພຽງແຕ່ 9,000 ບາດ ແຖມຍັງເຮັດວຽກເປັນຄົນລ້າງຫ້ອງນໍ້າເພື່ອສົ່ງເສີມຕົວເອງຮຽນ ຈົນໃນທີ່ສຸດກໍໄດ້ເຂົ້າສຶກສາທີ່ ມະຫາວິທະຍາໄລ ຟໍລິດາ ໃນວິຊາເອກວິສາວະກໍາການບິນ ແລະ ອາວາກາດ ເຊຶ່ງເປັນພຽງແມ່ຍິງຄົນທໍາອິດຂອງຊາວລະຕິນທີ່ເຊົ້າສຶກສາໃນດ້ານນີ້ ໄດອານາ ໄດ້ຮັບການສະໜັບສະໜຸນຈາກອາຈານໃຫ້ສະໝັກເຂົ້າຮຽນໃນສະຖາບັນ NASA Academy ແລະ ແນ່ນອນວ່າ ໄດອານາ ເຮັດໃຫ້ນາຊ່າຕັດສິນໃຈຮັບຮອງເອົາເຂົ້າເຮັດວຽກທັນທີຫຼັງຮຽນຈົບ ດ້ວຍຄວາມມຸ້ງໝັ້ນບວກກັບຄວາມສາມາດທີ່ເຮັດໃຫ້ໄດ້ເຂົ້າຮ່ວມໂຄງການຕ່າງໆທີ່ສໍາຄູຄັນຫຼາຍໂດຍສະເພາະໂຄງການຍານສໍາຫຼວດ Perseverance ของ NASA ທີ່ ໄດອານາ ໄດ້ຮັບໜ້າທີ່ເປັນຜູ້ອໍານວຍການດ້ານການບິນ ໃນການສົ່ງຍາານອອກໄປເພື່ອສໍາຫຼວດດາວອັງຄານ. ຍານສໍາຫຼວດ (Perseverance Mars Rover) ໃຊ້ເວລາກວ່າ 10​ ເດືອນ ໃນການລົງຈອດໃນດາວເຄາະ […]

ເປັນແມ່ຍິງຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ

ໄດ້ຖືກສ້າງຂື້ນວັນທີ

ແຕ່ກ່ອນ ເຮົາຈະເຫັນໄດ້ວ່າການມີຄອບຄົວນັ້ນ ຜູ້ຊາຍຈະຕ້ອງເປັນຄົນເບິ່ງແຍງຄອບຄົວ ເຮັດໜ້າທີ່ເປັນຜູ້ນໍາຄອບຄົວ ເຮັດວຽກ – ຫາເງິນເພື່ອນໍາເອົາມາໃຊ້ຈ່າຍພາຍໃນຄອບຄົວ ເພາະຄິດວ່າຜູ້ຊາຍເກັ່ງກວ່າ ສ່ວນແມ່ຍິງນັ້ນກໍລ້ຽງລູກ – ເຮັດວຽກຢູ່ເຮືອນ ແຕ່ໃນປັດຈຸບັນນີ້ຫຼາຍໆຢ່າງໄດ້ປ່ຽນແປງໄປແລ້ວ ການທີ່ເກີດມາເປັນແມ່ຍິງບໍ່ແມ່ນວ່າຈະເຮັດວຽກບໍ່ໄດ້ ບໍ່ແມ່ນວ່າຈະສະຫຼາດໜ້ອຍກວ່າຜູ້ຊາຍ ແມ່ຍິງສະໄໝນີ້ຫຼາຍໆຄົນຍັງເຮັດວຽກເກັ່ງກວ່າຜູ້ຊາຍ ທັງວຽກນອກບ້ານ ແລະ ວຽກໃນພາຍໃນບ້ານ ແມ່ຍິງບໍ່ວ່າຈະໂສດ ຫຼືຈະມີແຟນແລ້ວກໍຕາມ ຈື່ເອົາໄວ້ເລີຍວ່າຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ ເພາະບໍ່ມີຜູ້ຊາຍຄົນໃດທີ່ຈະມັກຜູ້ຍິງທີ່ບໍ່ເຮັດວຽກ ນັ່ງໆ ນອນໆ ໄປແຕ່ລະມື້ ໂດຍບໍ່ເຮັດຫຍັງເລີຍ ບໍ່ວ່າເຈົ້າຈະໂສດ, ​ມີແຟນ ຫຼືແຕ່ງງານແລ້ວ ບໍ່ວ່າແຟນຂອງເຮົາຈະສາມາດເບິ່ງແຍງເຮົາໄດ້ ຫຼືສະໜັບສະໜູນເຮົາໄດ້ດີພຽງໃດກໍຕາມ ສິ່ງທີ່ສໍາຄັນທີ່ສຸດນັ້ນຄື ຢ່າຢຸດຫາເງິນເອງ ແມ່ຍິງທີ່ຫາເງິນເອງໄດ້ ເປັນຄົນທີ່ມີກຽດ ແລະ ສັງຄົມຄົນອ້ອມຂ້າງຈະຍອມຮັບ. ການທີ່ເຮົາເປັນແມ່ຍິງທີ່ບໍ່ຕ້ອງເພິ່ງພາຄົນອື່ນນັ້ນມັນເທ່ຫຼາຍ, ຄລູກວ່າ, ດູດີກວ່າ, ສະບາຍໃຈກວ່າ ສິ່ງໃດທັງໝົດ ການທີ່ເຮົາໃຊ້ເງິນທີ່ເຮົາຫາມາດ້ວຍຕົນເອງເຮົາຈະຈ່າຍເທົ່າໃດກໍໄດ້ ແລະ ຊື້ຫຍັງກໍໄດ້ໂດຍບໍ່ຕ້ອງມານັ່ງຄິດກັງວົນຫຍັງເລີຍ ແລະ ການທີ່ມີຊີວິດຢູ່ດ້ວຍການໃຊ້ຈ່າຍເງິນຂອງຄົນອື່ນນັ້ນ  ຈະເຮັດໃຫ້ເຮົາເຄົາລົບຕົນເອງໜ້ອຍລົງ ດົນໆໄປເຮົາກໍຈະບໍ່ຮູ້ເຖິງຄວາມພູມໃຈຂອງເຮົາ ແລະ  ບໍ່ຮູ້ຈັກຄຸນຄ່າຂອງຕົນເອງເລີຍ ຂອບໃຈຂໍ້ມູນຈາກ: DEKWAT999.COM ___ […]

ສາວໆຄວນຮູ້!! ວິທີເພີ່ມສະເໜ່ໃຫ້ຕົວເອງ ດ້ວຍການເປັນຄົນມີ Passion… ?

ໄດ້ຖືກສ້າງຂື້ນວັນທີ

Hello ເຫຼົ່າສາວທັນສະໄໝທັງຫຼາຍ ມື້ນີ້ເຮົາຈະມາວ່າກັນດ້ວຍເລື່ອງຂອງ Passion ຫຼືສິ່ງທີ່ເຮົາມັກຮັກ ຈົນເຖິງຂັ້ນຫຼົງໃຫຼນັ້ນເອງ ນະຈຸດນີ້ ຈຸດທີ່ສາວໆຕ້ອງຢູ່ໃນສັງຄົມທີ່ທຸກຢ່າງປ່ຽນແປງໄວ ເຮັດໃຫ້ຊີວິດເຮົາຕ້ອງແປປວນໄປນໍາ! ສະນັ້ນ ການຮັບມືກັບສະຖານະການແບບນີ້ ເຮົາຈຳເປັນຕ້ອງມີຈຸດຢືນ ເປັນຕົວຂອງຕົນເອງ ໂດຍອາໄສ Passion ປະຈຳຕົວໃຜມັນນັ້ນເອງ .. ສໍາລັບໃຜທີ່ກໍາລັງສົງໄສວ່າ Passion ແມ່ນຫຍັງ? ຂໍບອກວ່າ ມັນຄືສິ່ງທີ່ເຮັດໃຫ້ເຮົາສາມາດຈົມຢູ່ໄດ້ໝົດມື້ໂດຍບໍ່ເບື່ອ! ຕ່າງກັບງານອະດິເລກບ່ອນວ່າ ການເຮັດງານອະດິເລກເຮົາເຮັດແກ້ເຫງົາ ຫຼືເຮັດໃນຕອນທີ່ວ່າງ ແຕ່ Passion ຄືສິ່ງທີ່ເຮົາຮັກ ແລະ ສາມາດມີຄວາມສຸກກັບມັນຢ່າງແທ້ຈິງໄດ້ແນວໃດລະສາວໆ ນີ້ແຫຼະຄືສິ່ງທີ່ຈະເຮັດໃຫ້ສາວໆໂດດເດັ່ນ ໃຊ້ຊີວິດຢ່າງໝັ້ນໃຈ ແລະມີສະເໜ່ສຸດໆໃນຍຸກນີ້! ແຕ່ສໍາລັບໃຜທີ່ຍັງຊອກ Passion ຂອງຕົວເອງບໍ່ພົບ ກໍຢ່າຟ້າວກັງວົນໄປ ເພາະມື້ນີ້ ຂວັນໃຈ ກໍໄດ້ສັນຫາມາຕ້ອນແລ້ວເດີ້ ໄປເບິ່ງພ້ອມກັນເລີຍ! ຮູ້ກ່ອນມີສະເໜ່ກ່ອນເດີ້ສາວໆ!! ໃຫ້ຄວາມຮູ້ສຶກຊ່ວຍບອກ: ນະຈຸດໆນີ້ ຄວາມຮູ້ສຶກຂອງເຮົາເທົ່ານັ້ນ ທີ່ຈະຊ່ວຍບອກທຸກຢ່າງວ່າມັກຫຍັງ ຫຼືບໍ່ມັກຫຍັງ ເພາະຄວາມຮູ້ສຶກມັນບໍ່ເຄີຍຕົວະ ລອງສັງເກດ ແລະ ຖາມໃຈຕົວເອງເບິ່ງວ່າ ແມ່ນຫຍັງທີ່ເຮັດໃຫ້ເຮົາມີຄວາມສຸກທຸກຄັ້ງທີ່ໄດ້ເຫັນ (ຍົກເວັ້ນຜູ້ຊາຍເດີ້!) ສາມາດເຮັດໄດ້ເລື້ອຍໆໂດຍບໍ່ຮູ້ສຶກເບື່ອໜ່າຍ ຫຼືກົດດັນ ອາດຈະເປັນສິ່ງງ່າຍໆອ້ອມຕົວເຊັ່ນ: […]

ອາການ “ເຈັບທ້ອງ” ທີ່ບົ່ງບອກເຖິງພະຍາດ!!

ໄດ້ຖືກສ້າງຂື້ນວັນທີ

ປັດຈຸບັນປັດໃຈສ່ຽງຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາແມ່ນມີຫຼາຍແນວ ບໍ່ວ່າຈະເປັນ ສະພາບອາດກາດທີ່ປ່ຽນແປງ, ການພັກຜ່ອນບໍ່ພຽງພໍ, ເລື່ອງອາຫານການກິນ ແລະ ອື່ນໆອີກຫຼາຍຢ່າງ….ເຊິ່ງສົ່ງຜົນກະທົບຕໍ່ຮ່າງກາຍທັງພາຍໃນ ແລະ ພາຍນອກ ເຮັດໃຫ້ເຮົາເກີດອາການເຈັບໄຂໄດ້ປ່ວຍໄດ້ງ່າຍ ເປັນຕົ້ນແມ່ນອາການເຈັບທ້ອງທີ່ສາມາດເກີດຂຶ້ນໄດ້ທຸກຄົນ ບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍ, ທັງຜູ້ໃຫຍ່ ແລະ ເດັກນ້ອຍ ນັ້ນເອງ. ອາການ ເຈັບທ້ອງ ເປັນອາການທີ່ພົບເຫັນໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການເຈັບເຫຼົ່ານີ້ ເປັນຍ້ອນສາເຫດຫຍັງ? ແລະ ອາການເຈັບແຕ່ລະແບບແມ່ນບົງບອກວ່າເຮົາເປັນຫຍັງ? ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ, ຖົງນໍ້າດີ ແລະ ມ້າມ ເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່ ເຈັບບໍລິເວນບັ້ນເອວເບື້ອງຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ, ໄຕ ແລະ ລຳໃສ້ໃຫ່ຍ ເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງ ເຈັບບໍລິເວນທ້ອງນ້ອຍບື້ອງເຂວາ ເປັນຕຳແໜ່ງ ໃສ້ຕິ່ງ, ທໍ່ໄຕ ແລະ ປີກມົດລູກ ເຈັບບໍລິເວນທ້ອງນ້ອຍບ່ອນເຄິ່ງກາງ […]

ນັ່ງເຮັດວຽກດົນໆ ພະຍາດລຸມແທ້!! ແນະນໍາ 5 ວິທີຢືດເສັ້ນສໍາລັບສາວ Office ເຮັດໄດ້ງ່າຍໃຊ້ພື້ນທີ່ບໍ່ຫຼາຍ

ໄດ້ຖືກສ້າງຂື້ນວັນທີ

ສາວໆ Office ຫຼາຍຄົນທີ່ຕ້ອງນັ່ງເຮັດວຽກຢູ່ບ່ອນເກົ່າເປັນເວລາດົນ ບາງຄັ້ງກະມ່ວນກັບການເຮັດວຽກຈົນເຜີບຶດດຽວກໍຄົບ 8 ຊົ່ວໂມງແລ້ວ ບາງຄັ້ງກໍວຸ້ນກັບວຽກຈົນບໍ່ເໜັງໄປໃສ ປິ່ນໄປປິ່ນມາ ມີເວລາລຸກແຕ່ໄປກິນເຂົ້າທ່ຽງ ຈົນເປັນສາເຫດເຮັດໃຫ້ເກີດອາການປວດຫຼັງ-ປວດແອວຕາມມາ!! ມີ້ນີ້ ຂວັນໃຈມີເຄັດລັບດີໆມາຕ້ອນສາວໆກັນ ກັບ 5 ທ່າຢືດເສັ້ນຢືດສານສໍາລັບຄົນທີ່ຕ້ອງນັ່ງເຮັດວຽກດົນໆ ຄວນເຮົາ!!! ທ່າທີ 1: Cow Face Pose ນັ່ງຕັ່ງອີ້ແລ້ວຢືດລໍາຕົວຊື່ ຍົກແຂນຂ້າງໜຶ່ງແລ້ວເອື້ອມໄປຈັບຈັບກັບມືອີກເບື້ອງໜຶ່ງທາງດ້ານຫຼັງ ຄ້າງທ່ານີ້ໄວ້ 20-30 ວິນາທີ ແລ້ວເຮັດສະລັບຂ້າງກັນໃນທ່າເກົ່າ ທ່ານີ້ຈະຊ່ວຍຢືດບ່າໄຫຼ່ ແລະ ເຮັດໃຫ້ແຜ່ນຫຼັງຢືນຊື່ ຖ້າບໍ່ສາມາດຍື້ມືໃຫ້ເຖິງກັນໄດ້ ໃຫ້ນໍາເອົາຜ້າແພເປັນຕົວກາງແລ້ວຈັນປາຍແພທັງສອງຂ້າງແທນໄດ້ ທ່າທີ 2 : Overhead Stretch ເລີ່ມຈາກການຢືນເອົາມືກັບພະນັກຕັ່ງອີ້ ຖອຍຫຼັງອອກໄປປະມານ 2 ກ້າວ ອ້າຂາເທົ່າກັບຄວາມກວ້າງຂອງບ່າໄຫຼ່ ແລ້ວກົດໜ້າເອິກລົງໂດຍທີ່ຢຽດແຂນຕຶງ ຈະຊ່ວຍເປີດບ່າໄຫຼ່ ແລະ ຊ່ວຍຢືດບໍລິເວນກ້າມເນື້ອຫຼັງ ບໍລິເວນປີກ ແລະ ເອິກ ຄ້າງທ່ານີ້ໄວ້ 20-30 ວິນາທີ ທ່າທີ 3 : Seated […]

ຫຼາຍປະເທດ! ກຽມປັບການເຮັດວຽກ 4 ມື້ຕໍ່ອາທິດ

ໄດ້ຖືກສ້າງຂື້ນວັນທີ

ໃນປັດຈຸບັນຫຼາຍໆຄົນຄົງຈະຮູ້ວ່າຫຼາຍໆປະເທດຍັງໄດ້ມີການເຮັດວຽກໃຊ້ເວລາ 5-6 ມື້ຕໍ່ອາທິດ ແລະ ອີງຕາມນະໂຍບາຍຂອງແຕ່ລະອົງກອນ. ຫຼ້າສຸດເມື່ອບໍ່ດົນ!!! ມີບາງປະເທດ!!! ກຽມທົດລອງໃຫ້ມີການເຮັດວຽກ 4 ມື້ຕໍ່ອາທິດ ຄາດວ່າຈະເຮັດໃຫວຽກນອອກມາໄດ້ປະສິດທິພາບຫຼາຍກວ່າການເຮັດວຽກເຕັມ 5 ມື້ຕໍ່ອາທິດ ປະເທດສະເປນໄດ້ເລີ່ມມີການທົດລອງແລ້ວ ແລະ ບໍ່ມີການຫັກລາຍໄດ້ ຊຶ່ງຍັງຊ່ວຍໃຫ້ການເຮັດວຽກມີປະສິດທິພາບຂຶ້ນອີກດ້ວຍ. ໃນປະເທດຍີ່ປຸ່ນ,​ນິວຊີແລນ ແລະ ຟິນແລນ ກໍຕ່າງພາກັນຜັກດັນໃຫ້ໃຊ້ແນວທາງນີ້ໃນການເຮັດວຽກ ແລະ ຍັງສະໜັບສະໜູນໃຫ້ຫຼຸດເວລາໃນການເຮັດວຽກລົງເຫຼືອພຽງວັນລະ 6 ຊົ່ວໂມງ.​ ໃຜທີ່ສົງໄສວ່າການເຮັດວຽກແບບນີ້ດີແທ້ ຫຼືບໍ່?​Microsoft​ japan ໄດ້ທົດທອງຢຸດວຽກທຸກໆວັນສຸກໃນເວລາ 1 ເດືອນ ປະກົດວ່າການ້ຮັດວຽກເຮັດໃຫ້ໄດ້ປະສິດທິພາບຫຼາຍຂຶ້ນເຖິງ 40% Kate Soper ສາດສະດາຈານວິທະຍາໄລ London Metropolitan ໄດ້ກ່າວວ່າ ການຜິດຖຽງກັນໃນເລື່ອງການຫຼຸດເວລາການເຮັດວຽກລົງຕໍ່ອາທິດຈະຢູ່ຍາວນານ ແລະ ອາດຈະນໍາມາໃຊ້ໃນເຕັກໂນໂລຊີແບບອໍໂຕ້ມາຮອງຮັບກໍເປັນໄດ້. ການເຮັດວຽກແບບນີ້ອາດຈະສົ່ງຜົນດີຕໍ່ກັບທຸກຝ່າຍ ທັງເລື່ອງສຸຂະພາບ-ຄວາມສຸກຂອງພະນັກງານ… ແລະ ທີ່ສໍາຄັນການໃຊ້ລະບົບນີ້ເຮັດໃຫ້ເສດຖະກິດ,​ການທ່ອງທ່ຽວ ແລະ ສິ່ງແວດລ້ອມດີຂຶ້ນອີກດ້ວຍ.​ ແອັດຫວັງວ່າປະເທດລາວກໍໜ້າຈະມີຄືກັນເນາະ… ___ ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 […]

ອາຫານເຊົ້າສຳຄັນແທ້ບໍ່???

ໄດ້ຖືກສ້າງຂື້ນວັນທີ

ອາຫານທຸກມື້ລ້ວນແລ້ວແຕ່ມີຄວາມສຳຄັນທັ້ງນັ້ນ ແລະ ບັນດາອາຫານແຕ່ລະຄາບທີ່ເຮົາກິນຄາບທີ່ສຳຄັນທີ່ສຸດຄື “ອາຫານເຊົ້າ” ເນື່ອງຈາກວ່າຮ່າງກາຍອົດອາຫານມາຕະຫຼອດທັ້ງຄືນ ອານຫານເຊົ້າຈິ່ງເປັນສິ່ງທີ່ສໍາຄັນຫລາຍ ເພາະຮ່າງກາຍຕ້ອງໃຊ້ພະລັງງານຈາກອາຫານແລງໄປລ້ຽງຫົວໃຈໃຫ້ສູບສີດເລືອດໄປລ້ຽງຮ່າງກາຍພໍຕື່ນເຊົ້າມາ ຫຼັງຈາກ 9-10ໂມງ ເຮົາຈະເລີ່ມຫິວເຂົ້າ ດັ່ງນັ້ນຈິ່ງຕ້ອງກິນເຂົ້າເຊົ້າໄປທົດແທນພະລັງງານທີ່ເສຍໄປ ອີກທັ້ງອາຫານເຊົ້າຍັງເຕີມພະລັງງານໃຫ້ກັບຮ່າງກາຍແລະສະໝອງ ເຮັດໃຫ້ສະໝອງຂອງເຮົາເຮັດວຽກໄດ້ຢ່າງມີປະສິດທິພາບຕະລອດທັ້ງມື້ ການກິນເຂົ້າເຊົ້າຍັງຊ່ວຍປ້ອງກັນພະຍາດເບົາຫວານ,ພະຍາດຫົວໃຈ,ພະຍາດອັນໄຊເມິ້,ພະຍາດກົດໄຫລຍ້ອນ ແລະ ພະຍາດໜິ້ວ ແລະ ຍັງມີອີກໜຶ່ງສາເຫດສຳຄັນທີ່ເຮັດໃຫ້ຄົນບໍ່ກິນເຂົ້າເຊົ້າ ເພາະມີຄວາມເຂົ້າໃຈຜິດຄິດວ່າການຈະລົດນ້ຳໜັກຕ້ອງອົດອາຫານ ແທ້ຈິງແລ້ວຄົນທີ່ບໍ່ກິນອາຫານເຊົ້າຍິ່ງຈະເຮັດໃຫ້ຕຸ້ຍ ເພາະເມື່ອບໍ່ກິນໃນຊ່ວງ 10-12ໂມງ ກ່ອນເວລາອາຫານທ່ຽງຍິ່ງຈະເຮັດໃຫ້ຮ່າງກາຍຫິວໂຫຍ ສະໝອງຈະຫຼັ່ງສານເຄມີເພື່ອໃຫ້ເຮົາກິນອາຫານຫຼາຍຂຶ້ນ ເຮັດໃຫ້ກິນຈຸກິນຈິກ ແລະ ຈະກິນອາຫານທ່ຽງແລະແລງຫຼາຍຂຶ້ນເຮັດໃຫ້ຕຸ້ຍໄດ້ ເພາະໄດ້ຮັບພະລັງງານ ແລະ ຄົນທີ່ບໍ່ກິນເຂົ້າເຊົ້າຈະເຮັດໃຫ້ປະສິດທິພາບໃນການເຜົາຜານຫຼຸດລົງເຖິງ10% ສະນັ້ນການອົດອາຫານເພຶ່ອລົດນໍ້າໜັກຈິ່ງບໍ່ແມນວິທີທີ່ຖືກຕ້ອງ ແລະ ບໍ່ຄວນປະຕິບັດຈົນກາຍເປັນກິດຈະວະປະຈຳວັນຂອງຕົວເອງ ຂອບໃຈຂໍ້ມູນຈາກ: https://www.thaihealth.or.th/Content/37944- ___ ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້